Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 34:7 - ພຣະຄຳພີສັກສິ

7 ໃນ​ຂະນະທີ່​ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກຳລັງ​ໂຈມຕີ​ເມືອງ​ຢູ່. ກອງທັບ​ນັ້ນ​ໄດ້​ໂຈມຕີ​ເມືອງ​ລາກິດ ແລະ​ອາເຊກາ ຊຶ່ງ​ເປັນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ເຫຼືອ​ຢູ່​ໃນ​ຢູດາຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 34:7
18 Jak'a apnaqawi uñst'ayäwi  

ແລ້ວ​ກໍ​ມີ​ການ​ປອງຮ້າຍ​ຂຶ້ນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເພື່ອ​ລອບ​ສັງຫານ​ເຈົ້າ​ອາມາຊີຢາ. ເພິ່ນ​ໄດ້​ປົບໜີໄປ​ທີ່​ເມືອງ​ລາກິດ ແຕ່​ພວກ​ສັດຕູ​ໄດ້​ໄລ່ຕາມ​ໄປ​ທັນ​ຈຶ່ງ​ຂ້າ​ເພິ່ນ​ເສຍ​ໃນ​ທີ່ນັ້ນ.


ຂ້າຣາຊການ​ອັດຊີເຣຍ​ໄດ້ຍິນ​ວ່າ ກະສັດ​ໄດ້​ອອກ​ແຕ່​ເມືອງ​ລາກິດ​ໄປ ແລະ​ກຳລັງ​ສູ້ຮົບ​ຢູ່​ໃກ້ໆ​ກັບ​ເມືອງ​ລິບນາ ລາວ​ຈຶ່ງ​ໄປ​ປຶກສາ​ນຳ​ເພິ່ນ​ຢູ່​ທີ່​ນັ້ນ.


ເພິ່ນ​ໄດ້​ສ້າງ​ເມືອງ​ຕ່າງໆ​ໃນ​ເຂດ​ເນີນພູ​ຂອງ​ຢູດາຍ ແລະ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ ແລະ​ຫໍຄອຍ​ຫລາຍ​ບ່ອນ​ໄວ້​ໃນ​ປ່າ.


ແລ້ວ​ເພິ່ນ​ກໍ​ສັ່ງ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ຈາກ​ເມືອງ​ລາກິດ ນຳ​ກຳລັງ​ທະຫານ​ຢ່າງ​ຫລວງຫລາຍ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ບັງຄັບ​ໃຫ້​ເຈົ້າ​ເຮເຊກີຢາ​ຍອມ​ຈຳນົນ. ຂ້າຣາຊການ​ຜູ້ນັ້ນ​ໄດ້​ຢຶດ​ຖະໜົນ​ບ່ອນ​ຊັກ​ຜ້າ ໂດຍ​ທາງ​ຄັນຄູ​ຊຶ່ງ​ສົ່ງ​ນໍ້າ​ມາ​ແຕ່​ສະ​ບ່ອນ​ສູງ.


ແລ້ວ​ປະຊາຊົນ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ໄປ​ຮ້ອງໄຫ້ ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ບັນດາ​ພະ​ທີ່​ພວກເຂົາ​ຖວາຍບູຊາ​ໃຫ້, ແຕ່​ພະ​ເຫຼົ່ານັ້ນ​ຈະ​ບໍ່​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້​ເລີຍ ເມື່ອ​ໄພພິບັດ​ມາເຖິງ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ກັບ​ກອງທັບ​ຂອງ​ເພິ່ນ ໂດຍ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ກຳລັງ​ທະຫານ​ຂອງ​ຊົນຊາດ​ທັງໝົດ​ທີ່​ຂຶ້ນ​ກັບ​ເພິ່ນ ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ທັງຫລາຍ​ທີ່​ໃກ້ຄຽງ.


ຈົ່ງ​ເປົ່າແກ​ສັນຍານ​ໄພ​ໄປ​ທົ່ວ​ດິນແດນ​ຢູດາຍ ຈົ່ງ​ຮ້ອງ​ສຽງ​ດັງໆ ອອກ​ມາ​ໃຫ້​ຊັດແຈ້ງ ຈົ່ງ​ບອກ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໃຫ້​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ໄວ້.


ປະຊາຊົນ​ຂອງ​ພຣະເຈົ້າ​ໄດ້​ຖາມ​ກັນ​ວ່າ, “ເປັນຫຍັງ​ຈຶ່ງ​ເມົາ​ນັ່ງ​ເສີຍ​ຢູ່? ຮິບ​ມາ​ເຖີດ ໃຫ້​ພວກເຮົາ​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ຕາຍ​ຢູ່​ໃນ​ທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ລົງໂທດ​ພວກເຮົາ​ໃຫ້​ເຖິງ​ຕາຍ​ສາ​ແລ້ວ; ພຣະອົງ​ໄດ້​ໃຫ້​ພວກເຮົາ​ດື່ມ​ຢາ​ເບື່ອ ຍ້ອນ​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ພວກເຈົ້າ​ທີ່​ຢູ່​ໃນ​ເມືອງ​ລາກິດ ຈົ່ງ​ເອົາ​ມ້າ​ໃສ່​ລົດຮົບ​ຂອງ​ພວກເຈົ້າ​ຕຽມໄວ້. ພວກເຈົ້າ​ໄດ້​ເຮັດ​ບາບ​ຕາມ​ພວກ​ອິດສະຣາເອນ; ສະນັ້ນ ມັນ​ຈຶ່ງ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ມີ​ບາບ.


ພວກເຂົາ​ຈະ​ໂຈມຕີ​ທຸກໆ​ເມືອງ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ແມ່ນແຕ່​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ​ສູງ ທີ່​ພວກເຈົ້າ​ເຊື່ອ​ວ່າ​ປອດໄພ​ກໍ​ຈະ​ລົ້ມ​ທະລາຍ​ລົງ.


ດັ່ງນັ້ນ ເຈົ້າ​ອາໂດນີ​ເຊເດັກ​ຈຶ່ງ​ໄດ້​ສົ່ງ​ຄົນ​ນຳ​ສານ ໄປ​ຫາ​ເຈົ້າ​ໂຮຮາມ​ກະສັດ​ແຫ່ງ​ເຮັບໂຣນ, ເຈົ້າ​ປີຣາມ​ກະສັດ​ແຫ່ງ​ຢາຣະມຸດ, ເຈົ້າ​ຢາເຟຍ​ກະສັດ​ແຫ່ງ​ລາກິດ ແລະ ເຈົ້າ​ເດບີ​ກະສັດ​ແຫ່ງ​ເອກໂລນ​ວ່າ,


ຝ່າຍ​ກະສັດ​ຂອງ​ຊາວ​ອາໂມ​ທັງ​ຫ້າ​ຄົນ​ນັ້ນ​ຄື: ກະສັດ​ແຫ່ງ​ເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະ​ເອກໂລນ ກໍໄດ້​ຮ່ວມ​ກຳລັງ​ກັນ​ຍົກທັບ​ມາ​ອ້ອມ ແລະ​ເຂົ້າ​ບຸກໂຈມຕີ​ເມືອງ​ກີເບໂອນ.


ກະສັດ​ຂອງ​ຢາຣະມຸດ, ກະສັດ​ຂອງ​ລາກິດ,


ຢາຣະມຸດ, ອາດຸນລຳ, ໂສໂກ, ອາເຊກາ,


ລາກິດ, ໂບຊະກາດ, ເອກໂລນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka