Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 33:7 - ພຣະຄຳພີສັກສິ

7 ເຮົາ​ຈະ​ເຮັດ​ໃຫ້​ອານາຈັກ​ຢູດາຍ​ກັບ​ອິດສະຣາເອນ​ຈະເລີນ​ຮຸ່ງເຮືອງ ແລະ​ເຮົາ​ຈະ​ສ້າງ​ພວກເຂົາ​ຂຶ້ນໃໝ່​ໃຫ້​ເປັນ​ດັ່ງ​ແຕ່​ກ່ອນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 33:7
28 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າຢາເວ​ນຳ​ພວກເຮົາ ຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ເລື່ອງ​ທັງໝົດ​ຈຶ່ງ​ເປັນ​ດັ່ງ​ຄວາມຝັນ


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເຮັດ​ໃຫ້​ຈະເລີນ​ຮຸ່ງເຮືອງ​ຄືນ​ໃໝ່ ດັ່ງ​ສາຍຝົນ​ຄືນ​ມາ​ສູ່​ຫ້ວຍນໍ້າ​ທີ່​ເນເກັບ.


ຂ້ານ້ອຍ​ຈະ​ພາວັນນາ​ອະທິຖານ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ມີໄຊ ຈາກ​ພູເຂົາ​ຊີໂອນ​ສູ່​ຊາດ​ອິດສະຣາເອນ​ໄດ້. ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຄວາມສຸກ​ສໍ່າໃດ ເມື່ອ​ພຣະເຈົ້າຢາເວ​ເຮັດ​ໃຫ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ດິນແດນ​ຂອງ​ພຣະອົງ ພຣະອົງ​ໄດ້​ໂຜດ​ໃຫ້​ອິດສະຣາເອນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຜູ້ນຳ ແລະ​ທີ່ປຶກສາ ດັ່ງ​ພວກເຈົ້າ​ເຄີຍ​ມີ​ມາ​ຕັ້ງແຕ່​ດົນນານ. ແລ້ວ​ຄົນ​ກໍ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ ນະຄອນ​ທີ່​ຊອບທຳ​ແລະ​ສັດຊື່.”


ພວກ​ທີ່​ເຝົ້າຍາມ​ກໍ​ໂຮຮ້ອງ​ດ້ວຍ​ສຽງດັງ​ກ້ອງ ພວກເຂົາ​ຊົມຊື່ນ​ຍິນດີ​ຈຶ່ງ​ພາກັນ​ໂຮຮ້ອງ ພວກເຂົາ​ສາມາດ​ເຫັນ​ໄດ້​ດ້ວຍ​ຕາ​ຂອງ​ພວກເຂົາ​ເອງ ການ​ກັບ​ມາ​ສູ່​ພູເຂົາ​ຊີໂອນ​ຂອງ​ພຣະເຈົ້າຢາເວ.


ເຮົາ​ຈະ​ທ້ອນໂຮມ​ເອົາ​ປະຊາຊົນ​ຂອງເຮົາ​ທີ່​ຍັງເຫລືອ​ຢູ່ ອອກ​ມາ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ລູກ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ.


ເຮົາ​ຈະ​ເຝົ້າເບິ່ງ​ພວກເຂົາ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ນີ້. ເຮົາ​ຈະ​ກໍ່ສ້າງ ແລະ​ຫລໍ່ຫລອມ​ພວກເຂົາ​ຂຶ້ນ ແລະ​ຈະ​ບໍ່​ທຳລາຍ​ພວກເຂົາ​ລົງ; ເຮົາ​ຈະ​ປູກ​ພວກເຂົາ​ໄວ້ ແລະ​ຈະ​ບໍ່​ຫລົກ​ພວກເຂົາ​ຖິ້ມ.


ພວກເຈົ້າ​ຈະ​ພົບ​ເຮົາ​ແທ້ໆ,’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ແລະ​ເຮົາ​ຈະ​ປົວແປງ​ພວກເຈົ້າ​ຂຶ້ນ​ໃໝ່​ຢູ່​ໃນ​ປະເທດ​ຂອງ​ພວກເຈົ້າ​ເອງ. ເຮົາ​ຈະ​ເຕົ້າໂຮມ​ພວກເຈົ້າ​ຈາກ​ທຸກໆ​ປະເທດ​ແລະ​ຈາກ​ທຸກໆ​ບ່ອນ ຊຶ່ງ​ເຮົາ​ໄດ້​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ນັ້ນ’ ພຣະເຈົ້າຢາເວ​ກ່າວ​ວ່າ ‘ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສົ່ງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ນັ້ນ.’


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ສ້າງ​ປະຊາຊົນ​ເຮົາ​ຂຶ້ນ​ໃໝ່ ໃນ​ດິນແດນ​ຂອງ​ເຂົາ ແລະ​ຈະ​ເມດຕາ​ຕໍ່​ທຸກໆ​ບ້ານ ເຮົາ​ຈະ​ກໍ່ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນໃໝ່ ຜາສາດ​ຣາຊວັງ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຄືກັນ.


ເຮົາ​ຈະ​ໃຫ້​ອຳນາດ​ດັ່ງເດີມ​ໃໝ່​ແກ່​ຊົນຊາດ​ນີ້​ເດີ ເຮົາ​ຈະ​ລົງໂທດ​ແກ່​ທຸກຄົນ​ທີ່​ກົດຂີ່​ພວກເຂົາ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ເພາະ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຂຶ້ນໃໝ່ ຄື​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ. ເຮົາ​ຈະ​ນຳ​ພວກເຂົາ​ຄືນ​ມາ​ສູ່​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ກຳມະສິດ​ດິນແດນ​ນັ້ນ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ໄດ້​ຄອຍເຝົ້າ​ເພື່ອ​ຖອນຮາກ, ຫລົກ​ຖິ້ມ, ໂຄ່ນລົ້ມ, ທຳລາຍ, ແລະ​ຮື້​ພວກເຂົາ​ຖິ້ມ​ສັນໃດ ເຮົາ​ກໍ​ຈະ​ເບິ່ງແຍງ​ເພື່ອ​ປູກ​ແລະ​ກໍ່ສ້າງ​ພວກເຂົາ​ຂຶ້ນ​ສັນນັ້ນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາເຖິງ ເຢຣູຊາເລັມ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ເປັນ​ນະຄອນ​ສຳລັບ​ພຣະເຈົ້າຢາເວ ຄື​ຕັ້ງແຕ່​ຫໍຄອຍ​ຮານາເນນ​ທາງ​ທິດ​ຕາເວັນຕົກ​ຈົນເຖິງ​ປະຕູແຈ.


ເຮົາ​ຈະ​ປົວແປງ​ແລະ​ກໍ່ສ້າງ​ເຈົ້າ​ຂຶ້ນ​ໃໝ່​ອີກເທື່ອໜຶ່ງ. ພວກເຈົ້າ​ຈະ​ຕີ​ກອງ ແລະ​ຟ້ອນລຳ​ຢ່າງ​ຊື່ນບານ​ອີກເທື່ອໜຶ່ງ.


ປະຊາຊົນ​ຈະ​ຊື້​ທົ່ງນາ​ເຫຼົ່ານັ້ນ ແລະ​ຈະ​ເຊັນ​ຊື່​ທັງ​ປະທັບຕາ​ໃນ​ໃບຕາດິນ ແລະ​ມີ​ຫຼັກຖານ​ພະຍານ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ, ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ໃນ​ເມືອງ​ຕ່າງໆ​ຕາມ​ເຂດ​ເນີນພູ, ທີ່​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ. ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ຂຶ້ນໃໝ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ສຽງ​ແຫ່ງ​ການ​ໂຮຮ້ອງ​ຍິນດີ ແລະ​ຊົມຊື່ນ ແລະ​ສຽງ​ແຫ່ງ​ຄວາມ​ສຸກໃຈ​ຂອງ​ພິທີ​ແຕ່ງງານ. ພວກເຈົ້າ​ຈະ​ໄດ້ຍິນ​ປະຊາຊົນ​ຮ້ອງເພງ ເມື່ອ​ພວກເຂົາ​ນຳ​ເຄື່ອງ​ຖວາຍ​ມາ​ໂມທະນາ​ຂອບພຣະຄຸນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຈະ​ເວົ້າ​ວ່າ, ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ເພາະ​ພຣະເຈົ້າຢາເວ​ຊົງ​ຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຈະເລີນ​ຮຸ່ງເຮືອງ​ດັ່ງ​ຄາວ​ແຕ່​ກ່ອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ເຮົາ​ໄດ້​ເຮັດ​ສິ່ງ​ນີ້​ໄວ້​ຢ່າງ​ແນ່ນອນ​ສັນໃດ ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ຢ່າງ​ແນ່ນອນ​ສັນນັ້ນ ກັບ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ເລືອກ​ເອົາ​ເຊື້ອສາຍ​ຂອງ​ດາວິດ​ຜູ້ໜຶ່ງ​ໄວ້ ເພື່ອ​ໃຫ້​ປົກຄອງ​ເຊື້ອສາຍ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ເຮົາ​ຈະ​ເມດຕາ​ປະຊາຊົນ​ຂອງເຮົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ.”


‘ຖ້າ​ພວກເຈົ້າ​ຢາກ​ອາໄສ​ຢູ່​ໃນ​ດິນແດນ​ນີ້​ຕໍ່ໄປ​ແລ້ວ ເຮົາ​ກໍ​ຈະ​ສ້າງ​ພວກເຈົ້າ​ຂຶ້ນ ແລະ​ບໍ່ແມ່ນ​ທຳລາຍ​ພວກເຈົ້າ​ລົງ; ເຮົາ​ຈະ​ປູກ​ພວກເຈົ້າ ແລະ​ຈະ​ບໍ່​ຫລົກ​ພວກເຈົ້າ​ຖິ້ມ. ການທຳລາຍ​ທີ່​ເຮົາ​ນຳ​ມາ​ສູ່​ພວກເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຮົາ​ມີ​ຄວາມທຸກໃຈ​ຫລາຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ທັງ​ອິດສະຣາເອນ ແລະ​ຢູດາ​ຈະ​ຮ້ອງໄຫ້ ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ພູເຂົາ​ຊີໂອນ​ໄດ້​ຊົດໃຊ້​ຄ່າ​ບາບ​ທີ່​ຕົນ​ໄດ້​ກະທຳ ພຣະເຈົ້າ​ຈະ​ບໍ່​ໃຫ້​ພວກເຮົາ​ເປັນ​ຊະເລີຍ​ຕໍ່ໄປ​ອີກ; ແຕ່​ພຣະອົງ​ຈະ​ລົງໂທດ​ເຈົ້າ ເອໂດມ​ເອີຍ ພຣະອົງ​ຈະ​ເປີດເຜີຍ​ການກະທຳ​ຜິດ​ຂອງເຈົ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ແຕ່​ບັດນີ້ ເຮົາ​ຈະ​ເມດຕາ​ເຊື້ອສາຍ​ຂອງ​ຢາໂຄບ ຄື​ປະຊາຊົນ​ອິດສະຣາເອນ ແລະ​ເຮັດ​ໃຫ້​ພວກເຂົາ​ຮຸ່ງເຮືອງ​ຂຶ້ນ​ໃໝ່. ເຮົາ​ຈະ​ຫວງແຫນ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.


ເຮົາ​ຈະ​ຄືນ​ສວນອະງຸ່ນ​ໃຫ້​ແກ່​ນາງ ແລະ​ຈະ​ເຮັດ​ໃຫ້​ຮ່ອມພູ​ລຳບາກ​ເປັນ​ປະຕູ​ແຫ່ງ​ຄວາມຫວັງ. ນາງ​ຈະ​ຕອບ​ສະໜອງ​ເຮົາ​ຢູ່​ທີ່​ນັ້ນ ດັ່ງ​ນາງ​ໄດ້​ເຄີຍ​ເຮັດ​ມາ​ໃນ​ຄາວ​ຍັງ​ໜຸ່ມ ຄື​ເມື່ອ​ຄາວ​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ.


ເວລາ​ນັ້ນ​ກຳລັງ​ມາ ເຮົາ​ຈະ​ນຳ​ພວກເຈົ້າ​ທີ່​ຖືກ​ແຕກ​ກະຈັດ​ກະຈາຍ​ໄປ ກັບຄືນ​ມາ​ບ້ານ. ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ມີ​ຊື່ສຽງ​ໂດ່ງດັງ​ທົ່ວ​ພິພົບ ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ອີກເທື່ອໜຶ່ງ​ໃດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ປະກາດ​ອີກ​ວ່າ: ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເມືອງ​ທັງຫລາຍ​ຂອງເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່ ແລະ​ພຣະເຈົ້າຢາເວ​ຈະ​ປອບໃຈ​ຊີໂອນ ແລະ​ຈະ​ເລືອກ​ເອົາ​ນະຄອນ​ເຢຣູຊາເລັມ​ອີກເທື່ອໜຶ່ງ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka