Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 36:13 - ພຣະຄຳພີສັກສິ

13 ມີກາອີຢາ​ໄດ້​ບອກ​ຖ້ອຍຄຳ​ທັງໝົດ​ທີ່​ຕົນ​ໄດ້ຍິນ​ບາຣຸກ ອ່ານ​ສູ່​ປະຊາຊົນ​ຟັງ​ນັ້ນ​ສູ່​ພວກເຂົາ​ຟັງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 36:13
6 Jak'a apnaqawi uñst'ayäwi  

ຕໍ່ມາ ຊາຟານ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ມະຫາ​ປະໂຣຫິດ​ຮິນກີຢາ​ໄດ້​ເອົາ​ປື້ມ​ຫົວນີ້​ໃຫ້​ຂ້ານ້ອຍ.” ແລ້ວ​ຊາຟານ​ກໍໄດ້​ອ່ານ​ກົດບັນຍັດ​ໃນ​ປື້ມນັ້ນ​ສູ່​ກະສັດ​ຟັງ.


ເພາະ​ເຈົ້າ​ໄດ້​ຍອມ​ຟັງ​ແລະ​ເຈົ້າ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ພຣະເຈົ້າຢາເວ ເຈົ້າ​ຈີກ​ເຄື່ອງນຸ່ງ​ຂອງ​ເຈົ້າ​ແລະ​ຮ້ອງໄຫ້ ເມື່ອ​ເຈົ້າ​ໄດ້ຍິນ​ເຖິງ​ການ​ຂູ່ເຂັນ ທີ່​ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ເມືອງ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ເປັນ​ໜ້າຢ້ານກົວ ຄື​ເປັນ​ບ່ອນ​ທີ່​ຄົນ​ຈະ​ໃຊ້​ຊື່​ເມືອງ​ນີ້​ເປັນ​ຄຳສາບແຊ່ງ. ແຕ່​ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.


ພຣະເຈົ້າຢາເວ ກ່າວ​ວ່າ​ດັ່ງນີ້: “ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ແລະ​ຊາວ​ນະຄອນ​ທັງໝົດ​ດ້ວຍ​ຄຳສາບແຊ່ງ​ທີ່​ມີ​ຂຽນ​ໄວ້​ຢູ່​ໃນ​ໜັງສື​ນີ້ ທີ່​ໄດ້​ອ່ານ​ຕໍ່ໜ້າ​ກະສັດ​ແຫ່ງ​ຢູດາຍ.


ເມື່ອ​ມີກາອີຢາ​ລູກຊາຍ​ຂອງ​ເກມາຣິຢາ ແລະ​ຫລານຊາຍ​ຂອງ​ຊາຟານ ໄດ້ຍິນ​ບາຣຸກ​ອ່ານ​ຖ້ອຍຄຳ​ທັງໝົດ​ຂອງ​ພຣະເຈົ້າຢາເວ​ຈາກ​ໜັງສື​ມ້ວນ.


ເມື່ອ​ກະສັດ​ນີເນເວ​ໄດ້ຍິນ​ເຖິງ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ລຸກຂຶ້ນ​ຈາກ​ບັນລັງ​ແກ້​ເຄື່ອງ​ກະສັດ​ອອກ ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ແລະ​ນັ່ງ​ເທິງ​ຂີ້ເຖົ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka