ເຢເຣມີຢາ 34:15 - ພຣະຄຳພີສັກສິ15 ກ່ອນນັ້ນເມື່ອບໍ່ເທົ່າໃດວັນ ພວກເຈົ້າໄດ້ປ່ຽນໃຈເຮັດໃນສິ່ງທີ່ເຮົາພໍໃຈ ຄືພວກເຈົ້າທັງໝົດໄດ້ຕົກລົງກັນປົດປ່ອຍພີ່ນ້ອງຊາວອິດສະຣາເອນ ແລະເຮັດພັນທະສັນຍາຢ່າງໜຶ່ງຊ້ອງໜ້າເຮົາ ຢູ່ໃນວິຫານທີ່ຖຶກເອີ້ນຕາມນາມຊື່ຂອງເຮົາ. Uka jalj uñjjattʼäta |
ເພິ່ນໄດ້ຢືນທີ່ຂ້າງເສົາບ່ອນທີ່ຖືກຈັດໄວ້ສຳລັບເພິ່ນ ແລະໄດ້ເຮັດພັນທະສັນຍາຕໍ່ໜ້າພຣະເຈົ້າຢາເວວ່າ ຈະເຊື່ອຟັງພຣະເຈົ້າຢາເວ, ຈະຖືຮັກສາກົດບັນຍັດ ແລະຂໍ້ຄຳສັ່ງຂອງພຣະອົງດ້ວຍສຸດໃຈ ແລະສຸດຈິດ ແລະຈະປະຕິບັດຕາມຄຳຮຽກຮ້ອງທີ່ມີຂັດຕິດຢູ່ໃນພັນທະສັນຍາ ຕາມທີ່ໄດ້ມີຂຽນໄວ້ໃນປື້ມນັ້ນ. ຝ່າຍປະຊາຊົນທຸກຄົນຕ່າງກໍໄດ້ສັນຍາວ່າ ຈະຖືຮັກສາພັນທະສັນຍານັ້ນ.
ຂໍຮ່ວມກັບບັນດາຜູ້ນຳຂອງພວກຂ້ານ້ອຍໃນທີ່ນີ້ ພາຍໃຕ້ຄຳສາບແຊ່ງອັນມີໂທດຮ້າຍແຮງ ຖ້າພວກຂ້ານ້ອຍຝ່າຝືນຂໍ້ຕົກລົງນີ້ ຂໍສາບານວ່າພວກຂ້ານ້ອຍຈະດຳເນີນຊີວິດຕາມກົດບັນຍັດ ຊຶ່ງພຣະເຈົ້າໄດ້ມອບໃຫ້ຜ່ານທາງໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າ; ວ່າພວກຂ້ານ້ອຍຈະກະທຳຕາມສິ່ງທັງໝົດທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍໄດ້ສັ່ງ; ແລະວ່າພວກຂ້ານ້ອຍຈະຢຶດຖືກົດບັນຍັດ ແລະຂໍ້ກຳນົດຕ່າງໆຂອງພຣະອົງ.
ໃນທຳນອງນີ້ ພວກເຈົ້າຈົ່ງຕັ້ງປີທີຫ້າສິບໄວ້ຕ່າງຫາກ ແລະປະກາດອິດສະລະພາບໃຫ້ປະຊາຊົນໃນປະເທດທຸກຄົນ. ໃນປີນີ້ຊັບສົມບັດທັງໝົດທີ່ໄດ້ຖືກຂາຍໄປນັ້ນ ຈະຕ້ອງຖືກສົ່ງຄືນໃຫ້ເຈົ້າຂອງເດີມ ຫລືເຊື້ອສາຍຂອງລາວ ແລະຜູ້ໃດທີ່ຖືກຊື້ມາເປັນຄົນຮັບໃຊ້ ຈະຕ້ອງຖືກສົ່ງຄືນໃຫ້ຄອບຄົວຂອງລາວ.