5 ແລ້ວຂ້າພະເຈົ້າກໍໄດ້ວາງຈອກແລະຖ້ວຍທີ່ມີເຫຼົ້າອະງຸ່ນເຕັມຢູ່ ໄວ້ຕໍ່ໜ້າຊາວເຣກາບ ແລະກ່າວແກ່ພວກເຂົາວ່າ, “ເຊີນດື່ມເຫຼົ້າອະງຸ່ນເຖີດ.”
ສະນັ້ນ ຈົ່ງກິນອາຫານທີ່ເຈົ້າມີແລະມີຄວາມສຸກສາເຖີດ; ດື່ມເຫຼົ້າອະງຸ່ນແລະເບີກບານໃຈສາເຖີດ. ສຳລັບພຣະເຈົ້າແລ້ວ ສິ່ງເຫຼົ່ານີ້ລ້ວນແຕ່ເປັນການຖືກຕ້ອງທັງສິ້ນ.
“ຈົ່ງໄປຫາສະມາຊິກຂອງຕະກຸນເຣກາບແລະກ່າວກັບພວກເຂົາ. ແລ້ວຈົ່ງນຳພວກເຂົາມາທີ່ຫ້ອງໜຶ່ງຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະເອົາເຫຼົ້າອະງຸ່ນໃຫ້ພວກເຂົາດື່ມ.”
ແຕ່ພວກເຈົ້າບັງຄັບຄົນນາຊີຣີດື່ມເຫຼົ້າອະງຸ່ນ; ແລະຫ້າມປາມພວກຜູ້ທຳນວາຍບໍ່ໃຫ້ປະກາດຖ້ອຍຄຳຂອງເຮົາ.
ແລະ ເມື່ອພວກເຂົາມາຈາກຕະຫລາດ ຖ້າບໍ່ໄດ້ຊຳລະຕົວກ່ອນ ພວກເຂົາກໍບໍ່ຍອມກິນ. ນອກຈາກນີ້ ພວກເຂົາຍັງຖືທຳນຽມອື່ນໆອີກຫລາຍຢ່າງເຊັ່ນວ່າ: ການລ້າງຖ້ວຍຊາມ, ໝໍ້, ເຄື່ອງໃຊ້ເປັນທອງແດງ ແລະທອງເຫລືອງ ແລະຕຽງນອນ.)
ນີ້ແຫຼະ ແມ່ນເຫດຜົນທີ່ເຮົາໄດ້ຂຽນມາເຖິງພວກເຈົ້າ ເພື່ອຢາກຈະລອງເບິ່ງວ່າ ພວກເຈົ້າຈະຍອມເຊື່ອຟັງຂໍ້ແນະນຳຂອງເຮົາທຸກປະການຫລືບໍ່.