Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 36:1 - ພຣະຄຳພີສັກສິ

1 ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ ກະສັດ​ແຫ່ງ​ຢູດາຍ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,

Uka jalj uñjjattʼäta Copia luraña




ເຢເຣມີຢາ 36:1
9 Jak'a apnaqawi uñst'ayäwi  

ເຈົ້າ​ເຢໂຮຍອາກິມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.


ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ກະສັດ​ແຫ່ງ​ຢູດາຍ; ຂ້າພະເຈົ້າ​ໄດ້​ຮັບ​ຖ້ອຍຄຳ​ທີ່​ກ່ຽວກັບ​ປະຊາຊົນ​ທັງໝົດ​ຂອງ​ຢູດາຍ. (ເລື່ອງ​ນີ້​ໄດ້​ເກີດຂຶ້ນ​ໃນ​ປີ​ທີ​ໜຶ່ງ ທີ່​ເນບູ​ກາດເນັດຊາ​ໄດ້​ເປັນ​ກະສັດ​ແຫ່ງ​ບາບີໂລນ.)


“ເປັນ​ເວລາ​ຊາວສາມ​ປີ​ແລ້ວ ຄື​ນັບ​ຕັ້ງແຕ່​ປີ​ທີ​ສິບສາມ​ທີ່​ເຈົ້າ​ໂຢສີຢາ ລູກຊາຍ​ຂອງ​ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ມາ​ຈົນເຖິງ​ບັດນີ້ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ບໍ່ເຄີຍ​ປົກປິດ​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈາກ​ພວກທ່ານ​ເລີຍ. ແຕ່​ພວກທ່ານ​ບໍ່ໄດ້​ເອົາໃຈໃສ່.


ເມື່ອ​ເຈົ້າ​ເຢໂຮຍອາກິມ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,


ໃນ​ເດືອນ​ທີ​ເກົ້າ​ຂອງ​ຣາຊການ​ປີ​ທີ​ຫ້າ ຂອງ​ກະສັດ​ເຢໂຮຍອາກິມ​ລູກຊາຍ​ຂອງ​ໂຢສີຢາ​ແຫ່ງ​ຢູດາຍ​ນັ້ນ ປະຊາຊົນ​ໄດ້​ຖືສິນ​ອົດອາຫານ​ຕໍ່ໜ້າ​ພຣະເຈົ້າຢາເວ. ປະຊາຊົນ​ທັງໝົດ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ທັງໝົດ​ທີ່​ມາ​ຈາກ​ເມືອງ​ຂອງ​ຢູດາຍ​ກໍໄດ້​ຖືສິນ​ອົດອາຫານ.


ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ ລູກຊາຍ​ເຈົ້າ​ໂຢສີຢາ ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄດ້​ຈົດ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ​ໄວ້.


ໂດຍ​ເລີ່ມ​ຈາກ​ເອຢິບ​ກ່ອນ. ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ເຖິງ​ກອງທັບ​ຂອງ​ກະສັດ​ເນໂກ​ແຫ່ງ​ເອຢິບ ທີ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ເອົາ​ຊະນະ ທີ່​ກາກເກມິດ​ໃກ້​ກັບ​ແມ່ນໍ້າ​ເອີຟຣັດ​ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ໂຢສີຢາ ກະສັດ​ແຫ່ງ​ຢູດາຍ:


ໃນ​ປີ​ທີ​ສາມ ທີ່​ເຈົ້າ​ເຢໂຮຍອາກິມ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ອ້ອມ​ເມືອງ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka