Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 34:17 - ພຣະຄຳພີສັກສິ

17 ເພາະສະນັ້ນ ບັດນີ້​ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ; ພວກເຈົ້າ​ບໍ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄດ້​ຮັບ​ອິດສະຫລະ​ພາບ. ດີ​ແລ້ວ ບັດນີ້​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ມີ​ອິດສະຫລະ​ພາບ, ພຣະເຈົ້າຢາເວ​ກ່າວ​ວ່າ ຄື​ອິດສະຫລະ​ພາບ​ທີ່​ຈະ​ຕາຍ​ໂດຍ​ສົງຄາມ, ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການ​ຕາຍອຶດ​ຕາຍຫິວ. ເຮົາ​ຈະ​ເຮັດ​ໃຫ້​ທຸກໆ​ຊົນຊາດ​ໃນ​ໂລກນີ້​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກເຂົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 34:17
26 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຮາມານ​ຈຶ່ງ​ຖືກ​ແຂວນຄໍ​ໃສ່​ບ່ອນ​ທີ່​ລາວ​ເອງ​ໄດ້​ສ້າງ​ຂຶ້ນ ເພື່ອ​ແຂວນຄໍ​ມໍເດໄກ. ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ກະສັດ​ກໍໄດ້​ເຢັນລົງ.


ເມື່ອ​ພວກເຂົາ​ຖາມ​ເຈົ້າ​ວ່າ, ‘ພວກເຮົາ​ຄວນ​ຈະ​ໄປ​ໃສ?’ ຈົ່ງ​ບອກ​ພວກເຂົາ​ວ່າ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ບາງຄົນ​ຈະ​ຕາຍ​ຍ້ອນ​ເຄາະກຳ​ພະຍາດ​ໂຣຄາ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ຄົນອື່ນ​ອີກ​ຈະ​ຕາຍ​ຍ້ອນ​ເຄາະກຳ​ໃນ​ສົງຄາມ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ບາງຄົນ​ຈະ​ຕາຍ​ຍ້ອນ​ເຄາະກຳ​ການອຶດຢາກ​ນາໆ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ ຄົນອື່ນ​ອີກ​ຮັບ​ເຄາະກຳ​ຍ້ອນ​ຖືກ​ຈັບ​ເປັນ​ຊະເລີຍ ບ່ອນນັ້ນແຫລະ ທີ່​ພວກເຂົາ​ຈະ​ພາກັນ​ໄປ​ນັ້ນ.’


ເຮົາ​ຈະ​ໃຫ້​ທຸກ​ຊົນຊາດ​ທົ່ວໂລກ​ຕົກໃຈ​ຢ້ານ​ໃນ​ເຫດການ ທີ່​ເກີດຂຶ້ນ​ກັບ​ພວກເຂົາ​ກໍ​ເພາະ​ສິ່ງ​ທີ່​ມານາເຊ​ລູກຊາຍ​ຂອງ​ເຮເຊກີຢາ ໄດ້​ເຮັດ​ໃນ​ນະຄອນ​ເຢຣູຊາເລັມ ເມື່ອ​ລາວ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ.”


ແຕ່​ສຳລັບ​ເຈົ້າ ບັນດາ​ຂ້າຣາຊການ​ຂອງເຈົ້າ ແລະ​ປະຊາຊົນ​ທີ່​ລອດຕາຍ​ຈາກ​ສົງຄາມ, ຈາກ​ການ​ຕາຍອຶດ​ຕາຍຫິວ ແລະ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ​ນັ້ນ ເຮົາ​ຈະ​ໃຫ້​ເນບູ​ກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ ແລະ​ເຫຼົ່າ​ສັດຕູ​ທີ່​ຢາກ​ຈະ​ຂ້າ​ພວກເຈົ້າ​ນັ້ນ​ຈັບ​ໄປ. ເນບູ​ກາດເນັດຊາ​ຈະ​ຂ້າ​ພວກເຈົ້າ. ລາວ​ຈະ​ບໍ່​ໄວ້​ຊີວິດ​ຜູ້ໃດ​ເລີຍ ຫລື​ເມດຕາປານີ​ຜູ້ໃດ​ທັງສິ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເຮົາ​ກຳລັງ​ຈະ​ນຳ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ, ການ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ພວກເຂົາ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເປັນ​ດັ່ງ​ໝາກເດື່ອ​ເນົ່າ​ຈົນ​ກິນ​ບໍ່ໄດ້.


ເຮົາ​ຈະ​ໃຫ້​ສົງຄາມ, ການ​ຕາຍອຶດ​ຕາຍຫິວ, ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ໄລ່​ຕາມ​ພວກເຂົາ​ໄປ ແລະ​ຊົນຊາດ​ທັງຫລາຍ​ໃນ​ໂລກ​ຈະ​ຕົກໃຈ​ຢ້ານກົວ​ໃນ​ສິ່ງ​ທີ່​ພວກເຂົາ​ເຫັນ. ໃນ​ທຸກໆ​ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ປະຊາຊົນ​ຈະ​ສະດຸ້ງ​ຕົກໃຈ​ທັງ​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຂົາ​ນັ້ນ. ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ.


ຊາວ​ບາບີໂລນ​ໄດ້​ສ້າງ​ເຄື່ອງ​ປິດລ້ອມ​ເພື່ອ​ຢຶດເອົາ​ເມືອງ ແລະ​ກໍ​ຈະ​ໂຈມຕີ​ເມືອງ. ເສິກ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ຈະ​ເຮັດ​ໃຫ້​ເມືອງ​ນີ້​ຕົກ​ຢູ່​ໃນ​ກຳມື​ຂອງ​ພວກເຂົາ. ພຣະອົງ​ເຫັນ​ໄດ້​ວ່າ​ເຫດການ​ທັງໝົດ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈະ​ກາຍເປັນຈິງ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ແຕ່​ເຖິງປານນັ້ນ​ກໍຕາມ ພຣະອົງ​ແມ່ນ​ຜູ້​ທີ່​ໄດ້​ສັ່ງ​ໃຫ້​ຂ້ານ້ອຍ​ຊື້​ນາ​ທົ່ງນີ້​ຊ້ອງໜ້າ​ພະຍານ​ທັງຫລາຍ ເຖິງ​ແມ່ນ​ວ່າ​ເມືອງ​ນີ້​ກຳລັງ​ຈະ​ຖືກ​ຊາວ​ບາບີໂລນ​ເຂົ້າ​ຢຶດ​ແລ້ວ​ກໍຕາມ.”


ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ປະຊາຊົນ​ກຳລັງ​ເວົ້າ​ວ່າ ສົງຄາມ, ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ຈະ​ເຮັດ​ໃຫ້​ເມືອງ​ນີ້​ຕົກ​ຢູ່​ໃນ​ກຳມື​ຂອງ​ກະສັດ​ແຫ່ງ​ບາບີໂລນ. ບັດນີ້ ຈົ່ງ​ຟັງ​ສິ່ງ​ອື່ນ​ອີກ​ທີ່​ເຮົາ​ຈະ​ຕ້ອງ​ກ່າວ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເຢເຣມີຢາ ຫຼັງຈາກ​ກະສັດ​ເຊເດກີຢາ​ກັບ​ຊາວ​ນະຄອນ​ເຢຣູຊາເລັມ​ໄດ້​ເຮັດ​ຂໍ້​ຕົກລົງ​ຢ່າງໜຶ່ງ ທີ່​ຈະ​ປົດປ່ອຍ​ພວກ​ທາດຮັບໃຊ້​ຊາວ​ເຮັບເຣີ​ທັງ​ຊາຍ​ແລະ​ຍິງ


“ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຜູ້ໃດ​ກໍຕາມ​ທີ່​ຢູ່​ໃນ​ເມືອງ ຈະ​ຕ້ອງ​ຕາຍ​ຍ້ອນ​ສົງຄາມ ຫລື​ຍ້ອນ​ການ​ຕາຍອຶດ​ຕາຍຫິວ ຫລື​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ. ແຕ່​ພວກ​ທີ່​ອອກ​ໄປ​ຍອມ​ຈຳນົນ​ຕໍ່​ພວກ​ບາບີໂລນ​ຈະ​ບໍ່​ຖືກ​ຂ້າ; ຢ່າງໜ້ອຍ​ພວກເຂົາ​ຈະ​ປົບໜີ​ໄດ້​ແລະ​ມີ​ຊີວິດ​ຢູ່.”’


ກຽດສັກສີ​ທີ່​ເຄີຍ​ມີ​ນັ້ນ​ກໍ​ສູນສິ້ນ​ໝົດໄປ ນາງ​ເປືອຍຕົວ​ແລະ​ຖືກ​ຄົນ​ດູໝິ່ນ​ປະໝາດ. ນາງ​ຄໍ່າຄວນ​ແລະ​ລີ້ໜ້າ​ດ້ວຍ​ຄວາມ​ອັບອາຍ ນະຄອນ​ເຢຣູຊາເລັມ​ເປັນ​ມົນທິນ​ດ້ວຍ​ຕົນ​ເຮັດ​ບາບ.


ແລ້ວ​ກະສັດ​ກໍ​ອອກ​ຄຳສັ່ງ​ໃຫ້​ຈັບ​ຊາຍ​ທັງໝົດ​ທີ່​ຟ້ອງ​ດານີເອນ ແລະ​ໃຫ້​ໂຍນ​ພວກເຂົາ​ທັງ​ເມຍ​ແລະ​ລູກໆ​ລົງ​ໄປ​ໃນ​ຖໍ້າ​ສິງ. ຝູງ​ສິງ​ໄດ້​ໂດດ​ຄຸບ​ກິນ​ພວກເຂົາ ແລະ​ຫັກ​ກະດູກ​ທຸກຄົນ​ກ່ອນ​ທີ່​ພວກເຂົາ​ຕົກລົງ​ເຖິງ​ພື້ນ​ຖໍ້າ.


ດ້ວຍວ່າ, ເຈົ້າ​ຈະ​ຕັດສິນ​ຄົນອື່ນ​ຢ່າງ​ໃດ ພຣະເຈົ້າ​ກໍ​ຈະ​ຕັດສິນ​ເຈົ້າ​ຢ່າງ​ນັ້ນ ແລະ​ເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະເຈົ້າ​ກໍ​ຈະ​ຕວງ​ໃຫ້​ເຈົ້າ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ.


ຢ່າ​ເຂົ້າໃຈ​ຜິດ ພວກເຈົ້າ​ຈະ​ຫລອກລວງ​ພຣະເຈົ້າ​ບໍ່ໄດ້ ເພາະວ່າ​ຜູ້ໃດ​ຫວ່ານ​ສິ່ງໃດ​ລົງ ກໍ​ຈະ​ເກັບກ່ຽວ​ສິ່ງ​ນັ້ນ.


ຄົນ​ນັ້ນ​ກໍ​ຈະ​ໄດ້​ຮັບ​ໂທດ​ຂອງ​ຜູ້​ທີ່​ຖືກ​ກ່າວຫາ​ນັ້ນ. ດ້ວຍ​ວິທີ​ນີ້​ພວກເຈົ້າ​ຈະ​ໄດ້​ກຳຈັດ​ຄວາມ​ຊົ່ວຊ້າ​ໃຫ້​ໝົດສິ້ນ​ໄປ.


ພຣະເຈົ້າຢາເວ​ຈະ​ໃຫ້​ສັດຕູ​ມາ​ຊະນະ​ພວກເຈົ້າ. ພວກເຈົ້າ​ຈະ​ໂຈມຕີ​ພວກເຂົາ​ທາງ​ທິດດຽວ ແຕ່​ພວກເຈົ້າ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ ແລະ​ປະຊາຊົນ​ທັງໝົດ​ເທິງ​ແຜ່ນດິນ​ໂລກ​ຈະ​ອົກສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກເຈົ້າ.


ພຣະເຈົ້າຢາເວ​ຈະ​ກະຈັດ​ກະຈາຍ​ພວກເຈົ້າ​ໃນ​ທ່າມກາງ​ທຸກ​ຊົນຊາດ ຕັ້ງແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ໂລກ ແລ້ວ​ພວກເຈົ້າ​ກໍ​ຈະ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ເປັນ​ໄມ້​ແລະ​ເປັນ​ຫີນ ຊຶ່ງ​ທັງ​ພວກເຈົ້າ​ເອງ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາກ່ອນ.


ເພາະວ່າ ໃນ​ການ​ພິພາກສາ ພຣະເຈົ້າ​ຈະ​ບໍ່​ຊົງ​ສຳແດງ​ຄວາມ​ເມດຕາ ຕໍ່​ຜູ້​ທີ່​ບໍ່ໄດ້​ສະແດງ​ຄວາມ​ເມດຕາ ສ່ວນ​ຄວາມ​ເມດຕາ ຍ່ອມ​ມີ​ໄຊຊະນະ​ເໜືອ​ການ​ພິພາກສາ.


ເພາະ​ຄົນ​ເຫຼົ່ານັ້ນ​ໄດ້​ເຮັດ​ໃຫ້​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ຂອງ​ຜູ້​ປະກາດ​ພຣະທຳ​ໄຫລ​ອອກ ແລະ​ພຣະອົງ​ໄດ້​ຊົງ​ປະທານ​ເລືອດ​ໃຫ້​ພວກເຂົາ​ດື່ມ ກໍ​ສົມຄວນ​ກັບ​ການ​ກະທຳ​ຂອງ​ພວກເຂົາ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka