8 ເຮົາຈະຫລໍ່ຫລອມພວກເຂົາໃຫ້ພົ້ນຈາກການບາບ ທີ່ພວກເຂົາໄດ້ກະທຳຕໍ່ສູ້ເຮົານັ້ນ ແລະເຮົາຈະຍົກບາບກຳເຫຼົ່ານັ້ນ ແລະການກະບົດຂອງພວກເຂົາ.
ແຕ່ພຣະອົງຍົກໂທດໃຫ້ແກ່ພວກຂ້ານ້ອຍ ເພື່ອວ່າພວກຂ້ານ້ອຍຈະໄດ້ຢຳເກງຢູ່ຊ້ອງໜ້າຂອງພຣະອົງ.
ພຣະອົງຈະໄຖ່ປະຊາຊົນອິດສະຣາເອນຂອງພຣະອົງ ໃຫ້ພົ້ນຈາກການບາບທຸກຢ່າງຂອງພວກເຂົາເຈົ້າ.
ໂຜດຊຳລະລ້າງຄວາມຊົ່ວຂອງຂ້ານ້ອຍໃຫ້ສິ້ນໄປ ແລະໃຫ້ສະອາດໝົດຈາກການບາບດ້ວຍ.
ຄວາມຜິດບາບນັ້ນເຮັດໃຫ້ພວກຂ້ານ້ອຍ ພ່າຍແພ້ໄປ ແຕ່ພຣະອົງໃຫ້ອະໄພພວກຂ້ານ້ອຍຢ່າງໝົດສິ້ນ.
ເມື່ອວັນນັ້ນມາເຖິງ ພຣະເຈົ້າຢາເວຈະເຮັດໃຫ້ພືດພັນ ແລະຕົ້ນໄມ້ຢູ່ໃນດິນແດນໃຫຍ່ຂຶ້ນແລະສວຍງາມ. ປະຊາຊົນຊາວອິດສະຣາເອນທັງໝົດທີ່ຍັງມີຊີວິດເຫລືອຢູ່ ຈະຊື່ນຊົມຍິນດີໃນຜົນລະປູກທີ່ເກີດໃນດິນແດນ.
ເຮົາປັດການບາບຂອງເຈົ້າດັ່ງເມກຫາຍໄປ ຈົ່ງກັບມາ ເພາະເຮົາຜູ້ດຽວທີ່ຊ່ວຍເຈົ້າໄດ້.”
“ເຮົາຈະນຳພວກເຈົ້າໄປຍັງຊີໂອນ ເນີນພູສັກສິດຂອງເຮົາ ເພື່ອໃຫ້ພວກເຈົ້າມີຄວາມຊົມຊື່ນຍິນດີໃນເຮືອນຂອງເຮົາສຳລັບພາວັນນາອະທິຖານ ແລະເຮົາຈະຮັບເຄື່ອງບູຊາຊຶ່ງພວກເຈົ້າຖວາຍທີ່ເທິງແທ່ນຂອງເຮົາ. ພຣະວິຫານຂອງເຮົາຈະເປັນທີ່ເອີ້ນວ່າ, ‘ວິຫານແຫ່ງການໄຫວ້ວອນສຳລັບທຸກຊົນຊາດ.”’
ຈະບໍ່ມີຜູ້ໃດໃນພວກເຂົາສັ່ງສອນເພື່ອນຮ່ວມຊາດຂອງຕົນໃຫ້ຮູ້ຈັກພຣະເຈົ້າຢາເວ ເພາະທຸກຄົນຈະຮູ້ຈັກເຮົາ ແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ. ພຣະເຈົ້າຢາເວກ່າວວ່າ ເຮົາຈະອະໄພການບາບຂອງພວກເຂົາ ແລະເຮົາຈະບໍ່ຈົດຈຳຄວາມຜິດຂອງພວກເຂົາອີກຕໍ່ໄປ.”
ເມື່ອເວລານັ້ນມາເຖິງ ຈະບໍ່ພົບການບາບໃນອິດສະຣາເອນ ແລະຄວາມຜິດໃນຢູດາ ເພາະເຮົາຈະຍົກໂທດໃຫ້ປະຊາຊົນທີ່ເຮົາໄດ້ໄວ້ຊີວິດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພູເຂົາຊີໂອນໄດ້ຊົດໃຊ້ຄ່າບາບທີ່ຕົນໄດ້ກະທຳ ພຣະເຈົ້າຈະບໍ່ໃຫ້ພວກເຮົາເປັນຊະເລີຍຕໍ່ໄປອີກ; ແຕ່ພຣະອົງຈະລົງໂທດເຈົ້າ ເອໂດມເອີຍ ພຣະອົງຈະເປີດເຜີຍການກະທຳຜິດຂອງເຈົ້າ.
ເຮົາຈະເອົານໍ້າສະອາດຫົດສົງພວກເຈົ້າໃຫ້ພົ້ນມົນທິນທັງໝົດ ອັນເນື່ອງມາຈາກການຂາບໄຫວ້ຮູບເຄົາຣົບ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, ‘ເມື່ອເຮົາຊຳລະພວກເຈົ້າໃຫ້ສະອາດຈາກທຸກການບາບຂອງພວກເຈົ້າແລ້ວ ເຮົາກໍຈະໃຫ້ພວກເຈົ້າອາໄສຢູ່ຕາມເມືອງຕ່າງໆຂອງພວກເຈົ້າອີກ ແລະອະນຸຍາດໃຫ້ພວກເຈົ້າສ້າງສິ່ງທີ່ຮົກຮ້າງເພພັງນັ້ນຂຶ້ນໃໝ່.
ໃນວັນນັ້ນ ໃຫ້ຈັດພິທີລຶບລ້າງການບາບທັງໝົດຂອງພວກເຂົາ ເພື່ອພວກເຂົາຈະບໍ່ເປັນມົນທິນຕາມກົດບັນຍັດຕໍ່ໜ້າພຣະເຈົ້າຢາເວ.
ເມື່ອເວລານັ້ນມາເຖິງຈະມີນໍ້າບໍ່ໜຶ່ງໄຫລອອກມາ ເພື່ອຊຳລະບາບຂອງເຊື້ອສາຍຂອງກະສັດດາວິດ ແລະຂອງປະຊາຊົນເຢຣູຊາເລັມ ເພາະພວກເຂົາຂາບໄຫວ້ບັນດາຮູບເຄົາຣົບ.
ແລະຈາກພຣະເຢຊູຄຣິດເຈົ້າຜູ້ຊົງເປັນພະຍານທີ່ສັດຊື່ ແລະຊົງເປັນຜູ້ທຳອິດທີ່ໄດ້ເປັນຄືນມາຈາກຄວາມຕາຍ ກັບທັງຊົງຄອບຄອງກະສັດທັງຫລາຍໃນໂລກ. ພຣະອົງຊົງຮັກເຮົາທັງຫລາຍ ແລະໄດ້ຊົງປົດປ່ອຍພວກເຮົາຈາກການຜິດບາບ ດ້ວຍພຣະໂລຫິດຂອງພຣະອົງ.