Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 36:14 - ພຣະຄຳພີສັກສິ

14 ແລ້ວ​ບັນດາ​ເຈົ້ານາຍ​ກໍ​ໃຊ້​ເຢຮູດີ (ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເຊເລມີຢາ ແລະ​ເຫຼັນ​ຂອງ​ກູຊີ) ໃຫ້​ໄປ​ບອກ​ບາຣຸກ​ນຳ​ໜັງສື​ມ້ວນ​ມາ ຄື​ໜັງສື​ທີ່​ລາວ​ໄດ້​ອ່ານ​ສູ່​ປະຊາຊົນ​ຟັງ​ຢູ່​ນັ້ນ. ບາຣຸກ​ຈຶ່ງ​ນຳ​ໜັງສື​ມ້ວນ​ມາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 36:14
12 Jak'a apnaqawi uñst'ayäwi  

ເມື່ອ​ພວກ​ນາຍ​ທະຫານ ແລະ​ພົນທະຫານ​ຢູດາ​ທີ່​ບໍ່ໄດ້​ຍອມ​ຈຳນົນ ໄດ້ຍິນ​ເຖິງ​ເລື່ອງ​ນີ້ ພວກເຂົາ​ກໍ​ໄປ​ສົມທົບ​ກັບ​ເກດາລີຢາ​ທີ່​ເມືອງ​ມີຊະປາ. ພວກ​ນາຍ​ທະຫານ​ນີ້​ມີ​ດັ່ງນີ້: ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ​ຊາວ​ເມືອງ​ເນໂຕຟາ ແລະ​ຢາອາຊານີຢາ ຊາວ​ເມືອງ​ມາອາກາ.


“ຈົ່ງ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ມາ​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ເຖິງ​ອິດສະຣາເອນ ແລະ​ຢູດາ​ລວມ​ທັງ​ຊົນຊາດ​ທັງໝົດ. ຈົ່ງ​ຂຽນ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ຕັ້ງແຕ່​ຄາວ​ທີ່​ເຮົາ​ໄດ້​ກ່າວ​ແກ່​ເຈົ້າ​ເທື່ອ​ທຳອິດ ເມື່ອ​ເຈົ້າ​ໂຢສີຢາ​ເປັນ​ກະສັດ​ຈົນເຖິງ​ທຸກ​ວັນນີ້.


ແລ້ວ​ກະສັດ​ກໍໄດ້​ໃຊ້​ເຢຮູດີ​ໄປ​ເອົາ​ໜັງສື​ມ້ວນ​ນັ້ນ​ມາ. ລາວ​ຈຶ່ງ​ໄປ​ເອົາ​ໜັງສື​ມ້ວນ​ນັ້ນ​ມາ​ຈາກ​ຫ້ອງ​ຂອງ​ເອລີຊາມາ ແລະ​ອ່ານ​ໃຫ້​ກະສັດ​ຟັງ​ພ້ອມ​ທັງ​ຂ້າຣາຊການ​ທັງໝົດ ທີ່​ຢືນ​ອ້ອມ​ເພິ່ນ​ຢູ່​ນັ້ນ.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເອີ້ນ​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ເຂົ້າ​ມາ​ຫາ; ແລະ​ໃຫ້​ຂຽນ​ທຸກໆ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ. ແລ້ວ​ບາຣຸກ​ກໍໄດ້​ຂຽນ​ຖ້ອຍຄຳ​ທັງໝົດ​ລົງ​ໃນ​ເຈ້ຍ​ມ້ວນ​ນັ້ນ.


ສະນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ, ບັນດາ​ລູກຊາຍ​ຂອງ​ເອຟາອີ​ຈາກ​ເມືອງ​ເນໂຕຟາ ແລະ​ຢາອາຊານີຢາ ຈາກ​ເມືອງ​ມາອາກາ ຈຶ່ງ​ໄດ້​ນຳ​ຄົນ​ຂອງ​ພວກ​ຕົນ​ໄປ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ.


ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ​ແລະ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທີ່​ມາ​ກັບ​ຕົນ ກໍ​ກຳກັບ​ເອົາ​ປະຊາຊົນ ທີ່​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ໄດ້​ຈັບ​ເອົາ​ມາ​ແຕ່​ເມືອງ​ມີຊະປາ​ໄປ​ເປັນ​ຊະເລີຍ ຫລັງຈາກ​ທີ່​ໄດ້​ລອບ​ສັງຫານ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ແລ້ວ ຄື​ພວກ​ທະຫານ, ພວກຜູ້ຍິງ, ພວກ​ເດັກນ້ອຍ ແລະ​ພວກ​ຊາຍ​ກະເທີຍ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ແກ່​ເຊຟານີຢາ ໃນ​ສະໄໝ​ຂອງ​ໂຢສີຢາ​ລູກຊາຍ​ຂອງ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ. (ເຊຟານີຢາ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ກະສັດ​ເຮເຊກີຢາ ທາງ​ອາມາຣີຢາ, ເກດາລີຢາ ແລະ​ກູຊີ.)


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka