Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 35:16 - ພຣະຄຳພີສັກສິ

16 ເຊື້ອສາຍ​ຂອງ​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ​ໄດ້​ເຊື່ອຟັງ​ຄຳສັ່ງ ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ມອບ​ໃຫ້, ແຕ່​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 35:16
8 Jak'a apnaqawi uñst'ayäwi  

ອີຊະໂບເຊັດ​ມີ​ຂ້າຣາຊການ​ສອງ​ຄົນ​ທີ່​ເປັນ​ຫົວໜ້າ​ກອງປຸ້ນ​ຄື: ບາອານາ​ແລະ​ເຣກາບ, ທັງສອງ​ນີ້​ເປັນ​ລູກຊາຍ​ຂອງ​ຣິມໂມນ ໄທ​ເມືອງ​ເບເອໂຣດ​ໃນ​ເຜົ່າ​ເບັນຢາມິນ. (ເບເອໂຣດ​ຖືກ​ນັບ​ເຂົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຜົ່າ​ເບັນຢາມິນ.


ງົວ​ຍັງ​ຮູ້ຈັກ​ເຈົ້າຂອງ ແລະ​ລໍ​ກໍ​ຍັງ​ຮູ້ຈັກ​ບ່ອນ​ທີ່​ນາຍ​ເອົາ​ໄປ​ລ້ຽງ, ແຕ່​ຊາດ​ອິດສະຣາເອນ ປະຊາຊົນ​ຂອງເຮົາ​ບໍ່​ຮູ້ຈັກ​ສໍ່ານັ້ນ​ເລີຍ. ພວກເຂົາ​ບໍ່​ເຂົ້າໃຈ​ຫຍັງ​ຈັກດີ້.”


ເຊື້ອສາຍ​ຂອງ​ໂຢນາດາບ​ລູກຊາຍ​ຂອງ​ເຣກາບ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ລາວ ໂດຍ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ຈົນເຖິງ​ທຸກ​ວັນນີ້ ກໍ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ດື່ມ​ເລີຍ. ແຕ່​ເຮົາ​ໄດ້​ສືບຕໍ່​ກ່າວ​ແກ່​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຊື່ອຟັງ​ເຮົາ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, ຈົ່ງ​ປ່ຽນທາງ​ດຳເນີນ​ຊີວິດ ແລະ​ການກະທຳ​ຂອງ​ພວກເຈົ້າ​ສາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ບ່ອນ​ນີ້.


ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ພວກ​ປະໂຣຫິດ​ວ່າ, “ລູກ​ຍ່ອມ​ໃຫ້ກຽດ​ພໍ່​ແມ່​ຂອງຕົນ ແລະ​ຄົນ​ຮັບໃຊ້​ຍ່ອມ​ນັບຖື​ນາຍ​ຂອງຕົນ. ເຮົາ​ເປັນ​ພໍ່​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ໃຫ້ກຽດ​ເຮົາ? ເຮົາ​ເປັນ​ເຈົ້ານາຍ​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ນັບຖື​ເຮົາ? ພວກເຈົ້າ​ດູຖູກ​ເຮົາ ແລະ​ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຈົ້າ​ຍັງ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໝິ່ນປະໝາດ​ພຣະນາມ​ຂອງ​ພຣະອົງ​ຢ່າງໃດ?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka