ເຢເຣມີຢາ 34:18 - ພຣະຄຳພີສັກສິ18-19 ບັນດາເຈົ້ານາຍຂອງອານາຈັກຢູດາຍ ແລະຂອງນະຄອນເຢຣູຊາເລັມ, ຮ່ວມກັບບັນດາເຈົ້ານາຍໃນຣາຊວັງ, ພວກປະໂຣຫິດ ແລະບັນດາຜູ້ນຳທັງໝົດໄດ້ເຮັດພັນທະສັນຍາກັບເຮົາ ໂດຍຍ່າງຜ່ານງົວເຖິກໂຕໜຶ່ງທີ່ພວກເຂົາໄດ້ຕັດເປັນສອງຕ່ອນ. ແຕ່ພວກເຂົາໄດ້ຝ່າຝືນ ແລະບໍ່ຮັກສາພັນທະສັນຍານັ້ນ. ສະນັ້ນ ເຮົາຈຶ່ງຈະເຮັດຕໍ່ປະຊາຊົນດັ່ງທີ່ພວກເຂົາໄດ້ເຮັດຕໍ່ງົວເຖິກນັ້ນ. Uka jalj uñjjattʼäta |
ຖ້າພວກເຈົ້າບໍ່ຖືຮັກສາພັນທະສັນຍາ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງພວກເຈົ້າໄວ້ ແລະຖ້າພວກເຈົ້າໄປຮັບໃຊ້ແລະຂາບໄຫວ້ພະອື່ນ ແລ້ວພຣະເຈົ້າຢາເວກໍຈະລົງໂທດພວກເຈົ້າດ້ວຍຄວາມໂກດຮ້າຍ ແລະໃນອີກບໍ່ດົນຈະບໍ່ມີໃຜໃນພວກເຈົ້າເຫຼືອຢູ່ໃນດິນແດນອັນສວຍງາມ ທີ່ພຣະອົງໄດ້ມອບໃຫ້ແກ່ພວກເຈົ້າ.”