Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 34:8 - ພຣະຄຳພີສັກສິ

8 ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເຢເຣມີຢາ ຫຼັງຈາກ​ກະສັດ​ເຊເດກີຢາ​ກັບ​ຊາວ​ນະຄອນ​ເຢຣູຊາເລັມ​ໄດ້​ເຮັດ​ຂໍ້​ຕົກລົງ​ຢ່າງໜຶ່ງ ທີ່​ຈະ​ປົດປ່ອຍ​ພວກ​ທາດຮັບໃຊ້​ຊາວ​ເຮັບເຣີ​ທັງ​ຊາຍ​ແລະ​ຍິງ

Uka jalj uñjjattʼäta Copia luraña




ເຢເຣມີຢາ 34:8
18 Jak'a apnaqawi uñst'ayäwi  

ປະໂຣຫິດ​ເຢໂຮຍອາດາ​ໄດ້​ໃຫ້​ກະສັດ​ໂຢອາດ​ແລະ​ປະຊາຊົນ​ເຮັດ​ພັນທະສັນຍາ​ຕໍ່​ພຣະເຈົ້າຢາເວ​ວ່າ ພວກຕົນ​ຈະ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ຍັງ​ໄດ້​ເຮັດ​ພັນທະສັນຍາ​ລະຫວ່າງ​ກະສັດ​ແລະ​ປະຊາຊົນ.


ປະໂຣຫິດ​ເຢໂຮຍອາດາ ໂດຍ​ມີ​ກະສັດ​ໂຢອາດ​ພ້ອມ​ປະຊາຊົນ​ເຂົ້າ​ຮ່ວມ ໄດ້​ເຮັດ​ພິທີ​ຕັ້ງ​ພັນທະສັນຍາ​ວ່າ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.


ບັດນີ້ ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ເຮັດ​ພັນທະສັນຍາ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ວ່າ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ພວກເຮົາ​ຕໍ່ໄປ.


ຍ້ອນ​ສິ່ງ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ນັ້ນ; ພວກເຮົາ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ ຈຶ່ງ​ໄດ້​ເຊັນ​ຂໍ້​ຕົກລົງ​ຢ່າງ​ແທ້ຈິງ​ໄວ້​ໃນ​ທີ່​ນີ້ ແລະ​ບັນດາ​ຜູ້ນຳ, ຊາວ​ເລວີ ແລະ​ບັນດາ​ປະໂຣຫິດ​ຂອງ​ພວກເຮົາ​ກໍໄດ້​ປະທັບຕາ​ໄວ້​ດ້ວຍ.


ການ​ຖືສິນ​ອົດອາຫານ​ແບບ​ທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງນີ້: ຄື​ແກ້​ໂສ້​ແຫ່ງ​ການກົດຂີ່ ແລະ​ປົດ​ແອກ​ແຫ່ງ​ຄວາມ​ບໍ່​ຍຸດຕິທຳ ແລະ​ປົດປ່ອຍ​ຄົນ​ທີ່​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສະຖິດ​ກັບ​ເຮົາ. ເພາະ​ພຣະເຈົ້າຢາເວ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະເສີດ​ໄປ​ສູ່​ຜູ້​ຍາກຈົນ ເພື່ອ​ປິ່ນປົວ​ຄົນ​ລະທົມ​ໃຈ​ແລະ​ຊອກຊໍ້າ ເພື່ອ​ປະກາດ​ການ​ປົດປ່ອຍ​ແກ່​ຊະເລີຍເສິກ ແລະ​ເສລີພາບ​ແກ່​ຜູ້​ທີ່​ຖືກ​ຂັງ​ຄຸກ.


ເພາະສະນັ້ນ ບັດນີ້​ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ; ພວກເຈົ້າ​ບໍ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄດ້​ຮັບ​ອິດສະຫລະ​ພາບ. ດີ​ແລ້ວ ບັດນີ້​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ມີ​ອິດສະຫລະ​ພາບ, ພຣະເຈົ້າຢາເວ​ກ່າວ​ວ່າ ຄື​ອິດສະຫລະ​ພາບ​ທີ່​ຈະ​ຕາຍ​ໂດຍ​ສົງຄາມ, ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການ​ຕາຍອຶດ​ຕາຍຫິວ. ເຮົາ​ຈະ​ເຮັດ​ໃຫ້​ທຸກໆ​ຊົນຊາດ​ໃນ​ໂລກນີ້​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກເຂົາ.


ໃນ​ທຳນອງນີ້ ພວກເຈົ້າ​ຈົ່ງ​ຕັ້ງ​ປີ​ທີ​ຫ້າສິບ​ໄວ້​ຕ່າງຫາກ ແລະ​ປະກາດ​ອິດສະລະພາບ​ໃຫ້​ປະຊາຊົນ​ໃນ​ປະເທດ​ທຸກ​ຄົນ. ໃນ​ປີ​ນີ້​ຊັບສົມບັດ​ທັງໝົດ​ທີ່​ໄດ້​ຖືກ​ຂາຍ​ໄປ​ນັ້ນ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າ​ຂອງ​ເດີມ ຫລື​ເຊື້ອສາຍ​ຂອງ​ລາວ ແລະ​ຜູ້ໃດ​ທີ່​ຖືກ​ຊື້​ມາ​ເປັນ​ຄົນ​ຮັບໃຊ້ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ຄອບຄົວ​ຂອງ​ລາວ.


“ຖ້າ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຜູ້ໜຶ່ງ ບໍ່​ວ່າ​ຊາຍ​ຫລື​ຍິງ​ກໍດີ​ຂາຍ​ຕົວ​ເອງ ເປັນ​ຄົນ​ຮັບໃຊ້ ໃຫ້​ພວກເຈົ້າ​ປ່ອຍ​ລາວ​ເປັນ​ອິດສະຫລະ ຫລັງຈາກ​ລາວ​ໄດ້​ຮັບໃຊ້​ພວກເຈົ້າ​ເປັນ​ເວລາ​ຫົກ​ປີ. ເມື່ອ​ປີ​ທີ​ເຈັດ​ມາ​ເຖິງ​ໃຫ້​ພວກເຈົ້າ​ປ່ອຍ​ລາວ​ເປັນ​ອິດສະຫລະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka