Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 35:4 - ພຣະຄຳພີສັກສິ

4 ແລະ​ນຳ​ພວກເຂົາ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ. ຂ້າພະເຈົ້າ​ໄດ້​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ຫ້ອງ​ພວກ​ລູກຊາຍ​ຂອງ​ຮານານ ລູກຊາຍ​ຂອງ​ອິກດາລີຢາ​ຄົນ​ຂອງ​ພຣະເຈົ້າ. ຫ້ອງ​ນີ້​ຢູ່​ເທິງ​ຫ້ອງ​ຂອງ​ມາອາເສອີຢາ​ລູກຊາຍ​ຂອງ​ຊານລູມ ເຈົ້າໜ້າທີ່​ຄົນ​ສຳຄັນ​ຜູ້ໜຶ່ງ​ໃນ​ພຣະວິຫານ ແລະ​ໃກ້​ກັບ​ຫ້ອງ​ຂອງ​ເຈົ້າໜ້າທີ່​ຄົນອື່ນໆ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 35:4
35 Jak'a apnaqawi uñst'ayäwi  

ແຕ່​ພຣະເຈົ້າ​ໄດ້​ບອກ​ໃຫ້​ຜູ້ທຳນວາຍ​ເຊມາອີຢາ​ຄົນ​ຂອງ​ພຣະເຈົ້າ


ຍັງ​ມີ​ຄົນ​ຂອງ​ພຣະເຈົ້າ​ຄົນ​ໜຶ່ງ​ຈາກ​ຢູດາຍ ທີ່​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ໃຫ້​ໄປ​ທີ່​ເມືອງ​ເບັດເອນ. ເພິ່ນ​ໄດ້​ມາ​ຮອດ​ບ່ອນ​ນັ້ນ​ໃນ​ຂະນະທີ່​ກະສັດ​ເຢໂຣໂບອາມ ກຳລັງ​ຢືນ​ຖວາຍ​ເຄື່ອງ​ບູຊາ​ທີ່​ແທ່ນ.


ເມື່ອ​ຜູ້ທຳນວາຍ​ຜູ້ເຖົ້າ​ໄດ້ຍິນ​ກ່ຽວກັບ​ເຫດການ​ນີ້ ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ນັ້ນ​ຄື​ຄົນ​ຂອງ​ພຣະເຈົ້າ​ທີ່​ບໍ່​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ. ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ສົ່ງ​ສິງ​ມາ​ຄຸບ ແລະ​ກັດ​ເພິ່ນ​ຕາຍ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.”


ຜູ້​ເປັນ​ແມ່​ຈຶ່ງ​ເວົ້າ​ກັບ​ເອລີຢາ​ວ່າ, “ທ່ານ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ກັບ​ຂ້ານ້ອຍ​ແບບ​ນີ້? ທ່ານ​ມາ​ນີ້​ເພື່ອ​ທົບທວນ​ໃຫ້​ຫວນ​ລະນຶກເຖິງ​ບາບ​ຂອງ​ຂ້ານ້ອຍ​ແຕ່​ເກົ່າກ່ອນ ແລະ​ເປັນ​ເຫດ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ຕາຍ​ດ້ວຍ?”


ແມ່ໝ້າຍ​ໄດ້​ກ່າວ​ຕໍ່​ເອລີຢາ​ວ່າ, “ບັດນີ້ ຂ້ານ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ເປັນ​ຄົນ​ຂອງ​ພຣະເຈົ້າ; ແລະ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ທາງ​ທ່ານ​ຢ່າງ​ແທ້ຈິງ.”


ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ຫາ​ກະສັດ​ອາຮາບ ແລະ​ບອກ​ວ່າ, “ພຣະເຈົ້າຢາເວ​ບອກ​ໄວ້​ດັ່ງນີ້: ‘ເນື່ອງຈາກ​ຊາວ​ຊີເຣຍ​ເວົ້າ​ວ່າ ເຮົາ​ເປັນ​ພຣະເຈົ້າຢາເວ​ແຫ່ງ​ພູຜາ ແລະ​ບໍ່ແມ່ນ​ພຣະເຈົ້າ​ແຫ່ງ​ບ່ອນ​ຮາບພຽງ’ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ກອງທັບ​ໃຫຍ່​ຂອງ​ພວກເຂົາ ແລ້ວ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ແລ້ວ​ເພິ່ນ​ກໍໄດ້​ໃຊ້​ນາຍ​ທະຫານ​ຜູ້ໜຶ່ງ​ພ້ອມ​ທັງ​ທະຫານ​ຫ້າສິບ​ຄົນ ໄປ​ຈັບ​ເອລີຢາ. ນາຍ​ທະຫານ​ເຫັນ​ເອລີຢາ​ກຳລັງ​ນັ່ງ​ຢູ່​ເທິງ​ເນີນພູ ລາວ​ຈຶ່ງ​ຮ້ອງ​ໃສ່​ເພິ່ນ​ວ່າ, “ຄົນ​ຂອງ​ພຣະເຈົ້າ​ເອີຍ ກະສັດ​ສັ່ງ​ໃຫ້​ເຈົ້າ​ລົງ​ມາ.”


ແລ້ວ​ປະໂຣຫິດ​ເຢໂຮຍອາດາ​ກໍ​ເອົາ​ຫີບ​ໜ່ວຍ​ໜຶ່ງ​ມາ​ເຈາະ​ຮູ​ໃສ່​ຝາ​ຫີບ ແລະ​ນຳ​ເອົາ​ໄປ​ວາງ​ໄວ້​ໃກ້​ກັບ​ແທ່ນບູຊາ​ຢູ່​ເບື້ອງຂວາ​ທາງ​ເຂົ້າ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກ​ປະໂຣຫິດ​ຜູ້​ມີ​ໜ້າທີ່​ຢູ່​ທາງ​ເຂົ້າ​ນັ້ນ ໄດ້​ເອົາ​ເງິນ​ທັງໝົດ​ຂອງ​ພວກ​ທີ່​ນຳມາ​ວິຫານ​ຂອງ​ພຣະເຈົ້າຢາເວ​ໃສ່​ໄວ້​ໃນ​ຫີບ.


ນອກຈາກນີ້​ແລ້ວ ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ ກໍໄດ້​ຈັບ​ເອົາ​ຄົນ​ໄປ​ເປັນ​ຊະເລີຍ​ເຊັ່ນ: ຫົວໜ້າ​ມະຫາ​ປະໂຣຫິດ​ເສຣາອີຢາ, ເຊຟານີຢາ​ຮອງ​ມະຫາ​ປະໂຣຫິດ ແລະ​ຂ້າຣາຊການ​ຜູ້​ສຳຄັນ​ຂອງ​ພຣະວິຫານ​ສາມ​ຄົນ.


ດັ່ງນັ້ນ ນາອາມານ​ຈຶ່ງ​ລົງ​ໄປ​ທີ່​ແມ່ນໍ້າ​ຈໍແດນ​ຈຸ່ມຕົວ​ລົງ​ໃນ​ນໍ້າ​ເຈັດ​ຄັ້ງ ຕາມ​ຄຳແນະນຳ​ຂອງ​ຄົນ​ຂອງ​ພຣະເຈົ້າ ແລະ​ລາວ​ກໍ​ຫາຍ​ດີ​ເປັນ​ປົກກະຕິ. ເນື້ອໜັງ​ຂອງ​ລາວ​ສະອາດ​ເສາະໃສ​ດີ​ເປັນ​ປົກກະຕິ​ດັ່ງ​ເນື້ອໜັງ​ຂອງ​ເດັກນ້ອຍ.


ເກຮາຊິ​ຄົນ​ຮັບໃຊ້​ຂອງ​ເອລີຊາ​ກໍ​ຄິດ​ໃນໃຈ​ວ່າ, “ນາຍ​ຂອງເຮົາ​ໄດ້​ປ່ອຍ​ໃຫ້​ນາອາມານ​ໜີໄປ​ລ້າໆ ໂດຍ​ບໍ່ໄດ້​ຫຍັງໝົດ ເພິ່ນ​ຄວນ​ຮັບ​ເອົາ​ສິ່ງຂອງ​ທີ່​ຄົນ​ຊີເຣຍ​ຜູ້​ນັ້ນ​ມອບ​ໃຫ້. ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ເຮົາ​ຈະ​ແລ່ນ​ຕາມ​ລາວ​ໄປ ແລະ​ເອົາ​ບາງ​ສິ່ງ​ຈາກ​ລາວ.”


ດັ່ງນັ້ນ ກະສັດ​ແຫ່ງ​ອິດສະຣາເອນ​ຈຶ່ງ​ໄດ້​ສົ່ງ​ຖ້ອຍຄຳ​ທີ່​ຄົນ​ຂອງ​ພຣະເຈົ້າ​ບອກ​ໄປຫາ​ທະຫານ ທີ່​ຢູ່​ໃນ​ບ່ອນ​ນັ້ນ​ໃຫ້​ລະມັດ​ລະວັງຕົວ. ເຫດການ​ຢ່າງ​ນີ້​ໄດ້​ເກີດຂຶ້ນ​ຫລາຍ​ຄັ້ງ​ຫລາຍຄາວ.


ຝ່າຍ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ໃຫ້​ນາຍ​ທະຫານ​ປະຈຳຕົວ​ຂອງ​ເພິ່ນ ເປັນ​ຜູ້ເຝົ້າຍາມ​ປະຕູ​ເມືອງ. ນາຍ​ທະຫານ​ຜູ້​ນີ້​ຖືກ​ປະຊາຊົນ​ຢຽບ​ຕາຍ ຊຶ່ງ​ເປັນ​ໄປ​ຕາມ​ທີ່​ເອລີຊາ​ໄດ້​ບອກ​ໄວ້​ກ່ອນ ຕອນ​ທີ່​ກະສັດ​ໄປ​ຫາ​ເພິ່ນ​ນັ້ນ.


ນາຍ​ທະຫານ​ປະຈຳຕົວ​ຂອງ​ກະສັດ​ໄດ້​ເວົ້າ​ຕໍ່​ເອລີຊາ​ວ່າ, “ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ຈະ​ເປີດ​ປ່ອງຢ້ຽມ​ແຫ່ງ​ຟ້າ​ສະຫວັນ​ໃຫ້ ສິ່ງນີ້​ຈະ​ເປັນ​ໄປໄດ້​ບໍ່?” ເອລີຊາ​ຕອບ​ວ່າ, “ທ່ານ​ຈະ​ໄດ້​ເຫັນ​ສິ່ງ​ນີ້​ເກີດຂຶ້ນ​ກັບຕາ​ຂອງທ່ານ​ເປັນແນ່ ແຕ່​ທ່ານ​ເອງ​ຈະ​ບໍ່ໄດ້​ກິນ.”


ພວກເຂົາ​ຢູ່​ໃກ້​ກັບ​ວິຫານ​ຂອງ​ພຣະເຈົ້າ​ເພາະ​ແມ່ນ​ໜ້າທີ່​ຂອງ​ພວກເຂົາ​ທີ່​ຈະ​ຮັກສາ​ແລະ​ໄຂ​ປະຕູ​ທີ່​ທາງ​ເຂົ້າ​ໃນ​ທີ່ນັ້ນ​ທຸກໆ​ເຊົ້າ.


ເພື່ອ​ປະຕິບັດ​ຕາມ​ກົດລະບຽບ​ທີ່​ກະສັດ​ດາວິດ​ພໍ່​ຂອງ​ເພິ່ນ​ໄດ້​ວາງ​ໄວ້ ເພິ່ນ​ໄດ້​ຈັດ​ວຽກ​ປະຈຳວັນ​ໃຫ້​ແກ່​ພວກ​ປະໂຣຫິດ ແລະ​ພວກເລວີ​ທີ່​ເປັນ​ຜູ້​ຊ່ວຍ​ຮ້ອງເພງ​ແລະ​ເຮັດ​ວຽກ​ໃຫ້​ພວກ​ປະໂຣຫິດ. ເພິ່ນ​ຍັງ​ໄດ້​ຈັດຕັ້ງ​ໃຫ້​ມີ​ທະຫານ​ເຝົ້າຍາມ​ພຣະວິຫານ​ເປັນ​ໝວດໆ ເພື່ອ​ເຮັດ​ໜ້າທີ່​ປະຈຳວັນ ຢູ່​ຕາມ​ແຕ່ລະ​ປະຕູ​ເຂົ້າ​ພຣະວິຫານ ຕາມ​ຂໍ້ຄຳສັ່ງ​ຂອງ​ກະສັດ​ດາວິດ​ຄົນ​ຂອງ​ພຣະເຈົ້າ.


ຢູ່​ໃນ​ເດີ່ນ​ວິຫານ​ຂອງ​ພຣະອົງ​ພຽງແຕ່​ວັນດຽວ ກໍດີກວ່າ​ພັນວັນ​ຢູ່​ໃນ​ທີ່​ອື່ນໆ. ໄດ້​ຢືນ​ຢູ່​ທີ່​ປະຕູ​ວິຫານ​ຂອງ​ພຣະເຈົ້າ ກໍດີກວ່າ​ໄດ້​ຢູ່​ໃນ​ເຮືອນ​ຂອງ​ຄົນຊົ່ວຮ້າຍ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເຢເຣມີຢາ ເມື່ອ​ເຈົ້າ​ເຊເດກີຢາ​ກະສັດ​ແຫ່ງ​ຢູດາຍ​ໄດ້​ໃຫ້​ປັດຊູ ລູກຊາຍ​ຂອງ​ມັນກີຢາ ແລະ​ປະໂຣຫິດ​ເຊຟານີຢາ​ລູກຊາຍ​ຂອງ​ມາອາເສອີຢາ ມາ​ຫາ​ເພິ່ນ ພວກເຂົາ​ໄດ້ກ່າວ​ວ່າ,


ເມື່ອ​ບັນດາ​ພວກ​ເຈົ້ານາຍ​ຂອງ​ຢູດາຍ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ ພວກເຂົາ​ກໍ​ຟ້າວ​ອອກ​ຈາກ​ວັງ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໄປ​ນັ່ງ​ທີ່​ທາງເຂົ້າ​ປະຕູ​ໃໝ່​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ນຳ​ເອົາ​ຕະກຸນ​ເຣກາບ​ທັງໝົດ​ມາ ເຊັ່ນ: ຢາຊານີຢາ (ລູກຊາຍ​ຂອງ​ເຢເຣມີຢາ​ຄົນອື່ນ ຜູ້​ເປັນ​ລູກ​ຂອງ​ຮາບາຊີນີຢາ) ພ້ອມ​ດ້ວຍ​ອ້າຍ​ເອື້ອຍ​ນ້ອງ​ແລະ​ລູກຊາຍ​ທັງໝົດ


ນອກຈາກນີ້ ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ຍັງ​ໄດ້​ຈັບ​ເອົາ​ຄົນ​ໄປ​ເປັນ​ຊະເລີຍ ດັ່ງນີ້: ມະຫາ​ປະໂຣຫິດ​ເສຣາອີຢາ, ປະໂຣຫິດ​ຮອງ​ເຊຟານີຢາ ແລະ​ເຈົ້າໜ້າທີ່​ສຳຄັນ​ສາມ​ຄົນ​ອີກ​ໃນ​ພຣະວິຫານ.


ທີ່​ເດີ່ນ​ດ້ານນອກ​ນັ້ນ ແມ່ນ​ຫ້ອງ​ທີ່​ຕໍ່ໄປ​ສູ່​ປະຕູ​ດ້ານໃນ​ທາງ​ດ້ານ​ເໜືອ. ປະຕູ​ນີ້​ໄຂ​ໄປ​ສູ່​ຫ້ອງໂຖງ​ຊຶ່ງ​ຢູ່​ກົງ​ກັນ​ກັບ​ເດີ່ນ ແລະ​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ລ້າງ​ຊາກ​ສັດ​ທີ່​ຈະ​ເຜົາ​ເປັນ​ເຄື່ອງ​ບູຊາ.


ກະສັດ​ທັງຫລາຍ​ສ້າງ​ຂອບ​ປະຕູ ແລະ​ເສົາ​ປະຕູ​ວັງ​ຂອງ​ພວກເຂົາ ໃສ່​ຕໍ່ໜ້າ​ຂອບ​ປະຕູ​ກັບ​ເສົາ​ປະຕູ​ຂອງ​ພຣະວິຫານ​ຂອງເຮົາ ເພື່ອ​ວ່າ​ຈະ​ໃຫ້​ມີ​ແຕ່​ຝາ​ເທົ່ານັ້ນ​ຂັ້ນ​ລະຫວ່າງ​ວິຫານ​ຂອງເຮົາ​ແລະ​ເຮືອນ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເຮັດ​ໃຫ້​ນາມ​ຂອງເຮົາ​ເປັນ​ທີ່​ອັບອາຍ​ຂາຍໜ້າ ໂດຍ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ພວກເຂົາ​ໄດ້​ເຮັດ; ສະນັ້ນ ເຮົາ​ຈຶ່ງ​ໂກດຮ້າຍ ແລະ​ທຳລາຍ​ພວກເຂົາ.


ຕໍ່ໄປນີ້ ແມ່ນ​ຄຳອວຍພອນ​ທີ່​ໂມເຊ​ຄົນ​ຂອງ​ພຣະເຈົ້າ ໄດ້​ກ່າວ​ໃຫ້​ປະຊາຊົນ​ອິດສະຣາເອນ​ກ່ອນ​ເພິ່ນ​ຈະ​ຕາຍ.


ແຕ່​ເຈົ້າ ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ຈົ່ງ​ຫລີກ​ເວັ້ນ​ຈາກ​ສິ່ງ​ເຫຼົ່ານັ້ນ​ທັງໝົດ​ເສຍ. ຈົ່ງ​ໃຫ້​ໃຈ​ຂອງ​ເຈົ້າ​ຈົດຈໍ່​ຢູ່​ທີ່​ຄວາມ​ຊອບທຳ ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ ຄວາມເຊື່ອ ຄວາມຮັກ ຄວາມ​ໝັ່ນພຽນ ແລະ​ຄວາມ​ອ່ອນສຸພາບ.


ເພື່ອ​ຄົນ​ຂອງ​ພຣະເຈົ້າ​ຈະ​ບັນລຸ​ຜົນ​ສຳເລັດ ແລະ​ຈັດຕຽມ​ໄວ້​ພ້ອມ​ສຳລັບ​ການ​ດີ​ທຸກຢ່າງ.


ມື້ໜຶ່ງ ມີ​ບາງຄົນ​ຈາກ​ເຜົ່າ​ຢູດາ​ໄດ້​ມາ​ຫາ​ໂຢຊວຍ​ທີ່​ເມືອງ​ກິນການ. ກາເລັບ ລູກຊາຍ​ຂອງ​ເຢຟຸນເນ​ຊາວ​ເກນິດ ແມ່ນ​ຜູ້ໜຶ່ງ​ໃນ​ຈຳນວນ​ພວກ​ນີ້. ລາວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ທີ່​ກາເດັດ​ບາກເນອາ ເລື່ອງ​ຂອງທ່ານ​ແລະ​ຂ້າພະເຈົ້າ​ແກ່​ໂມເຊ​ຄົນ​ຂອງ​ພຣະເຈົ້າ.


ມີ​ຄົນຂອງ​ພຣະເຈົ້າ​ຜູ້ໜຶ່ງ​ໄດ້ມາຫາ​ເອລີ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້​ວ່າ, ‘ໃນ​ຄາວ​ທີ່​ອາໂຣນ ບັນພະບຸລຸດ​ຂອງ​ເຈົ້າ​ພ້ອມ​ກັບ​ຄອບຄົວ​ຂອງ​ລາວ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ຂອງ​ກະສັດ​ເອຢິບ​ນັ້ນ ເຮົາ​ໄດ້​ປາກົດ​ໃຫ້​ລາວ​ເຫັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka