11 ແຕ່ຕໍ່ມາ ພວກເຂົາໄດ້ປ່ຽນໃຈ ແລະເອົາຄົນເຫຼົ່ານັ້ນຄືນມາ ແລະບັງຄັບພວກເຂົາໃຫ້ເປັນທາດຮັບໃຊ້ອີກ.
ແຕ່ບັນດາຜູ້ທີ່ດຳເນີນຕາມທາງຄົດຂອງເຂົາ ພຣະເຈົ້າຢາເວກໍຈະຊົງລົງໂທດເຂົາ ພ້ອມກັບການກະທຳຊົ່ວຂອງເຂົາເອງ. ຂໍໃຫ້ຊົນຊາດອິດສະຣາເອນ ຈົ່ງມີແຕ່ຄວາມສຸກເທີ້ນ.
ຄຳເວົ້າຂອງພວກເຂົາຊົ່ວຊ້າເຕັມໄປດ້ວຍຄຳຕົວະ ບໍ່ເຮັດສິ່ງທີ່ສະຫລາດ ແລະບໍ່ເຮັດສິ່ງດີຕໍ່ໄປອີກ.
ເມື່ອກະສັດຟາໂຣເຫັນວ່າຝູງກົບໄດ້ຕາຍໄປໝົດແລ້ວ ເພິ່ນຈຶ່ງມີໃຈແຂງກະດ້າງດື້ດຶງເໝືອນເດີມ ແລະບໍ່ຍອມຟັງໂມເຊ ແລະອາໂຣນອີກຕໍ່ໄປ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ.
ດັ່ງນັ້ນ ກະສັດຟາໂຣຈຶ່ງໃຊ້ຄົນໄປເອີ້ນໂມເຊ ແລະອາໂຣນມາພົບພ້ອມສັ່ງວ່າ, “ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວບອກຝູງກົບອອກໄປສາ ແລະເຮົາຈະປ່ອຍປະຊາຊົນຂອງພວກເຈົ້າໄປ ເພື່ອພວກເຂົາຈະໄດ້ເອົາເຄື່ອງບູຊາໄປຖວາຍແກ່ພຣະເຈົ້າຢາເວ.”
ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວເຖີດ ໝາກເຫັບແລະຟ້າຮ້ອງໄດ້ລົງໂທດເຮົາໜັກພໍແລ້ວ ເຮົາຂໍສັນຍາວ່າຈະປ່ອຍໃຫ້ພວກເຈົ້າໄປ; ພວກເຈົ້າບໍ່ຈຳເປັນຢູ່ທີ່ນີ້ອີກຕໍ່ໄປດອກ.”
ຄົນໂງ່ຈ້າທີ່ເຮັດສິ່ງໂງ່ໆເປັນຄັ້ງທີສອງ ກໍເທົ່າກັບໝາຄືນໄປເລຍກິນຮາກ.
ເປັນຫຍັງຄົນຈຶ່ງພ້ອມທີ່ຈະເຮັດຊົ່ວກັນແທ້? ກໍເພາະຄົນທີ່ເຮັດຊົ່ວນັ້ນບໍ່ໄດ້ຖືກລົງໂທດໃຫ້ໄວທັນການ.
ປະຊາຊົນທັງໝົດແລະພວກເຈົ້ານາຍຂອງພວກເຂົາໄດ້ຕົກລົງກັນ ປົດປ່ອຍທາດຮັບໃຊ້ຂອງພວກຕົນ ແລະຈະບໍ່ເອົາພວກເຂົາເປັນທາດຮັບໃຊ້ອີກ. ພວກເຂົາຕ່າງກໍໄດ້ປົດປ່ອຍທາດຮັບໃຊ້ນັ້ນໄປ
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາມາຈາກພຣະເຈົ້າຢາເວແຫ່ງຊາດອິດສະຣາເອນ ໄດ້ກ່າວແກ່ເຢເຣມີຢາດ້ວຍຖ້ອຍຄຳດັ່ງນີ້ວ່າ,
ແຕ່ແລ້ວພວກເຈົ້າກໍໄດ້ປ່ຽນໃຈກັບມາລົບຫລູ່ກຽດຕິຍົດຂອງເຮົາອີກ. ພວກເຈົ້າທັງໝົດໄດ້ເອົາທາດຮັບໃຊ້ທີ່ໄດ້ຖືກປົດປ່ອຍໄປຕາມຄວາມປາຖະໜາຂອງພວກເຂົານັ້ນກັບມາ ແລະບັງຄັບໃຫ້ພວກເຂົາເປັນທາດຮັບໃຊ້ອີກ.
ເຮົາຈະມອບກະສັດເຊເດກີຢາແຫ່ງຢູດາຍ ແລະພວກຂ້າຣາຊການຂອງລາວໃຫ້ຄົນທີ່ຢາກຂ້າພວກເຂົາດ້ວຍ. ເຮົາຈະມອບພວກເຂົາໃຫ້ກອງທັບຂອງບາບີໂລນ ທີ່ຢຸດໂຈມຕີພວກເຈົ້ານັ້ນ.
ກອງທັບພວກບາບີໂລນຍັງປິດລ້ອມນະຄອນເຢຣູຊາເລັມໄວ້ຢູ່; ແຕ່ເມື່ອພວກເຂົາໄດ້ຍິນວ່າກອງທັບຊາວເອຢິບໄດ້ຂ້າມຊາຍແດນມາແລ້ວ ພວກເຂົາຈຶ່ງລ່າຖອຍໜີໄປ.
“ເອຟຣາອິມ ແລະຢູດາເອີຍ ເຮົາຈະເຮັດແນວໃດກັບພວກເຈົ້າ? ຄວາມຮັກທີ່ພວກເຈົ້າມີຕໍ່ເຮົານັ້ນ ກໍຈືດຈາງເຫືອດຫາຍໄປຢ່າງໄວວາ ເໝືອນນໍ້າໝອກໃນຕອນເຊົ້າ.
ພວກເຂົາສືບຕໍ່ຫັນໜີຈາກເຮົາໄປຫາພະອື່ນທີ່ບໍ່ມີຣິດອຳນາດ. ພວກເຂົາເປັນຜູ້ທີ່ວາງໃຈບໍ່ໄດ້ເລີຍເໝືອນໜ້າທະນູຄົດ. ເພາະພວກຜູ້ນຳຂອງພວກເຂົາເວົ້າອວດຢ່າງຈອງຫອງ ພວກເຂົາຈະຕາຍຢ່າງທາລຸນ ແລະຊາວເອຢິບກໍຈະຫົວຂວັນພວກເຂົາ.”
ເຮົາຈະທຳລາຍພວກທີ່ໄດ້ຫັນໜີໄປຈາກເຮົາ ແລະບໍ່ຕິດຕາມພຣະເຈົ້າຢາເວອີກຕໍ່ໄປ ຄືພວກທີ່ບໍ່ມາຫາພຣະເຈົ້າຢາເວ ຫລືບໍ່ມາຂໍໃຫ້ເຮົານຳພາພວກເຂົາ.”
ຄົນທີ່ຈັບສັດຕູຂອງຕົນໄດ້ ແລ້ວປ່ອຍໃຫ້ໄປຢ່າງປອດໄພຈະມີບໍ? ຂໍໃຫ້ພຣະເຈົ້າຢາເວອວຍພອນສິ່ງທີ່ເຈົ້າໄດ້ເຮັດກັບຂ້ອຍໃນມື້ນີ້ເທີ້ນ
ກະສັດໂຊນຕອບວ່າ, “ດາວິດ ລູກຊາຍຂອງພໍ່ເອີຍ ຂ້ອຍໄດ້ເຮັດຜິດໄປແລ້ວ ຈົ່ງກັບຄືນມາສາ. ຂ້ອຍຈະບໍ່ທຳຮ້າຍເຈົ້າອີກຕໍ່ໄປ ເພາະໃນຄືນນີ້ເຈົ້າໄດ້ໄວ້ຊີວິດຂອງຂ້ອຍ. ຂ້ອຍຊ່າງເປັນຄົນໂງ່ຈ້າແທ້ໜໍ ແລະຂ້ອຍກໍໄດ້ເຮັດໃນສິ່ງທີ່ໂຫດຮ້າຍທີ່ສຸດ.”