Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 34:21 - ພຣະຄຳພີສັກສິ

21 ເຮົາ​ຈະ​ມອບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ແລະ​ພວກ​ຂ້າຣາຊການ​ຂອງ​ລາວ​ໃຫ້​ຄົນ​ທີ່​ຢາກ​ຂ້າ​ພວກເຂົາ​ດ້ວຍ. ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ກອງທັບ​ຂອງ​ບາບີໂລນ ທີ່​ຢຸດ​ໂຈມຕີ​ພວກເຈົ້າ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 34:21
16 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ຈັບ​ກະສັດ​ເຊເດກີຢາ ໄປ​ຫາ​ກະສັດ​ເນບູ​ກາດເນັດຊາ​ຢູ່​ໃນ​ເມືອງ​ຣິບລາ ແລະ​ເນບູ​ກາດເນັດຊາ​ກໍໄດ້​ພິພາກສາ​ໂທດ​ເພິ່ນ​ຢູ່​ທີ່​ນັ້ນ.


ແລະ​ມອບ​ເຈົ້າ​ໃຫ້​ແກ່​ປະຊາຊົນ​ທີ່​ພວກເຈົ້າ​ຢ້ານກົວ ຄື​ພວກ​ທີ່​ຢາກ​ຂ້າ​ພວກເຈົ້າ​ຖິ້ມ. ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ທະຫານ​ຂອງ​ລາວ.


ກະສັດ​ເຊເດກີຢາ​ໄດ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ທີ່ນັ້ນ ແລະ​ກ່າວຫາ​ຂ້າພະເຈົ້າ​ວ່າ, “ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ທຳນວາຍ​ວ່າ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ‘ເຮົາ​ກຳລັງ​ໃຫ້​ກະສັດ​ແຫ່ງ​ບາບີໂລນ​ຢຶດເອົາ​ນະຄອນ​ນີ້


ແລະ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ກໍ​ຈະ​ປົບໜີໄປ​ບໍ່ໄດ້. ລາວ​ຈະ​ຖືກ​ຈັບ​ສົ່ງ​ໄປ​ໃຫ້​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ໄດ້​ເຫັນ​ກະສັດ​ແຫ່ງ​ບາບີໂລນ​ໜ້າຕໍ່ໜ້າ ທັງ​ຈະ​ເວົ້າ​ກັບ​ລາວ​ຕົວຕໍ່ຕົວ.


ກະສັດ​ເນບູ​ກາດເນັດຊາ​ໄດ້​ປະຫານ​ຊີວິດ​ພວກ​ລູກຊາຍ​ຂອງ​ເຈົ້າ​ເຊເດກີຢາ ຢູ່​ທີ່​ເມືອງ​ຣິບລາ​ຕໍ່ໜ້າ​ຂອງ​ເຈົ້າ​ເຊເດກີຢາ​ເອງ ແລະ​ເພິ່ນ​ກໍໄດ້​ປະຫານ​ບັນດາ​ຂ້າຣາຊການ​ແຫ່ງ​ຢູດາຍ​ເຊັ່ນກັນ.


ພຣະເຈົ້າຢາເວ​ກ່າວວ່າ, ‘ເຮົາ​ຈະ​ມອບ​ກະສັດ​ຟາໂຣ​ໂຮຟະຣາ​ແຫ່ງ​ເອຢິບ ໃຫ້​ແກ່​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ລາວ​ນັ້ນ ດັ່ງ​ທີ່​ເຮົາ​ໄດ້​ມອບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ໃຫ້​ແກ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ຄື​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ລາວ.”’


ກະສັດ​ແຫ່ງ​ບາບີໂລນ​ໄດ້​ຕັດສິນ ໃຫ້​ປະຫານ​ພວກ​ລູກຊາຍ​ຂອງ​ເຈົ້າ​ເຊເດກີຢາ ທີ່​ເມືອງ​ຣິບລາ​ຕໍ່ໜ້າຕໍ່ຕາ​ຂອງ​ເຈົ້າ​ເຊເດກີຢາ ທັງ​ໄດ້​ໃຫ້​ປະຫານ​ພວກ​ຂ້າຣາຊການ​ຂອງ​ຢູດາຍ​ດ້ວຍ.


ແຕ່​ກອງທັບ​ບາບີໂລນ​ໄດ້​ໄລ່ຕາມ​ໄປ​ທັນ​ກະສັດ​ເຊເດກີຢາ ແລະ​ຈັບ​ເພິ່ນ​ໄດ້​ຢູ່​ທີ່​ທົ່ງພຽງ​ໃກ້​ເມືອງ​ເຢຣິໂກ ແລະ​ທະຫານ​ກໍ​ແຕກ​ໜີ​ປະ​ເພິ່ນ​ໄປ​ໝົດ.


ພວກເຂົາ​ຈັບ​ເອົາ​ຜູ້​ທີ່​ຊີ້ຂາດ​ຊີວິດ​ຂອງ​ພວກເຮົາ ຄື​ກະສັດ​ຜູ້​ທີ່​ພຣະເຈົ້າຢາເວ​ເອງ​ໄດ້​ຊົງ​ເຈີມໄວ້​ນັ້ນ ຄື​ຜູ້​ທີ່​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ຕົວ​ເພິ່ນ ເພື່ອ​ປົກປ້ອງ​ພວກເຮົາ​ຈາກ​ພວກ​ຮຸກຮານ.


“ຈົ່ງ​ຖາມ​ຄົນ​ກະບົດ​ເຫຼົ່ານັ້ນ​ເບິ່ງດູ​ວ່າ, ‘ພວກເຈົ້າ​ຮູ້​ຄວາມໝາຍ​ຂອງ​ຄຳ​ປຽບທຽບ​ນັ້ນ​ຫລື​ບໍ?’ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ກະສັດ​ແຫ່ງ​ບາບີໂລນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຈັບ​ກະສັດ​ພ້ອມ​ທັງ​ບັນດາ​ຂ້າຣາຊການ​ຂອງ​ກະສັດ​ກັບຄືນ​ໄປ​ສູ່​ບາບີໂລນ​ກັບ​ຕົນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ກະສັດ​ຜູ້​ນີ້​ກໍ​ຈະ​ຕາຍ​ໃນ​ບາບີໂລນ​ສັນນັ້ນ; ເພາະ​ລາວ​ໄດ້​ລະເມີດ​ຄຳ​ສາບານ ແລະ​ຄຳໝັ້ນ​ສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ກະສັດ​ແຫ່ງ​ບາບີໂລນ ຜູ້​ທີ່​ໄດ້​ຕັ້ງ​ລາວ​ຂຶ້ນ​ນັ່ງ​ບັນລັງ​ນັ້ນ.


ເຮົາ​ຈະ​ຫວ່ານ​ຕາໜ່າງ​ຂອງ​ພວກ​ນັກໂຫ່ເນື້ອ​ຈັບ​ເອົາ​ລາວ. ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ບາບີໂລນ ແລະ​ລົງໂທດ​ລາວ​ຢູ່​ທີ່​ນັ້ນ ເພາະ​ລາວ​ບໍ່ໄດ້​ສັດຊື່​ຕໍ່​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka