Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 33:9 - ພຣະຄຳພີສັກສິ

9 ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ບໍ່​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ, ກຽດສັກສີ ແລະ​ຄວາມ​ພາກພູມ​ໃຈ​ໃຫ້​ແກ່​ເຮົາ ແລະ​ທຸກໆ​ຊົນຊາດ​ໃນ​ໂລກ​ຈະ​ຢ້ານກົວ​ແລະ​ສັ່ນເຊັນ ເມື່ອ​ພວກເຂົາ​ໄດ້ຍິນ​ເຖິງ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ເຮັດ​ໃຫ້​ແກ່​ຊາວ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ໄດ້ຍິນ​ເຖິງ​ຄວາມຈະເລີນ​ຮຸ່ງເຮືອງ​ທີ່​ເຮົາ​ໄດ້​ນຳ​ມາ​ສູ່​ນະຄອນ​ນີ້.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 33:9
40 Jak'a apnaqawi uñst'ayäwi  

ທຸກ​ຊົນຊາດ​ທີ່​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ເອົາ​ຊະນະ​ເຫຼົ່າ​ສັດຕູ​ຂອງ​ຊາດ​ອິດສະຣາເອນ​ຢ່າງໃດ ພວກເຂົາ​ຕ່າງ​ກໍ​ຢ້ານກົວ​ພຣະເຈົ້າ.


ເມື່ອ​ພວກ​ສັດຕູ​ໃນ​ຊົນຊາດ​ອ້ອມແອ້ມ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ຈຶ່ງ​ຮັບຮູ້​ວ່າ​ພວກຕົນ​ເສຍໜ້າ ເພາະ​ໃນ​ເມື່ອ​ທຸກຄົນ​ຕ່າງ​ກໍ​ຮູ້​ວ່າ ວຽກງານ​ນີ້​ໄດ້​ສຳເລັດ​ລົງ​ໂດຍ​ການ​ຊ່ວຍເຫຼືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ບໍ່​ວ່າ​ຢູ່​ໃນ​ເມືອງໃດ​ຫລື​ແຂວງໃດ​ກໍຕາມ ເມື່ອ​ຄຳ​ປະກາດ​ຂອງ​ກະສັດ​ໄດ້​ອ່ານ​ອອກ​ໄປ​ໃນ​ທຸກ​ບ່ອນ ຊາວຢິວ​ກໍ​ຖື​ເປັນ​ມື້​ຢຸດ​ພັກ​ທີ່​ຊົມຊື່ນ​ຍິນດີ ໂດຍ​ຈັດ​ໃຫ້​ມີ​ການ​ກິນລ້ຽງ ແລະ​ການ​ມ່ວນຊື່ນ. ຕາມ​ທີ່​ຈິງ​ແລ້ວ ໄດ້​ມີ​ຫລາຍ​ຄົນ​ໃນ​ຊາດ​ອື່ນໆ​ອີກ​ທີ່​ກາຍເປັນ​ຢິວ ເພາະ​ບັດນີ້​ພວກເຂົາ​ຕ່າງ​ກໍ​ຢ້ານກົວ​ພວກ​ຢິວ.


ແຕ່​ພຣະອົງ​ຍົກໂທດ​ໃຫ້​ແກ່​ພວກ​ຂ້ານ້ອຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ໄດ້​ຢຳເກງ​ຢູ່​ຊ້ອງໜ້າ​ຂອງ​ພຣະອົງ.


ພຣະອົງ​ໄດ້​ສອນ​ຂ້ານ້ອຍ​ໃຫ້​ຮ້ອງເພງ​ບົດໃໝ່ ເປັນ​ບົດເພງ​ທີ່​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ. ຫລາຍ​ຄົນ​ທີ່​ເຫັນ​ການນີ້ ພວກເຂົາ​ກໍ​ຈະ​ໄດ້​ຢຳເກງ ແລະ​ຈະ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ.


ພວກເຂົາ​ຄື​ປະຊາຊົນ​ທີ່​ເຮົາ​ເລືອກ​ສຳລັບ​ເຮົາ​ເອງ ແລະ​ພວກເຂົາ​ຈະ​ຮ້ອງເພງ​ຍົກຍໍ​ເຮົາ​ທັງນັ້ນ.”


ຕົ້ນ​ສົນ​ຈະ​ງອກ​ໃຫຍ່ຂຶ້ນ​ແທນ​ຕົ້ນໜາມ ກົກໄມ້​ຫອມ​ຈະ​ເກີດຂຶ້ນ​ແທນ​ກໍ​ໜາມ. ການນີ້​ຈະ​ເປັນ​ໝາຍສຳຄັນ​ທີ່​ຈະ​ດຳລົງ​ຢູ່​ສືບໄປ ຄື​ເຕືອນ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້ຊົງ​ກະທຳ.”


ເຈົ້າ​ຈະ​ເຫັນ​ສິ່ງນີ້ ແລະ​ເຕັມ​ດ້ວຍ​ຄວາມ​ປິຕິ​ຍິນດີ ຈະ​ທັງ​ສັ່ນເຊັນ​ດ້ວຍ​ຄວາມ​ຕື່ນເຕັ້ນ. ຊັບສົມບັດ​ນາໆຊາດ​ຈະ​ຖືກ​ນຳ​ມາ​ຈາກ​ທີ່​ຫ່າງໄກ​ຂອງ​ທະເລ ຊັບສົມບັດ​ຂອງ​ພວກເຂົາ​ຈະ​ມາ​ຫາ​ເຈົ້າ.


ນະຄອນ​ເຢຣູຊາເລັມ​ເອີຍ ດ້ວຍ​ຄວາມຮັກ​ທີ່​ມີ​ຕໍ່​ເຈົ້າ ເຮົາ​ຈະ​ບໍ່​ຍອມ​ມິດງຽບ​ໄປ​ຈັກເທື່ອ ຈົນກວ່າ​ນະຄອນ​ນີ້​ຈະ​ໄດ້​ມີໄຊ​ແລະ​ພົ້ນໄພ ຄື​ຄວາມມີໄຊ​ສ່ອງແຈ້ງ​ດັ່ງ​ໂຄມໄຟ​ຍາມ​ຄໍ່າ​ມືດ.


ຄົນ​ຈະ​ເອີ້ນ​ຊື່​ພວກເຂົາ​ວ່າ, “ປະຊາຊົນ​ບໍຣິສຸດ” “ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ໄວ້ແລ້ວ.” ເຈົ້າ​ຈະ​ມີ​ຊື່​ວ່າ, “ເມືອງ​ທີ່​ພຣະເຈົ້າ​ຊົງຮັກ” “ນະຄອນ​ທີ່​ພຣະເຈົ້າ​ບໍ່​ຍອມ​ປະຖິ້ມ​ຈັກເທື່ອ.”


ຄົນ​ຈະ​ບໍ່​ເອີ້ນ​ເຈົ້າ​ອີກ​ຕໍ່ໄປ​ວ່າ, “ຜູ້​ຖືກ​ປະຖິ້ມ.” ຄົນ​ຈະ​ບໍ່​ເອີ້ນ​ຢ່າງນີ້​ອີກ​ວ່າ, “ເມຍ​ທີ່​ຜົວ​ໜີປະ.” ສຳລັບ​ດິນແດນ​ຂອງເຈົ້າ​ຄົນ​ຈະ​ເວົ້າ​ກັນ​ວ່າ, “ພຣະເຈົ້າ​ພໍໃຈ​ນຳ​ນາງ” ຄື​ຊື່​ໃໝ່​ຂອງເຈົ້າ. ຄົນ​ຈະ​ເອີ້ນ​ວ່າ, “ຜູ້​ແຕ່ງງານ​ທີ່​ມີ​ຄວາມສຸກ”. ສຳລັບ​ກ່າວ​ເຖິງ​ດິນແດນ​ຂອງເຈົ້າ ເພາະ​ພຣະເຈົ້າຢາເວ​ພໍໃຈ​ນຳ​ເຈົ້າ​ໃດ ພຣະອົງ​ຈະ​ເປັນ​ຜົວ​ສຳລັບ​ດິນແດນ​ຂອງເຈົ້າ.


ພວກເຂົາ​ຈະ​ບໍ່​ໃຫ້​ພຣະອົງ​ໄດ້​ພັກຜ່ອນ​ຫລັບນອນ ຈົນກວ່າ​ພຣະອົງ​ໄດ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຈົນກວ່າ​ໄດ້​ເຮັດ​ໃຫ້​ນະຄອນ​ນີ້​ກາຍເປັນ​ພຣະ​ນະຄອນ ຊຶ່ງ​ເປັນ​ທີ່​ຍົກຍໍ​ຂອງ​ຄົນ​ທົ່ວ​ທຸກ​ມຸມໂລກ.


ພວກມັນ​ຈະ​ສັ່ນ​ດັ່ງ​ນໍ້າ​ຕົ້ມ​ໃນ​ໝໍ້​ທີ່​ກຳລັງ​ຟົດ. ຈົ່ງ​ສະເດັດ​ມາ ແລະ​ເຜີຍ​ຣິດອຳນາດ​ຂອງ​ພຣະອົງ​ໃຫ້​ເຫຼົ່າ​ສັດຕູ​ເຫັນ ແລະ​ເຮັດ​ໃຫ້​ບັນດາ​ປະຊາຊາດ​ສັ່ນເຊັນ​ຊ້ອງໜ້າ​ພຣະອົງ​ເຖີດ


ພຣະເຈົ້າຢາເວ​ກ່າວ​ວ່າ, “ເສື້ອຊ້ອນ​ຮັດ​ກາຍ​ດີ​ສັນໃດ ເຮົາ​ກໍ​ຢາກ​ໃຫ້​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ​ທັງໝົດ​ເຂົ້າ​ສະໜິດ​ກັບ​ເຮົາ​ດີ​ສັນນັ້ນ. ເຮົາ​ໄດ້​ເຮັດ​ເຊັ່ນນີ້​ເພື່ອ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ຄື​ຜູ້​ທີ່​ໃຫ້​ຄຳ​ຍ້ອງຍໍ​ສັນລະເສີນ ແລະ​ນຳ​ກຽດສັກສີ​ມາ​ສູ່​ນາມ​ຂອງເຮົາ; ແຕ່​ພວກເຂົາ​ບໍ່​ເຊື່ອຟັງ​ເຮົາ.”


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.


ເຮົາ​ຈະ​ເຝົ້າເບິ່ງ​ພວກເຂົາ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ນີ້. ເຮົາ​ຈະ​ກໍ່ສ້າງ ແລະ​ຫລໍ່ຫລອມ​ພວກເຂົາ​ຂຶ້ນ ແລະ​ຈະ​ບໍ່​ທຳລາຍ​ພວກເຂົາ​ລົງ; ເຮົາ​ຈະ​ປູກ​ພວກເຂົາ​ໄວ້ ແລະ​ຈະ​ບໍ່​ຫລົກ​ພວກເຂົາ​ຖິ້ມ.


ຖ້າ​ພວກເຈົ້າ​ສືບຕໍ່​ບໍ່​ຍອມ​ເຊື່ອຟັງ ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ນີ້ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ ແລະ​ທຸກ​ຊົນຊາດ​ທົ່ວ​ທັງໂລກ​ກໍ​ຈະ​ໃຊ້​ຊື່​ຂອງ​ເມືອງ​ນີ້​ເປັນ​ຄຳສາບແຊ່ງ.”


ຂ້າພະເຈົ້າ​ໄດ້​ຂຽນ​ໜັງສື​ສະບັບ​ໜຶ່ງ​ເຖິງ​ພວກ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ເຖິງ​ຄົນອື່ນໆ​ທີ່​ເຈົ້າເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ, ‘ບັນລັງ​ຂອງ​ພຣະເຈົ້າຢາເວ’ ແລະ​ທຸກ​ຊົນຊາດ​ຈະ​ມາ​ໂຮມກັນ​ທີ່​ນັ້ນ​ເພື່ອ​ນະມັດສະການ​ຖວາຍກຽດ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ຈະ​ບໍ່​ເຮັດ​ຕາມ​ຈິດໃຈ​ດື້ດ້ານ​ແລະ​ຊົ່ວຊ້າ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ເຮົາ​ຢາກ​ຮັບ​ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ​ແທ້ໆ ແລະ​ມອບ​ດິນແດນ​ໃຫ້​ເປັນ​ບ່ອນ​ທີ່​ມີ​ຄວາມ​ຍິນດີ ຄື​ດິນແດນ​ທີ່​ສວຍງາມ​ທີ່ສຸດ​ໃນ​ທົ່ວ​ທັງ​ໂລກນີ້. ເຮົາ​ຢາກ​ໃຫ້​ເຈົ້າ​ເອີ້ນ​ເຮົາ​ວ່າ ບິດາ ແລະ ບໍ່​ຫັນໜີ​ຈາກ​ເຮົາ​ໄປ​ອີກ​ຈັກເທື່ອ.


ເຮົາ​ຈະ​ໃຫ້​ພວກ​ປະໂຣຫິດ​ເຕັມ​ດ້ວຍ​ສິ່ງ​ທີ່​ດີ ທັງ​ອາຫານ​ການກິນ​ຢ່າງ​ອຸດົມສົມບູນ​ດ້ວຍ ແລະ​ຈະ​ໃຫ້​ປະຊາຊົນ​ມີ​ທຸກສິ່ງ​ທີ່​ຕ້ອງການ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ປົວແປງ​ແລະ​ກໍ່ສ້າງ​ເຈົ້າ​ຂຶ້ນ​ໃໝ່​ອີກເທື່ອໜຶ່ງ. ພວກເຈົ້າ​ຈະ​ຕີ​ກອງ ແລະ​ຟ້ອນລຳ​ຢ່າງ​ຊື່ນບານ​ອີກເທື່ອໜຶ່ງ.


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ປະຊາຊົນ​ເຫຼົ່ານີ້​ສັນໃດ ເຮົາ​ກໍ​ຈະ​ນຳ​ສິ່ງ​ທີ່​ດີ​ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ມາ​ສູ່​ພວກເຂົາ​ສັນນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ໃຫ້​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ເປັນ​ຜົນ​ສຳເລັດ.


ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”


ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ຂາບໄຫວ້​ຮູບເຄົາຣົບ ແລະ​ຖວາຍບູຊາ​ແກ່​ບັນດາ​ພະອື່ນ​ໃນ​ປະເທດ​ເອຢິບ ຄື​ບ່ອນ​ທີ່​ພວກເຈົ້າ​ໄດ້​ມາ​ພັກ​ອາໄສ​ຢູ່​ນີ້? ພວກເຈົ້າ​ຢາກ​ເຮັດ​ສິ່ງ​ນີ້​ເພື່ອ​ທຳລາຍ​ພວກ​ເຈົ້າເອງ​ບໍ? ເພື່ອ​ທຸກ​ຊົນຊາດ​ໃນ​ໂລກ​ຈະ​ຫົວ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ​ບໍ?


ນະຄອນ​ໂດ່ງດັງ​ທີ່​ເຄີຍ​ມີ​ຄວາມສຸກ ໄດ້​ຮົກຮ້າງ​ຫວ່າງເປົ່າ​ໄປ​ໝົດ.


ເຮົາ​ຈະ​ສົ່ງ​ເຈົ້າ​ລົງ​ໄປ​ຮ່ວມ​ກັບ​ຄົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ແດນ​ມໍຣະນາ​ແຕ່​ກ່ອນກີ້. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢູ່​ຮ່ວມ​ກັບ​ພວກ​ຄົນຕາຍ​ໃນ​ໂລກ​ໃຕ້​ດິນ​ທີ່​ເປັນ​ບ່ອນ​ຮົກຮ້າງ​ເພພັງ​ຕະຫລອດໄປ. ໃນທີ່ສຸດ ເຈົ້າ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ແລະ​ບໍ່ມີ​ວັນ​ທີ່​ຈະ​ກັບຄືນ​ໄປ​ບ່ອນ​ຂອງ​ເຈົ້າ ໃນ​ດິນແດນ​ຂອງ​ຄົນ​ເປັນ.


ທຸກໆຄົນ​ຈະ​ເວົ້າ​ເຖິງ​ດິນແດນ​ນີ້ ຊຶ່ງ​ຄັ້ງໜຶ່ງ ເຄີຍ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ແຕ່​ບັດນີ້ ກາຍເປັນ​ດັ່ງ​ສວນ​ເອເດນ; ສ່ວນ​ເມືອງ​ຕ່າງໆ​ທີ່​ໄດ້​ຖືກ​ພັງ​ທະລາຍ, ຖືກ​ປຸ້ນຈີ້ ແລະ​ຖືກ​ປ່ອຍປະ​ໃຫ້​ຮົກຮ້າງ​ເພພັງ​ນັ້ນ ບັດນີ້ ກໍ​ມີ​ຄົນ​ຢູ່​ອາໄສ​ແລະ​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ.


ທຸກຄົນ​ໃນ​ດິນແດນ​ຈະ​ຊ່ວຍກັນ​ຝັງ​ຊາກສົບ ແລະ​ໃນ​ວັນ​ນັ້ນ ພວກເຂົາ​ຈະ​ໄດ້​ຮັບ​ກຽດ​ເມື່ອ​ເຮົາ​ສຳແດງ​ສະຫງ່າຣາສີ​ຂອງເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ຈະ​ກັບຄືນ​ມາ ແລະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ອີກເທື່ອໜຶ່ງ ແລະ​ຈະ​ກັບຄືນ​ໄປ​ຫາ​ເຊື້ອສາຍ​ຂອງ​ດາວິດ​ກະສັດ​ຂອງ​ພວກເຂົາ. ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ຢຳເກງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ສິ່ງ​ດີ​ທີ່​ພຣະອົງ​ຈະ​ໂຜດ​ໃຫ້.


ຈົ່ງ​ປະກາດ​ອີກ​ວ່າ: ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເມືອງ​ທັງຫລາຍ​ຂອງເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່ ແລະ​ພຣະເຈົ້າຢາເວ​ຈະ​ປອບໃຈ​ຊີໂອນ ແລະ​ຈະ​ເລືອກ​ເອົາ​ນະຄອນ​ເຢຣູຊາເລັມ​ອີກເທື່ອໜຶ່ງ.”’


“ເຮົາ​ຈະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ດັ່ງ​ຈອກ​ເຫຼົ້າ​ອະງຸ່ນ; ບັນດາ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ນະຄອນ​ເຢຣູຊາເລັມ​ນີ້ ຈະ​ດື່ມ​ຈົນ​ເມົາ​ແລະ​ຍ່າງ​ໂຊເຊ. ເມື່ອ​ພວກເຂົາ​ປິດລ້ອມ​ນະຄອນ​ເຢຣູຊາເລັມ​ນັ້ນ ເມືອງ​ຕ່າງໆ​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ຢູດາ ກໍ​ຈະ​ຖືກ​ປິດລ້ອມ​ເຊັ່ນດຽວ​ກັນ.


ເພື່ອ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ນຳພາ​ພວກເຈົ້າ​ສູ່​ດິນແດນ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍ​ອາໄສ​ຢູ່​ມາ​ແຕ່​ກ່ອນ​ນັ້ນ​ອີກ. ແລ້ວ​ພຣະອົງ​ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ແລະ​ມີ​ຈຳນວນ​ຄົນ​ຫລາຍກວ່າ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍເປັນ​ມາກ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka