Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 34:20 - ພຣະຄຳພີສັກສິ

20 ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ພວກເຂົາ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ຖືກ​ຝູງນົກ​ເຈາະ​ແລະ​ຖືກ​ສັດປ່າ​ກັດກິນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 34:20
25 Jak'a apnaqawi uñst'ayäwi  

ຄົນ​ໃດ​ໃນ​ຄອບຄົວ​ຂອງ​ເຈົ້າ​ທີ່​ຕາຍ​ໃນເມືອງ​ກໍ​ຈະ​ຖືກ​ໝາ​ກັດ​ກິນ ແລະ​ຄົນ​ໃດ​ທີ່​ຕາຍ​ຢູ່​ນອກເມືອງ​ກໍ​ຈະ​ຖືກ​ແຮ້ງ​ເຈາະ​ກິນ. ສຳລັບ​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.”’


ຄົນ​ໃດ​ໃນ​ຄອບຄົວ​ຂອງ​ເຈົ້າ​ທີ່​ຕາຍ​ໃນເມືອງ​ຈະ​ຖືກ​ໝາ​ກັດ​ກິນ ແລະ​ຄົນ​ໃດ​ທີ່​ຕາຍ​ຢູ່​ນອກເມືອງ​ກໍ​ຈະ​ຖືກ​ແຮ້ງ​ເຈາະ​ກິນ.”


ພວກເຂົາ​ໄດ້​ປະ​ຊາກສົບ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ຝູງ​ແຮ້ງ​ກິນ ແລະ​ສັດປ່າ​ກໍ​ກິນ​ຊາກສົບ​ຜູ້ຮັບໃຊ້​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ຊາວ​ອານາທົດ​ຕ້ອງການ​ໃຫ້​ຂ້າພະເຈົ້າ​ຖືກ​ຂ້າ ແລະ​ພວກເຂົາ​ກໍ​ບອກ​ວ່າ, ພວກເຂົາ​ຈະ​ຂ້າ​ຂ້າພະເຈົ້າ​ເສຍ ຖ້າ​ຂ້າພະເຈົ້າ​ຍັງ​ສືບຕໍ່​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ຢູ່.


ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກ​ນັ້ນ​ຄື​ນົກ​ໂຕໜຶ່ງ ຖືກ​ຝູງ​ແຫລວ​ຫຸ້ມລ້ອມ​ໂຈມຕີ​ທຸກ​ດ້ານ​ທຸກ​ແຈ. ຈົ່ງ​ໃຫ້​ຄົນ​ເອີ້ນ​ເອົາ​ສັດປ່າ​ທັງຫລາຍ​ມາ ຮ່ວມ​ສັງສັນ​ໃນ​ງານກິນລ້ຽງ​ເທາະ


ພວກເຂົາ​ຈະ​ຕາຍ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ​ໜັກ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ຝັງ​ພວກເຂົາ​ໄວ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຢຽດຢາຍ​ດັ່ງ​ກອງຝຸ່ນ​ຢູ່​ຕາມ​ເທິງ​ໜ້າດິນ. ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສົງຄາມ ຫລື​ຕາຍອຶດ​ຕາຍຢາກ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ເປັນ​ອາຫານ​ສຳລັບ​ຝູງນົກ ແລະ​ຝູງ​ສັດປ່າ.”


ເພາະ​ໃນ​ບ່ອນ​ນີ້​ເຮົາ​ຈະ​ທຳລາຍ​ແຜນການ​ທັງປວງ​ຂອງ​ຊາວ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຊະນະ​ພວກເຂົາ ແລະ​ສັງຫານ​ພວກເຂົາ​ໃນ​ສະໜາມຮົບ. ເຮົາ​ຈະ​ໃຫ້​ຝູງນົກ​ແລະ​ຝູງ​ສັດປ່າ​ໄດ້​ກິນ​ຊາກສົບ​ຂອງ​ພວກເຂົາ​ເປັນ​ອາຫານ.


ແຕ່​ສຳລັບ​ເຈົ້າ ບັນດາ​ຂ້າຣາຊການ​ຂອງເຈົ້າ ແລະ​ປະຊາຊົນ​ທີ່​ລອດຕາຍ​ຈາກ​ສົງຄາມ, ຈາກ​ການ​ຕາຍອຶດ​ຕາຍຫິວ ແລະ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ​ນັ້ນ ເຮົາ​ຈະ​ໃຫ້​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ສັດຕູ​ທີ່​ຢາກ​ຈະ​ຂ້າ​ພວກເຈົ້າ​ນັ້ນ​ຈັບ​ໄປ. ເນບູ​ກາດເນັດຊາ​ຈະ​ຂ້າ​ພວກເຈົ້າ. ລາວ​ຈະ​ບໍ່​ໄວ້​ຊີວິດ​ຜູ້ໃດ​ເລີຍ ຫລື​ເມດຕາປານີ​ຜູ້ໃດ​ທັງສິ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


ແລະ​ມອບ​ເຈົ້າ​ໃຫ້​ແກ່​ປະຊາຊົນ​ທີ່​ພວກເຈົ້າ​ຢ້ານກົວ ຄື​ພວກ​ທີ່​ຢາກ​ຂ້າ​ພວກເຈົ້າ​ຖິ້ມ. ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ທະຫານ​ຂອງ​ລາວ.


ດັ່ງນັ້ນ ກະສັດ​ເຊເດກີຢາ​ຈຶ່ງ​ສັນຍາ​ກັບ​ຂ້າພະເຈົ້າ​ເປັນ​ທາງ​ລັບ​ວ່າ, “ເຮົາ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ຄື​ພຣະເຈົ້າ​ອົງ​ໃຫ້​ຊີວິດ​ແກ່​ພວກເຮົາ​ວ່າ ເຮົາ​ຈະ​ບໍ່​ລົງໂທດ​ເຈົ້າ​ໃຫ້​ເຖິງ​ຕາຍ ຫລື​ຈະ​ບໍ່​ມອບ​ເຈົ້າ​ໄວ້​ໃນ​ກຳມື​ຂອງ​ຄົນ​ທີ່​ຢາກ​ຈະ​ຂ້າ​ເຈົ້າ.”


ກະສັດ​ເນບູ​ກາດເນັດຊາ​ໄດ້​ປະຫານ​ຊີວິດ​ພວກ​ລູກຊາຍ​ຂອງ​ເຈົ້າ​ເຊເດກີຢາ ຢູ່​ທີ່​ເມືອງ​ຣິບລາ​ຕໍ່ໜ້າ​ຂອງ​ເຈົ້າ​ເຊເດກີຢາ​ເອງ ແລະ​ເພິ່ນ​ກໍໄດ້​ປະຫານ​ບັນດາ​ຂ້າຣາຊການ​ແຫ່ງ​ຢູດາຍ​ເຊັ່ນກັນ.


ເຖິງ​ຄາວ​ເຄາະກຳ​ສາ​ແລ້ວ ນະຄອນ​ເຢຣູຊາເລັມ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ນຸ່ງ​ເຄື່ອງ​ສີແດງແຈດ​ເຊັ່ນນັ້ນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໃສ່​ເຄື່ອງເອ້ ແຕ້ມຄິ້ວ​ແຕ້ມ​ຕາ? ເຈົ້າ​ຕົບແຕ່ງ​ໃຫ້​ງາມ​ໂດຍ​ບໍ່ມີ​ປະໂຫຍດ ຄູ່ຮັກ​ຂອງເຈົ້າ​ນັ້ນ​ໄດ້​ປະຖິ້ມ​ເຈົ້າ​ໄປ​ແລ້ວ​ເດ ແລະ​ລາວ​ຍັງ​ຢາກ​ຈະ​ຂ້າ​ເຈົ້າ​ຖິ້ມ​ຊໍ້າ.


ພຣະເຈົ້າຢາເວ​ກ່າວວ່າ, ‘ເຮົາ​ຈະ​ມອບ​ກະສັດ​ຟາໂຣ​ໂຮຟະຣາ​ແຫ່ງ​ເອຢິບ ໃຫ້​ແກ່​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ລາວ​ນັ້ນ ດັ່ງ​ທີ່​ເຮົາ​ໄດ້​ມອບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ໃຫ້​ແກ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ຄື​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ລາວ.”’


ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ເອລາມ​ຢ້ານກົວ​ເຫຼົ່າ​ສັດຕູ ຄື​ຜູ້​ທີ່​ຢາກ​ຂ້າ​ພວກເຂົາ. ເຮົາ​ຈະ​ທຳລາຍ​ປະຊາຊົນ​ເອລາມ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງເຮົາ ພຣະເຈົ້າຢາເວ​ກ່າວ​ວ່າ ແລະ​ເຮົາ​ຈະ​ສົ່ງ​ກອງທັບ​ທັງຫລາຍ​ມາ​ຕໍ່ສູ້​ຈົນກວ່າ​ເຮົາ​ໄດ້​ກຳຈັດ​ພວກເຂົາ​ໃຫ້​ໝົດໄປ.


ຊາກສົບ​ຕ່າງໆ​ຈະ​ກາຍເປັນ​ອາຫານ​ຂອງ​ຝູງນົກ ແລະ​ສັດປ່າ​ທັງຫລາຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄລ່​ມັນ​ໜີໄປ​ຈາກ​ທີ່ນັ້ນ.


ອັນ​ນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: “ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ຜູ້​ທີ່​ເຈົ້າ​ກຽດຊັງ​ແລະ​ລັງກຽດ.


ເຮົາ​ຈະ​ລາກ​ເຈົ້າ​ພ້ອມ​ກັບ​ປາ​ທັງໝົດ​ຂຶ້ນ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ຮ່າງ​ຂອງ​ເຈົ້າ​ຈະ​ຕົກລົງ​ກັບ​ພື້ນດິນ​ແລະ​ຖືກ​ປະ​ໄວ້​ໂດຍ​ບໍ່ມີ​ຜູ້ໃດ​ຝັງ. ເຮົາ​ຈະ​ເອົາ​ຮ່າງ​ນັ້ນ​ໃຫ້​ຝູງນົກ​ແລະ​ຝູງ​ສັດປ່າ​ກິນ​ເປັນ​ອາຫານ.


ເຮົາ​ຈະ​ໂຍນ​ເຈົ້າ​ລົງ​ເທິງ​ພື້ນດິນ ແລະ​ນຳ​ຝູງນົກ​ກັບ​ຝູງສັດ​ທັງໝົດ​ໃນ​ໂລກ​ມາ​ກັດ​ກິນ​ເຈົ້າ.


ເມື່ອ​ພວກເຈົ້າ​ຕາຍໄປ ແຮ້ງ​ແລະ​ສັດປ່າ​ຈະ​ມາ​ກິນ​ຊາກສົບ ແລະ​ຈະ​ບໍ່ມີ​ໃຜ​ໄລ່​ພວກ​ມັນ​ໜີໄປ.


ລາວ​ເວົ້າ​ທ້າທາຍ​ດາວິດ​ວ່າ, “ເຂົ້າ​ມາ​ພີ້ ກູ​ຈະ​ເອົາ​ຊາກສົບ​ຂອງ​ມຶງ​ໃຫ້​ນົກ​ແລະ​ສັດປ່າ​ກິນ.”


ມື້ນີ້ແຫລະ ພຣະເຈົ້າຢາເວ​ຈະ​ມອບ​ເຈົ້າ​ໄວ້​ໃນ​ກຳມື​ຂອງຂ້ອຍ, ຂ້ອຍ​ຈະ​ຊະນະ​ເຈົ້າ ແລະ​ຕັດ​ຫົວ​ຂອງ​ເຈົ້າ. ສ່ວນ​ຊາກສົບ​ຂອງ​ພວກ​ທະຫານ​ຟີລິດສະຕິນ​ນັ້ນ ຂ້ອຍ​ຈະ​ເອົາ​ໃຫ້​ນົກ ແລະ​ສັດປ່າ​ກິນ. ແລ້ວ​ທົ່ວ​ທັງໂລກ​ກໍ​ຈະ​ຮູ້​ວ່າ​ຊາດ​ອິດສະຣາເອນ​ມີ​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka