ເຢເຣມີຢາ 34:13 - ພຣະຄຳພີສັກສິ13 “ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນກ່າວວ່າ: ເຮົາໄດ້ເຮັດພັນທະສັນຍາຢ່າງໜຶ່ງໄວ້ກັບບັນພະບຸລຸດຂອງພວກເຈົ້າ ເມື່ອເຮົາໄດ້ນຳພວກເຂົາອອກມາຈາກດິນແດນເອຢິບ ແລະໄດ້ປົດປ່ອຍພວກເຂົາອອກມາຈາກການເປັນທາດຮັບໃຊ້. ເຮົາໄດ້ບອກພວກເຂົາວ່າ Uka jalj uñjjattʼäta |
ມັນແມ່ນພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ ສະໄໝທີ່ເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບ ຄືດິນແດນ ຊຶ່ງເປັນດັ່ງເຕົາຫລອມເຫຼັກສຳລັບພວກເຂົາ. ເຮົາໄດ້ບອກພວກເຂົາໃຫ້ເຊື່ອຟັງເຮົາ ແລະໃຫ້ກະທຳທຸກຢ່າງທີ່ເຮົາໄດ້ສັ່ງ. ເຮົາໄດ້ບອກພວກເຂົາວ່າຖ້າພວກເຂົາເຊື່ອຟັງ ພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ.
ແຕ່ພຣະເຈົ້າຢາເວຮັກພວກເຈົ້າ ແລະຕ້ອງການຮັກສາພັນທະສັນຍາຂອງພຣະອົງ ທີ່ໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຊ່ວຍພວກເຈົ້າໃຫ້ພົ້ນດ້ວຍພຣະຫັດອັນຊົງຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະຊົງໄຖ່ພວກເຈົ້າໃຫ້ອອກຈາກເຮືອນທີ່ເຈົ້າເປັນທາດຮັບໃຊ້ ອອກຈາກເງື້ອມມືຂອງກະສັດຟາໂຣແຫ່ງປະເທດເອຢິບ.