ເຢເຣມີຢາ 36:12 - ພຣະຄຳພີສັກສິ12 ລາວຈຶ່ງໄປຣາຊວັງທີ່ຫ້ອງເລຂາທິການປະຈຳວັງ ບ່ອນທີ່ຂ້າຣາຊການທັງໝົດກຳລັງປະຊຸມກັນຢູ່. ເອລີຊາມາ ຜູ້ທີ່ເປັນເລຂາທິການ, ເດລາອີຢາ ລູກຊາຍຂອງເຊມາອີຢາ, ເອນນາທານລູກຊາຍຂອງອັກໂບ, ເກມາຣິຢາ ລູກຊາຍຂອງຊາຟານ, ເຊເດກີຢາລູກຊາຍຂອງຮານານີຢາ ແລະບັນດາເຈົ້ານາຍອື່ນໆກໍຢູ່ທີ່ນັ້ນດ້ວຍ. Uka jalj uñjjattʼäta |
ປະໂຣຫິດຮິນກີຢາ, ອາຮີກຳ, ອັກໂບ, ຊາຟານ ແລະອາສາອີຢາ ໄດ້ໄປປຶກສາຜູ້ທຳນວາຍຍິງຄົນໜຶ່ງຢູ່ທາງເຂດໃໝ່ຂອງນະຄອນເຢຣູຊາເລັມຊື່ວ່າ ຮຸນດາ. (ຜົວຂອງນາງຮຸນດາຊື່ວ່າຊານລູມ ລູກຊາຍຂອງຕິກວາ ແລະຫລານຊາຍຂອງຮາກຮາ; ຊານລູມເປັນຜູ້ຮັກສາເສື້ອຄຸມປະຈຳພຣະວິຫານ.) ຄົນເຫຼົ່ານີ້ໄດ້ເລົ່າເຫດການສູ່ນາງຟັງ.
ແລ້ວບັນດາຂ້າຣາຊການກໍໄປຫາກະສັດ ແລະເວົ້າວ່າ, “ຄົນຜູ້ນີ້ຈະຕ້ອງຖືກໂທດເຖິງຕາຍ. ລາວໄດ້ເຮັດໃຫ້ພວກທະຫານຢູ່ໃນເມືອງເສຍກຳລັງໃຈ ໂດຍເວົ້າເຊັ່ນນີ້; ລາວຈະເຮັດຢ່າງດຽວກັນອີກຕໍ່ທຸກຄົນທີ່ເຫຼືອຢູ່ໃນເມືອງນີ້. ລາວບໍ່ໄດ້ພະຍາຍາມຊ່ວຍເຫລືອປະຊາຊົນເລີຍ; ລາວມີແຕ່ຫາຄວາມທຸກມາໃຫ້ພວກເຂົາ.”