ເຢເຣມີຢາ 34:22 - ພຣະຄຳພີສັກສິ22 ພຣະເຈົ້າຢາເວກ່າວວ່າ, ເຮົາຈະສັ່ງພວກເຂົາ ແລະພວກເຂົາຈະກັບຄືນມາເມືອງນີ້ໂລດ. ພວກເຂົາຈະໂຈມຕີເມືອງທັງຢຶດ ແລະຈູດເມືອງຖິ້ມ. ເຮົາຈະເຮັດໃຫ້ເມືອງຂອງຢູດາຍເປັນບ່ອນທີ່ບໍ່ມີຜູ້ໃດອາໄສຢູ່ ດັ່ງຖິ່ນແຫ້ງແລ້ງກັນດານ.” Uka jalj uñjjattʼäta |
ສະນັ້ນ ພຣະອົງຈຶ່ງໄດ້ນຳເອົາກະສັດແຫ່ງບາບີໂລນ ມາໂຈມຕີພວກເຂົາ. ກະສັດໄດ້ຂ້າຊາຍໜຸ່ມຊາວຢູດາແມ່ນແຕ່ໃນວິຫານແຫ່ງສະຖານທີ່ສັກສິດຂອງພວກເຂົາ. ເພິ່ນບໍ່ໄດ້ເມດຕາຕໍ່ຜູ້ໃດຜູ້ໜຶ່ງເລີຍ, ບໍ່ວ່າໜຸ່ມຫລືແກ່, ຊາຍຫລືຍິງ, ເຈັບປ່ວຍຫລືຢູ່ດີມີແຮງ. ພຣະເຈົ້າໄດ້ມອບພວກເຂົາໃຫ້ຢູ່ໃຕ້ອຳນາດຂອງເພິ່ນ.
ພຣະເຈົ້າຢາເວໄດ້ກ່າວວ່າ, “ປະຊາຊົນກຳລັງເວົ້າວ່າ ບ່ອນນີ້ເປັນດັ່ງຖິ່ນແຫ້ງແລ້ງກັນດານ; ໃນທີ່ນັ້ນບໍ່ມີແມ່ນແຕ່ຄົນ ແລະສັດອາໄສຢູ່. ເຂົາເວົ້າຖືກແລ້ວ; ເມືອງຂອງຢູດາຍກັບຕາມທ້ອງຖະໜົນຂອງນະຄອນເຢຣູຊາເລັມກໍຫວ່າງເປົ່າ; ບໍ່ມີຄົນຫລືສັດອາໄສຢູ່ເລີຍ, ແຕ່ໃນບ່ອນເຫຼົ່ານີ້ ພວກເຈົ້າຈະໄດ້ຍິນອີກເທື່ອໃໝ່