ເຢເຣມີຢາ 35:6 - ພຣະຄຳພີສັກສິ6 ແຕ່ພວກເຂົາໄດ້ຕອບວ່າ, “ພວກເຮົາບໍ່ດື່ມເຫຼົ້າອະງຸ່ນ; ເພາະໂຢນາດາບ ລູກຊາຍຂອງເຣກາບຜູ້ເປັນບັນພະບຸລຸດຂອງພວກເຮົາໄດ້ບອກພວກເຮົາວ່າ, ‘ພວກເຈົ້າຢ່າດື່ມເຫຼົ້າອະງຸ່ນຊະນິດໃດໆຈັກເທື່ອ ຄືພວກເຈົ້າເອງ ແລະລູກຫລານຂອງພວກເຈົ້າດ້ວຍ. Uka jalj uñjjattʼäta |
ແລ້ວເຢຮູກໍໄດ້ອອກເດີນທາງຕໍ່ໄປ ເມື່ອຕາມທາງໄປນັ້ນເພິ່ນໄດ້ພົບໂຢນາດາບລູກຊາຍຂອງເຣກາບ. ເຢຮູຈຶ່ງຄຳນັບລາວ ແລະເວົ້າວ່າ, “ທ່ານ ແລະຂ້າພະເຈົ້າມີຄວາມຄິດແບບດຽວກັນ ທ່ານຈະສະໜັບສະໜູນຂ້າພະເຈົ້າຫລືບໍ່?” ໂຢນາດາບຕອບວ່າ, “ຈະສະໜັບສະໜູນ.” ເຢຮູບອກວ່າ, “ຖ້າດັ່ງນັ້ນ ຍື່ນມືຂອງທ່ານມາເບິ່ງດູ” ທັງສອງຈັບມືກັນ ແລະເຢຮູໄດ້ດຶງເອົາໂຢນາດາບຂຶ້ນລົດມ້າໄປນຳຕົນ