Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 34:10 - ພຣະຄຳພີສັກສິ

10 ປະຊາຊົນ​ທັງໝົດ​ແລະ​ພວກ​ເຈົ້ານາຍ​ຂອງ​ພວກເຂົາ​ໄດ້​ຕົກລົງ​ກັນ ປົດປ່ອຍ​ທາດຮັບໃຊ້​ຂອງ​ພວກຕົນ ແລະ​ຈະ​ບໍ່​ເອົາ​ພວກເຂົາ​ເປັນ​ທາດຮັບໃຊ້​ອີກ. ພວກເຂົາ​ຕ່າງ​ກໍໄດ້​ປົດປ່ອຍ​ທາດຮັບໃຊ້​ນັ້ນ​ໄປ

Uka jalj uñjjattʼäta Copia luraña




ເຢເຣມີຢາ 34:10
12 Jak'a apnaqawi uñst'ayäwi  

ຖ້າ​ພວກເຈົ້າ​ຊື້​ທາດຮັບໃຊ້​ຊາຍ ຊຶ່ງ​ເປັນ​ຄົນ​ເຮັບເຣີ ລາວ​ຈະ​ຢູ່​ຮັບໃຊ້​ເຈົ້າ​ຫົກ​ປີ. ໃນ​ປີ​ທີ​ເຈັດ​ເຈົ້າ​ຕ້ອງ​ປ່ອຍ​ລາວ​ໃຫ້​ເປັນ​ອິດສະຫລະ ໂດຍ​ລາວ​ບໍ່​ຕ້ອງ​ຈ່າຍ​ຫຍັງ​ເລີຍ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ເມື່ອ​ບັນດາ​ພວກ​ເຈົ້ານາຍ​ຂອງ​ຢູດາຍ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ ພວກເຂົາ​ກໍ​ຟ້າວ​ອອກ​ຈາກ​ວັງ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໄປ​ນັ່ງ​ທີ່​ທາງເຂົ້າ​ປະຕູ​ໃໝ່​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ແລ້ວ​ພວກ​ເຈົ້ານາຍ​ແລະ​ປະຊາຊົນ​ກໍ​ເວົ້າ​ຕໍ່​ບັນດາ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ເວົ້າ​ກັບ​ພວກເຮົາ ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ; ລາວ​ບໍ່​ສົມຄວນ​ຖືກ​ສັງຫານ.”


ແຕ່​ຕໍ່ມາ ພວກເຂົາ​ໄດ້​ປ່ຽນໃຈ ແລະ​ເອົາ​ຄົນ​ເຫຼົ່ານັ້ນ​ຄືນ​ມາ ແລະ​ບັງຄັບ​ພວກເຂົາ​ໃຫ້​ເປັນ​ທາດຮັບໃຊ້​ອີກ.


ລາວ​ຈຶ່ງ​ໄປ​ຣາຊວັງ​ທີ່​ຫ້ອງ​ເລຂາທິການ​ປະຈຳ​ວັງ ບ່ອນ​ທີ່​ຂ້າຣາຊການ​ທັງໝົດ​ກຳລັງ​ປະຊຸມ​ກັນ​ຢູ່. ເອລີຊາມາ ຜູ້​ທີ່​ເປັນ​ເລຂາທິການ, ເດລາອີຢາ ລູກຊາຍ​ຂອງ​ເຊມາອີຢາ, ເອນນາທານ​ລູກຊາຍ​ຂອງ​ອັກໂບ, ເກມາຣິຢາ ລູກຊາຍ​ຂອງ​ຊາຟານ, ເຊເດກີຢາ​ລູກຊາຍ​ຂອງ​ຮານານີຢາ ແລະ​ບັນດາ​ເຈົ້ານາຍ​ອື່ນໆ​ກໍ​ຢູ່​ທີ່​ນັ້ນ​ດ້ວຍ.


ແລ້ວ​ບັນດາ​ຂ້າຣາຊການ​ກໍ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ລາວ​ໄດ້​ເຮັດ​ໃຫ້​ພວກ​ທະຫານ​ຢູ່​ໃນ​ເມືອງ​ເສຍກຳລັງໃຈ ໂດຍ​ເວົ້າ​ເຊັ່ນນີ້; ລາວ​ຈະ​ເຮັດ​ຢ່າງ​ດຽວກັນ​ອີກ​ຕໍ່​ທຸກຄົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ນີ້. ລາວ​ບໍ່ໄດ້​ພະຍາຍາມ​ຊ່ວຍເຫລືອ​ປະຊາຊົນ​ເລີຍ; ລາວ​ມີ​ແຕ່​ຫາ​ຄວາມທຸກ​ມາ​ໃຫ້​ພວກເຂົາ.”


ໃນ​ທຳນອງນີ້ ພວກເຈົ້າ​ຈົ່ງ​ຕັ້ງ​ປີ​ທີ​ຫ້າສິບ​ໄວ້​ຕ່າງຫາກ ແລະ​ປະກາດ​ອິດສະລະພາບ​ໃຫ້​ປະຊາຊົນ​ໃນ​ປະເທດ​ທຸກ​ຄົນ. ໃນ​ປີ​ນີ້​ຊັບສົມບັດ​ທັງໝົດ​ທີ່​ໄດ້​ຖືກ​ຂາຍ​ໄປ​ນັ້ນ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າ​ຂອງ​ເດີມ ຫລື​ເຊື້ອສາຍ​ຂອງ​ລາວ ແລະ​ຜູ້ໃດ​ທີ່​ຖືກ​ຊື້​ມາ​ເປັນ​ຄົນ​ຮັບໃຊ້ ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ຄອບຄົວ​ຂອງ​ລາວ.


ເມື່ອ​ກະສັດ​ເຮໂຣດ​ຟັງ​ໂຢຮັນ​ເວົ້າ​ເທື່ອໃດ ເພິ່ນ​ກໍ​ຮູ້ສຶກ​ອຶດອັດ​ໃຈ​ເທື່ອນັ້ນ, ແຕ່​ເຖິງ​ປານນັ້ນ ເພິ່ນ​ກໍ​ຍອມ​ຟັງ​ໂຢຮັນ​ເວົ້າ​ດ້ວຍ​ຄວາມ​ຍິນດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka