Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 34:14 - ພຣະຄຳພີສັກສິ

14 ‘ທຸກໆ​ເຈັດ​ປີ​ໃດ ພວກເຈົ້າ​ຕ້ອງ​ປົດປ່ອຍ​ທາດຮັບໃຊ້​ຊາວ​ເຮັບເຣີ ຜູ້​ທີ່​ໄດ້​ຮັບໃຊ້​ພວກເຈົ້າ​ມາ​ໄດ້​ຫົກ​ປີ​ແລ້ວ.’ ແຕ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ເຮົາ ຫລື​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ເລີຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 34:14
28 Jak'a apnaqawi uñst'ayäwi  

ບໍ່ເຄີຍ​ມີ​ຜູ້ໃດ​ທີ່​ອຸທິດຕົວ​ເອງ​ຢ່າງ​ໝົດສິ້ນ ເຮັດ​ໃນ​ສິ່ງ​ທີ່​ຜິດ​ຕໍ່ສາຍຕາ​ຂອງ​ພຣະເຈົ້າຢາເວ ດັ່ງ​ກະສັດ​ອາຮາບ. ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ນັ້ນ​ກໍ​ເພາະ​ນາງ​ເຢເຊເບນ​ເມຍ​ຂອງ​ເພິ່ນ ເປັນ​ຜູ້​ຍຸແຍ່​ໃຫ້​ເຮັດ.


ກະສັດ​ໂຊໂລໂມນ​ບໍ່ໄດ້​ໃຊ້​ຊາວ​ອິດສະຣາເອນ​ເປັນ​ທາດຮັບໃຊ້ ແຕ່​ໃຫ້​ເປັນ​ທະຫານ, ຂ້າຣາຊການ, ຜູ້​ບັນຊາການ​ກອງທັບ, ຜູ້​ບັງຄັບ​ກອງ​ລົດຮົບ ແລະ​ທະຫານ​ມ້າ.


ມາບັດນີ້ ພວກທ່ານ​ຕັ້ງໃຈ​ເຮັດ​ໃຫ້​ຜູ້ຊາຍ​ແລະ​ຜູ້ຍິງ​ເຢຣູຊາເລັມ​ແລະ​ຢູດາ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ພວກທ່ານ​ອີກ. ພວກທ່ານ​ບໍ່​ຮູ້​ຫລື​ບໍ່​ວ່າ ພວກທ່ານ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ເໝືອນກັນ?


ແຕ່​ພວກເຂົາ​ໄດ້​ຫົວ​ເຍາະເຍີ້ຍ​ໃສ່​ພວກ​ຜູ້ນຳຂ່າວ​ຂອງ​ພຣະເຈົ້າ ໂດຍ​ບໍ່ຍອມ​ຮັບ​ເອົາ​ຖ້ອຍຄຳ​ຂອງ​ພຣະອົງ ແລະ​ຫົວຂວັນ​ໃສ່​ຜູ້ທຳນວາຍ​ຂອງ​ພຣະອົງ; ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ​ຫລາຍ​ຍິ່ງ​ຂຶ້ນ ຈົນ​ບໍ່ມີ​ຜູ້ໃດ​ໜີພົ້ນ​ໄປ​ໄດ້.


ເປັນ​ເວລາ​ຫລາຍ​ປີ​ແລ້ວ ທີ່​ພຣະອົງ​ໄດ້​ຕັກເຕືອນ​ພວກເພິ່ນ ໂດຍ​ບັນດານ​ໃຈ​ຜູ້ທຳນວາຍ​ໃຫ້​ກ່າວ​ຕັກເຕືອນ​ພວກເພິ່ນ; ແຕ່​ປະຊາຊົນ​ຂອງ​ພຣະອົງ​ຫູ​ໜວກ ແລະ​ຫູຕຶງ ສະນັ້ນ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເພິ່ນ​ຖືກ​ພ່າຍແພ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


ການ​ຖືສິນ​ອົດອາຫານ​ແບບ​ທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງນີ້: ຄື​ແກ້​ໂສ້​ແຫ່ງ​ການກົດຂີ່ ແລະ​ປົດ​ແອກ​ແຫ່ງ​ຄວາມ​ບໍ່​ຍຸດຕິທຳ ແລະ​ປົດປ່ອຍ​ຄົນ​ທີ່​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ.


ເມື່ອ​ເຮົາ​ໄດ້​ນຳ​ບັນພະບຸລຸດ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ເຮົາ​ໄດ້​ເຕືອນ​ພວກເຂົາ​ຢ່າງ​ເດັດຂາດ​ໃຫ້​ເຊື່ອຟັງ​ເຮົາ ແລະ​ເຮົາ​ໄດ້​ສືບຕໍ່​ເຕືອນ​ພວກເຂົາ​ຈົນເຖິງ​ທຸກ​ວັນນີ້.


ຕັ້ງແຕ່​ເລີ່ມຕົ້ນ​ປະຫວັດສາດ​ຂອງ​ພວກເຂົາ​ມາ ປະຊາຊົນ​ອິດສະຣາເອນ ແລະ​ປະຊາຊົນ​ຢູດາ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ພໍໃຈ​ນຳ​ເລີຍ; ມີ​ແຕ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ເທົ່ານັ້ນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ. ພຣະເຈົ້າຢາເວ​ກ່າວ​ວ່າ,


ເຮົາ​ໄດ້​ສືບຕໍ່​ສົ່ງ​ຜູ້ທຳນວາຍ​ທຸກຄົນ ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ແລະ​ບອກ​ພວກເຈົ້າ​ໃຫ້​ຫັນໜີ​ຈາກ​ວິທີ​ດຳເນີນ​ຊີວິດ​ອັນ​ຊົ່ວຊ້າ ແລະ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ພວກເຂົາ​ໄດ້​ເຕືອນ​ພວກເຈົ້າ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ. ແຕ່​ພວກເຈົ້າ​ບໍ່​ຟັງ​ເຮົາ​ກ່າວ​ຫລື​ເອົາໃຈໃສ່​ຕໍ່​ເຮົາ.


ມະນຸດ​ເອີຍ ເຈົ້າ​ພ້ອມ​ແລ້ວ​ຫລື ທີ່​ຈະ​ຕັດສິນ​ລົງໂທດ​ພວກເຂົາ? ຖ້າດັ່ງນັ້ນ ລົງໂທດ​ພວກເຂົາ​ສາ. ຈົ່ງ​ເຕືອນ​ພວກເຂົາ​ໃຫ້​ລະນຶກເຖິງ ສິ່ງ​ອັນ​ໜ້າກຽດຊັງ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ.


ແຕ່​ພວກເຂົາ​ໄດ້​ທ້າທາຍ​ເຮົາ​ແລະ​ບໍ່​ຍອມ​ເຊື່ອຟັງ​ເຮົາ. ພວກເຂົາ​ບໍ່ໄດ້​ໂຍນ​ບັນດາ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຂອງ​ພວກເຂົາ​ຖິ້ມ ຫລື​ບໍ່ໄດ້​ຍອມ​ປະຖິ້ມ​ພະຕ່າງໆ​ຂອງ​ຊາວ​ເອຢິບ. ເຮົາ​ຈຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ ອັນ​ເຕັມ​ຂະໜາດ​ຂອງເຮົາ​ໃນ​ເອຢິບ.


ໃນ​ທຳນອງນີ້ ພວກເຈົ້າ​ຈົ່ງ​ຕັ້ງ​ປີ​ທີ​ຫ້າສິບ​ໄວ້​ຕ່າງຫາກ ແລະ​ປະກາດ​ອິດສະລະພາບ​ໃຫ້​ປະຊາຊົນ​ໃນ​ປະເທດ​ທຸກ​ຄົນ. ໃນ​ປີ​ນີ້​ຊັບສົມບັດ​ທັງໝົດ​ທີ່​ໄດ້​ຖືກ​ຂາຍ​ໄປ​ນັ້ນ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າ​ຂອງ​ເດີມ ຫລື​ເຊື້ອສາຍ​ຂອງ​ລາວ ແລະ​ຜູ້ໃດ​ທີ່​ຖືກ​ຊື້​ມາ​ເປັນ​ຄົນ​ຮັບໃຊ້ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ຄອບຄົວ​ຂອງ​ລາວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ເພີ່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ຂາຍ​ຄົນ​ສັດຊື່​ໃຫ້​ເປັນ​ທາດຮັບໃຊ້​ຍ້ອນ​ພວກເຂົາ​ບໍ່ມີ​ເງິນ​ຈ່າຍ​ໜີ້ ແລະ​ຍັງ​ຂາຍ​ຄົນ​ຍາກຈົນ​ຍ້ອນ​ບໍ່ມີ​ເງິນ​ຈ່າຍ​ຄ່າ​ເກີບ​ພຽງ​ຄູ່ດຽວ.


ພວກເຮົາ​ສາມາດ​ຂາຍ​ເຂົ້າ​ບໍ່​ດີ​ໃນ​ລາຄາ​ແພງ. ພວກເຮົາ​ຈະ​ຊອກຫາ​ຊື້​ເອົາ​ຄົນ​ຍາກຈົນ ມາ​ເປັນ​ທາດຮັບໃຊ້​ໃນ​ລາຄາ​ເທົ່າ​ກັບ​ເກີບ​ພຽງ​ຄູ່ດຽວ.”


ເຮົາ​ຊ່າງ​ເປັນ​ຄົນ​ທຸກ​ເຂັນໃຈ​ແທ້​ໜໍ ຜູ້ໃດ​ເດ ຈະ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ທີ່​ຕາຍ​ເປັນ​ນີ້​ໄດ້.


“ເມື່ອ​ຄົບ​ທຸກໆ​ເຈັດ​ປີ​ໃດ ຈົ່ງ​ຍົກໜີ້​ໃຫ້​ແກ່​ຜູ້​ທີ່​ຢືມ​ເງິນ​ຂອງ​ພວກເຈົ້າ.


“ຖ້າ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຜູ້ໜຶ່ງ ບໍ່​ວ່າ​ຊາຍ​ຫລື​ຍິງ​ກໍດີ​ຂາຍ​ຕົວ​ເອງ ເປັນ​ຄົນ​ຮັບໃຊ້ ໃຫ້​ພວກເຈົ້າ​ປ່ອຍ​ລາວ​ເປັນ​ອິດສະຫລະ ຫລັງຈາກ​ລາວ​ໄດ້​ຮັບໃຊ້​ພວກເຈົ້າ​ເປັນ​ເວລາ​ຫົກ​ປີ. ເມື່ອ​ປີ​ທີ​ເຈັດ​ມາ​ເຖິງ​ໃຫ້​ພວກເຈົ້າ​ປ່ອຍ​ລາວ​ເປັນ​ອິດສະຫລະ.


ຢ່າ​ປະຕິເສດ​ໃຫ້​ລາວ​ຢືມ​ໂດຍ​ເຫັນ​ແກ່​ປີ​ແຫ່ງ​ການ​ຍົກໜີ້​ໃກ້​ຈະ​ມາ​ເຖິງ. ຢ່າ​ໃຫ້​ຄວາມ​ຄິດ​ບໍ່​ດີ​ເຊັ່ນນີ້​ມີ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ເລີຍ. ຖ້າ​ພວກເຈົ້າ​ບໍ່​ຍອມ​ໃຫ້​ກູ້ຢືມ ເມື່ອ​ລາວ​ຮ້ອງ​ຫາ​ພຣະເຈົ້າຢາເວ ພວກເຈົ້າ​ກໍ​ຈະ​ເປັນ​ຝ່າຍ​ຜິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka