Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 35:2 - ພຣະຄຳພີສັກສິ

2 “ຈົ່ງ​ໄປ​ຫາ​ສະມາຊິກ​ຂອງ​ຕະກຸນ​ເຣກາບ​ແລະ​ກ່າວ​ກັບ​ພວກເຂົາ. ແລ້ວ​ຈົ່ງ​ນຳ​ພວກເຂົາ​ມາ​ທີ່​ຫ້ອງ​ໜຶ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ເອົາ​ເຫຼົ້າ​ອະງຸ່ນ​ໃຫ້​ພວກເຂົາ​ດື່ມ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 35:2
21 Jak'a apnaqawi uñst'ayäwi  

ຊານ​ຂອງ​ຫ້ອງ​ສາມ​ຊັ້ນ​ແຕ່ລະ​ຊັ້ນ ທີ່​ຕໍ່​ຕົວ​ພຣະວິຫານ​ອອກ​ໄປ​ສູງ​ສອງ​ແມັດ​ຊາວ​ເຊັນ ຊຶ່ງ​ສ້າງ​ຕິດ​ຝາ​ຂອງ​ພຣະວິຫານ​ໂດຍ​ໃຊ້​ໄມ້ແປກ​ເປັນ​ໄມ້​ຂາງ.


ທາງເຂົ້າ​ຫ້ອງ​ຊັ້ນລຸ່ມ ທີ່​ຕໍ່​ຕົວ​ພຣະວິຫານ​ອອກ​ໄປ​ສູ່​ທາງ​ໃຕ້​ຂອງ​ພຣະວິຫານ​ນີ້ ມີ​ຂັ້ນໄດ​ຂຶ້ນ​ໄປ​ຫາ​ຊັ້ນ​ທີ​ສອງ ແລະ​ຊັ້ນ​ທີ​ສາມ.


ຕະກຸນ​ຕ່າງໆ​ຂອງ​ຜູ້​ຊ່ຽວຊານ​ທາງການຂຽນ ແລະ​ລອກ​ເອກະສານ ທີ່​ອາໄສ​ຢູ່​ຕາມ​ເມືອງ​ຢາເບດ ມີ​ດັ່ງນີ້: ຕີຣາດ, ຊີເມອາດ ແລະ​ສູກາດ. ພວກເຂົາ​ແມ່ນ​ຊາວ​ເກນິດ ທີ່​ໄດ້​ແຕ່ງງານ​ກັບ​ຊາວ​ເຣກາບ.


ພວກເຂົາ​ໄດ້​ຮັບ​ມອບໝາຍ​ໜ້າທີ່​ດັ່ງ​ຕໍ່ໄປນີ້: ຊ່ວຍ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ ກ່ຽວກັບ​ການ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຮັກສາ​ບົວລະບັດ​ເດີ່ນ​ແລະ​ຫ້ອງ​ຕ່າງໆ ແລະ​ຮັກສາ​ຄວາມສະອາດ​ສິ່ງ​ສັກສິດ​ທຸກຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ;


ເພິ່ນ​ໄດ້​ບອກ​ໃຫ້​ໂຊໂລໂມນ​ຮູ້​ແຜນຜັງ​ທີ່​ເພິ່ນ​ໄດ້​ຄິດ​ໃນໃຈ​ກ່ຽວກັບ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຫ້ອງ​ອື່ນໆ​ທີ່​ອ້ອມຮອບ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ ແລະ​ຫ້ອງ​ໄວ້​ຂອງ​ສຳລັບ​ເຄື່ອງໃຊ້​ໃນ​ພຣະວິຫານ​ແລະ​ເຄື່ອງ​ທີ່​ອຸທິດຖວາຍ.


ນາຍເຝົ້າຍາມ​ສີ່​ຄົນ​ແມ່ນ​ຊາວ​ເລວີ ແລະ​ພວກເຂົາ​ມີ​ຄວາມ​ຮັບຜິດຊອບ​ຢ່າງ​ເດັດຂາດ. ພວກເຂົາ​ຮັບຜິດຊອບ​ຫ້ອງ​ຕ່າງໆ​ແລະ​ຊັບສົມບັດ​ຕ່າງໆ​ທີ່​ເປັນ​ຂອງ​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ຊາວ​ເລວີ​ບາງ​ຄອບຄົວ​ຮັບຜິດຊອບ​ດົນຕຼີ​ໃນ​ພຣະວິຫານ. ຫົວໜ້າ​ຄອບຄົວ​ເຫຼົ່ານີ້​ໄດ້​ຢູ່​ໃນ​ຕຶກ​ອື່ນໆ​ຂອງ​ພຣະວິຫານ ແລະ​ໄດ້​ຖືກ​ຍົກເວັ້ນ​ຈາກ​ໜ້າທີ່​ອື່ນໆ ຍ້ອນ​ພວກເຂົາ​ຮັບຜິດຊອບ​ເຮັດ​ວຽກ​ທັງເວັນ​ແລະ​ທັງຄືນ.


ເພິ່ນ​ໄດ້​ໃຊ້​ຄຳ​ໜັກ​ປະມານ​ຫ້າຮ້ອຍ​ເຈັດສິບ​ກຼາມ ເຮັດ​ຕະປູ ແລະ​ຝາ​ຫ້ອງ​ຊັ້ນ​ເທິງ​ກໍ​ໂອບ​ດ້ວຍ​ຄຳ​ເຊັ່ນກັນ.


ຕາມ​ຄຳສັ່ງ​ຂອງ​ກະສັດ, ພວກເຂົາ​ໄດ້​ຕຽມ​ຫ້ອງ​ມ້ຽນ​ເຄື່ອງ​ໄວ້​ໃນ​ບໍລິເວນ​ວິຫານ​ຂອງ​ພຣະເຈົ້າຢາເວ


ຂໍ​ໃຫ້​ພວກທ່ານ​ຮັກສາ​ສິ່ງຂອງ​ເຫຼົ່ານີ້​ໄວ້​ໃຫ້​ດີ ຈົນກວ່າ​ພວກທ່ານ​ໄປຮອດ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢູ່​ທີ່​ນັ້ນ ໃນ​ຫ້ອງ​ຂອງ​ປະໂຣຫິດ ໃຫ້​ພວກທ່ານ​ຊັ່ງ​ເບິ່ງ​ນໍ້າໜັກ​ສິ່ງຂອງ​ເຫຼົ່ານີ້ ແລະ​ມອບ​ໃຫ້​ບັນດາ​ຜູ້ນຳ​ປະໂຣຫິດ​ຊາວ​ເລວີ ແລະ​ຜູ້ນຳ​ຂອງ​ປະຊາຊົນ​ອິດສະຣາເອນ​ໃນ​ນະຄອນ​ເຢຣູຊາເລັມ.”


ເພິ່ນ​ໄດ້​ອະນຸຍາດ​ໃຫ້​ໂຕບີຢາ​ໃຊ້​ຫ້ອງ​ໃຫຍ່​ຫ້ອງ​ໜຶ່ງ ຊຶ່ງ​ແຕ່​ກ່ອນ​ໄດ້​ໃຊ້​ມ້ຽນເຄື່ອງ​ຖວາຍ​ໂດຍ​ສະເພາະ​ເຊັ່ນ: ພືດຜົນ​ເປັນເມັດ​ກັບ​ເຄື່ອງຫອມ, ເຄື່ອງໃຊ້​ປະຈຳ​ພຣະວິຫານ, ເຄື່ອງ​ຖວາຍ​ຕ່າງໆ​ສຳລັບ​ບັນດາ​ປະໂຣຫິດ ແລະ​ໜຶ່ງສ່ວນສິບ​ຂອງ​ພືດຜົນ​ເປັນເມັດ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ​ທີ່​ໄດ້​ຖວາຍ​ໃຫ້​ຊາວ​ເລວີ, ໃຫ້​ພວກ​ນັກຮ້ອງ ແລະ​ໃຫ້​ພວກ​ຄົນເຝົ້າຍາມ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ນຳ​ເອົາ​ຕະກຸນ​ເຣກາບ​ທັງໝົດ​ມາ ເຊັ່ນ: ຢາຊານີຢາ (ລູກຊາຍ​ຂອງ​ເຢເຣມີຢາ​ຄົນອື່ນ ຜູ້​ເປັນ​ລູກ​ຂອງ​ຮາບາຊີນີຢາ) ພ້ອມ​ດ້ວຍ​ອ້າຍ​ເອື້ອຍ​ນ້ອງ​ແລະ​ລູກຊາຍ​ທັງໝົດ


ແລະ​ນຳ​ພວກເຂົາ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ. ຂ້າພະເຈົ້າ​ໄດ້​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ຫ້ອງ​ພວກ​ລູກຊາຍ​ຂອງ​ຮານານ ລູກຊາຍ​ຂອງ​ອິກດາລີຢາ​ຄົນ​ຂອງ​ພຣະເຈົ້າ. ຫ້ອງ​ນີ້​ຢູ່​ເທິງ​ຫ້ອງ​ຂອງ​ມາອາເສອີຢາ​ລູກຊາຍ​ຂອງ​ຊານລູມ ເຈົ້າໜ້າທີ່​ຄົນ​ສຳຄັນ​ຜູ້ໜຶ່ງ​ໃນ​ພຣະວິຫານ ແລະ​ໃກ້​ກັບ​ຫ້ອງ​ຂອງ​ເຈົ້າໜ້າທີ່​ຄົນອື່ນໆ.


ພວກເຮົາ​ເຊື່ອຟັງ​ຄຳແນະນຳ​ທັງໝົດ​ທີ່​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ​ໄດ້​ມອບ​ໃຫ້. ພວກເຮົາ​ຕະຫລອດ​ທັງ​ເມຍ, ລູກຊາຍ ແລະ​ລູກສາວ​ບໍ່ເຄີຍ​ດື່ມ​ເຫຼົ້າ​ອະງຸ່ນ​ຈັກເທື່ອ.


ທີ່​ກຳແພງ​ຂ້າງ​ນອກ​ຂອງ​ທຸກໆ​ຫ້ອງ ແລະ​ກຳແພງ​ຂ້າງ​ໃນ ລະຫວ່າງ​ແຕ່ລະ​ຫ້ອງ​ມີ​ປ່ອງນ້ອຍ. ຕາມ​ກຳແພງ​ຂ້າງ​ໃນ​ທີ່​ກົງ​ກັບ​ທາງຍ່າງ​ນັ້ນ ໄດ້​ຖືກ​ແກະສະຫລັກ​ເປັນ​ຮູບ​ຕົ້ນ​ຕານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka