6 ແຕ່ເຮົາຈະປິ່ນປົວເມືອງນີ້ ແລະປະຊາຊົນຂອງເຮົາ ແລະປົວແປງສຸຂະພາບຂອງພວກເຂົາຂຶ້ນໃໝ່. ເຮົາຈະໃຫ້ພວກເຂົາສະຫງົບສຸກແລະປອດໄພຢ່າງຫລວງຫລາຍ.
ພຣະອົງປິ່ນປົວຄົນທີ່ມີຄວາມບວບຊໍ້າໃນຈິດໃຈ ແລະພັນບາດແຜໃຫ້ແກ່ເຂົາເຈົ້າ.
ແຕ່ຜູ້ຖ່ອມຕົວຈະໄດ້ຮັບດິນແດນເປັນມໍຣະດົກ ທັງຊື່ນໃຈຍິນດີຢູ່ກັບຄວາມຮັ່ງມີແລະມີສັນຕິສຸກດ້ວຍ.
ເພື່ອທົ່ວທັງໂລກນີ້ຈະຮູ້ຈັກພຣະປະສົງ ມະນຸດຊາດຈະຮູ້ວ່າພຣະອົງຊ່ວຍໃຫ້ພົ້ນໄດ້.
ຂໍໃຫ້ຄວາມຊອບທຳຈະເລີນຂຶ້ນໃນຄາວທີ່ເພິ່ນຍັງມີຊີວິດຢູ່ ຂໍໃຫ້ຄວາມຈະເລີນຍືນຍົງຢູ່ເທົ່າດວງຈັນຍັງສ່ອງແສງ.
ແລ້ວພຣະເຈົ້າຢາເວກໍຍ່າງຜ່ານໂມເຊໄປພ້ອມທັງປະກາດວ່າ, “ພຣະເຈົ້າຢາເວ ພຣະເຈົ້າຢາເວ ພຣະເຈົ້າອົງເຕັມໄປດ້ວຍຄວາມເມດຕາແລະເຕັມລົ້ນດ້ວຍພຣະຄຸນ ຜູ້ບໍ່ຮ້າຍງ່າຍ ແລະຜູ້ສຳແດງຄວາມຮັກອັນໝັ້ນຄົງແລະສັດຊື່.
ເວລາສຳລັບຂ້າ ແລະເວລາສຳລັບປິ່ນປົວໃຫ້ດີ ເວລາສຳລັບມ້າງລົງ ແລະເວລາສຳລັບກໍ່ສ້າງຂຶ້ນ.
ພຣະອົງຈະຕັດສິນການຂັດແຍ່ງ ໃນທ່າມກາງຊົນຊາດທັງຫລາຍ. ພວກເຂົາຈະຕີດາບເປັນໝາກສົບໄຖ ແລະຕີຫອກເປັນມີດຕອນຕົ້ນໄມ້. ຊົນຊາດທັງຫລາຍຈະບໍ່ເຮັດເສິກອີກຕໍ່ໄປ ຈະບໍ່ຕຽມເຂົ້າສູ່ການສົງຄາມອີກຈັກເທື່ອ.
ດວງຈັນຈະສ່ອງແສງເຫລືອງເຫລື້ອມດັ່ງຕາເວັນ ແລະຕາເວັນກໍຈະສ່ອງແສງເຫລືອງເຫລື້ອມກວ່າປົກກະຕິເຖິງເຈັດເທົ່າ ດັ່ງແສງແຈ້ງຂອງເຈັດວັນສ່ອງໃສ່ວັນດຽວ. ເຫດການນີ້ຈະເກີດຂຶ້ນ ເມື່ອພຣະເຈົ້າຢາເວໃຊ້ຜ້າພັນບາດ ແລະປິ່ນປົວແຜ ຊຶ່ງພຣະອົງໄດ້ເຮັດໃຫ້ເກີດຂຶ້ນແກ່ປະຊາຊົນຂອງພຣະອົງ.
ກະສັດເຮເຊກີຢາໄດ້ເຂົ້າໃຈເລື່ອງນີ້ໂດຍຕີຄວາມໝາຍເອົາວ່າ ໃນຣາຊການຂອງເພິ່ນນັ້ນຈະມີຄວາມສະຫງົບສຸກ ແລະມີຄວາມໝັ້ນຄົງດີ; ສະນັ້ນ ເພິ່ນຈຶ່ງຕອບເອຊາຢາວ່າ, “ຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ໃຫ້ເຈົ້າ ນຳມາບອກເຮົານັ້ນດີຫລາຍ.”
ສ່ວນປະຊາຊົນຂອງເຈົ້າເຮົາຈະສັ່ງສອນພວກເຂົາໂດຍພຣະເຈົ້າຢາເວ ຈະໃຫ້ມີສັນຕິສຸກແລະໃຫ້ຈະເລີນຮຸ່ງເຮືອງດ້ວຍ.
ຈົ່ງໃຫ້ຄົນຊົ່ວຮ້າຍປະວິທີດຳເນີນຊີວິດເດີມຂອງພວກເຂົາ ແລະປ່ຽນແນວທາງທີ່ພວກເຂົາເຄີຍຄິດນັ້ນ. ຈົ່ງໃຫ້ພວກເຂົາກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ພຣະອົງເຕັມດ້ວຍຄວາມເມດຕາແລະອະໄພໃຫ້.
ເຮົາເຫັນວ່າພວກເຂົາໄດ້ປະພຶດຕົນຢ່າງໃດ, ແຕ່ເຮົາກໍຈະປິ່ນປົວພວກເຂົາໃຫ້ດີ. ເຮົາຈະນຳພາແລະຊ່ວຍເຫລືອພວກເຂົາ ແລະເຮົາຈະເລົ້າໂລມອອຍໃຈຄົນທີ່ໂສກເສົ້າເສຍໃຈ.
ເຮົາໃຫ້ສັນຕິສຸກແກ່ທຸກຄົນ ທັງຜູ້ທີ່ຢູ່ໄກແລະຜູ້ທີ່ຢູ່ໃກ້, ພຣະເຈົ້າຢາເວກ່າວດັ່ງນີ້ ເຮົາຈະປິ່ນປົວປະຊາຊົນຂອງເຮົາໃຫ້ດີ.
ແລ້ວຄວາມກະລຸນາຂອງເຮົາກໍຈະສ່ອງແສງດັ່ງຕາເວັນຂຶ້ນໃນຕອນເຊົ້າ ແລະບາດແຜຂອງເຈົ້າກໍຈະຖືກປິ່ນປົວໃຫ້ຫາຍດີໄວ. ແລະຄວາມຊອບທຳຂອງເຈົ້າຈະນຳໜ້າເຈົ້າໄປ, ສະຫງ່າຣາສີຂອງພຣະເຈົ້າຢາເວຈະປົກປັກຮັກສາເຈົ້າຮອບດ້ານ.
ພຣະເຈົ້າຢາເວກ່າວວ່າ, “ເຮົາຈະນຳຄວາມຈະເລີນຮຸ່ງເຮືອງທີ່ຍາວນານມາສູ່ພວກເຈົ້າ; ຊັບສົມບັດຂອງປະຊາຊາດຕ່າງໆຈະຫລັ່ງໄຫລມາສູ່ພວກເຈົ້າ ດັ່ງສາຍນໍ້າທີ່ບົກແຫ້ງບໍ່ເປັນຈັກເທື່ອ. ພວກເຈົ້າຈະເປັນດັ່ງເດັກນ້ອຍ ຜູ້ທີ່ແມ່ອຸ້ມໃຫ້ກິນນົມແລະຖະໜຸຖະໜອມດ້ວຍຄວາມຮັກ.
ຂ້າແດ່ພຣະເຈົ້າຢາເວ ຈົ່ງປິ່ນປົວຂ້ານ້ອຍແລະຂ້ານ້ອຍກໍຈະຫາຍດີ; ຈົ່ງຊ່ວຍກູ້ເອົາຂ້ານ້ອຍ ແລະຂ້ານ້ອຍກໍຈະໄດ້ພົ້ນ. ພຣະອົງແມ່ນຜູ້ທີ່ຂ້ານ້ອຍຍ້ອງຍໍສັນລະເສີນ.
ເຮົາຜູ້ດຽວເທົ່ານັ້ນທີ່ຮູ້ແຜນການຂອງເຮົາສຳລັບພວກເຈົ້າ,’ ພຣະເຈົ້າຢາເວກ່າວວ່າ, ‘ຄືແຜນການທີ່ນຳຄວາມຈະເລີນຮຸ່ງເຮືອງມາສູ່ພວກເຈົ້າ ແລະບໍ່ແມ່ນນຳຄວາມຈິບຫາຍມາສູ່ພວກເຈົ້າ ແຕ່ເປັນແຜນການທີ່ນຳຄວາມຫວັງມາສູ່ອະນາຄົດຂອງພວກເຈົ້າ.
ພວກປະຊາຊົນທີ່ບໍ່ສັດຊື່ເອີຍ ຈົ່ງກັບຄືນມາ ເຮົາຈະປິ່ນປົວພວກເຈົ້າໃຫ້ດີຈາກການບໍ່ສັດຊື່. ພວກເຈົ້າກ່າວວ່າ, “ແມ່ນແລ້ວ ພວກຂ້ານ້ອຍກຳລັງມາຫາພຣະອົງ ເພາະພຣະອົງເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.
ປະຊາຊົນເວົ້າວ່າ, “ໃຫ້ພວກເຮົາກັບຄືນໄປຫາພຣະເຈົ້າຢາເວເທາະ ພຣະອົງໄດ້ເຮັດໃຫ້ພວກເຮົາເຈັບປວດ ແຕ່ພຣະອົງຈະຮັກສາພວກເຮົາໃຫ້ດີຢ່າງແນ່ນອນ; ພຣະອົງໄດ້ເຮັດໃຫ້ພວກເຮົາມີບາດແຜ ແຕ່ພຣະອົງຈະພັນບາດແຜໃຫ້.
“ເມື່ອໃດເຮົາຢາກປິ່ນປົວຊາວອິດສະຣາເອນປະຊາຊົນຂອງເຮົາໃຫ້ດີ ແລະເຮັດໃຫ້ພວກເຂົາມັ່ງຄັ່ງສົມບູນອີກ; ເມື່ອນັ້ນເຮົາກໍເຫັນແຕ່ການໂຫດຮ້າຍ ແລະກິດຈະການຊົ່ວຂອງພວກເຂົາ. ພວກເຂົາສໍ້ໂກງກັນແລະກັນ; ງັດແງະເຂົ້າໄປໃນເຮືອນລັກເອົາສິ່ງຂອງ ແລະປຸ້ນຈີ້ຄົນຕາມຖະໜົນຫົນທາງ.
ພຣະອົງຈະໄກ່ເກ່ຍນາໆຊາດທີ່ຜິດຖຽງກັນ ທ່າມກາງມະຫາອຳນາດທີ່ຢູ່ໄກແລະຢູ່ໃກ້. ພວກເຂົາຈະຕີດາບເປັນໝາກສົບໄຖ ແລະຕີຫອກເປັນມີດຕັດກິ່ງໄມ້. ຊົນຊາດທັງຫລາຍຈະບໍ່ເຮັດເສິກກັນອີກຕໍ່ໄປ ທັງຈະບໍ່ຕຽມເຮັດເສິກກັນອີກຈັກເທື່ອ.
ພຣະອົງຈະສຳແດງຄວາມສັດຊື່ ແລະຄວາມຮັກອັນໝັ້ນຄົງຂອງພຣະອົງແກ່ປະຊາຊົນຂອງພຣະອົງ ຄືຕໍ່ເຊື້ອສາຍຂອງອັບຣາຮາມແລະຢາໂຄບ ດັ່ງທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ແຕ່ດົນນານມາແລ້ວ.
ແຕ່ສຳລັບພວກທີ່ຢຳເກງນາມຂອງເຮົາ ເຮົາຈະນຳຄວາມພົ້ນມາໃຫ້ພວກເຂົາ ດ້ວຍອານຸພາບອັນຮຸ່ງເຮືອງຂອງເຮົາ ດັ່ງດວງຕາເວັນຂຶ້ນ ແລະຈະນຳເອົາການປິ່ນປົວມາສູ່ພວກເຂົາ ດັ່ງແສງດວງອາທິດ. ພວກເຈົ້າຈະເປັນອິດສະຫລະເສລີແລະມີຄວາມສຸກ ດັ່ງລູກງົວທີ່ອອກມາຈາກຄອກ.
ຂະໂມຍມາ ກໍພຽງແຕ່ຈະລັກ ຈະຂ້າແລະທຳລາຍເທົ່ານັ້ນ ຝ່າຍເຮົາໄດ້ມາ ເພື່ອເຂົາຈະໄດ້ຊີວິດ ແລະຈະໄດ້ຊີວິດຢ່າງຄົບບໍລິບູນ.
ຂໍໃຫ້ພີ່ນ້ອງຄຣິສຕຽນທຸກຄົນໄດ້ຮັບສັນຕິສຸກ ແລະຄວາມຮັກ ພ້ອມທັງຄວາມເຊື່ອຈາກພຣະເຈົ້າ ພຣະບິດາເຈົ້າກັບອົງພຣະເຢຊູຄຣິດເຈົ້າດ້ວຍເທີ້ນ.
ເຮົາແລະເຮົາເທົ່ານັ້ນ ທີ່ເປັນພຣະເຈົ້າແທ້ໃດ ນອກຈາກເຮົານີ້ໄປບໍ່ມີພະອື່ນໃດອີກແລ້ວ; ມີຜູ້ໃດແດ່ກ້າຕໍ່ຕ້ານແຜນການຂອງເຮົາ ເຮົາຂ້າແລະໃຫ້ຊີວິດ ເຮັດໃຫ້ບາດເຈັບແລະປິ່ນປົວດ້ວຍ.
ສາທຸການແດ່ພຣະເຈົ້າ ພຣະບິດາເຈົ້າແຫ່ງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງພຣະມະຫາກະລຸນາແກ່ພວກເຮົາ ຊົງໂຜດໃຫ້ພວກເຮົາບັງເກີດໃໝ່ ເຂົ້າສູ່ຄວາມຫວັງໃຈອັນມີຊີວິດຢູ່ໂດຍການຄືນພຣະຊົນຂອງພຣະເຢຊູຄຣິດເຈົ້າ,