Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 33:4 - ພຣະຄຳພີສັກສິ

4 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ ເຮືອນ​ທັງຫລາຍ​ຂອງ​ນະຄອນ​ເຢຣູຊາເລັມ​ກັບ​ຣາຊວັງ​ຂອງ​ຢູດາຍ​ຈະ​ຖືກ​ທຳລາຍ​ເນື່ອງ​ຈາກ​ຖືກ​ປິດລ້ອມ​ແລະ​ຖືກ​ໂຈມຕີ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 33:4
11 Jak'a apnaqawi uñst'ayäwi  

ແລະ​ພຸ່ມໜາມ​ນ້ອຍໃຫຍ່​ກຳລັງ​ຈະ​ເກີດຂຶ້ນ​ໃນ​ດິນແດນ​ປະຊາຊົນ​ຂອງເຮົາ. ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເຖິງ​ເຮືອນ​ທີ່​ເຄີຍ​ຢູ່​ຢ່າງ​ຜາສຸກ ແລະ​ເຖິງ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຊີວິດ​ຊີວາ​ນັ້ນ​ສາ.


ແມ່ນແຕ່​ຣາຊວັງ​ກໍ​ຈະ​ຖືກ​ປະຖິ້ມ ແລະ​ເມືອງຫລວງ​ກໍ​ຈະ​ຮ້າງ​ຫວ່າງເປົ່າ​ຢ່າງ​ໝົດສິ້ນ. ເຮືອນ​ແລະ​ປ້ອມ​ປ້ອງກັນ​ທັງຫລາຍ​ຈະ​ຮົກຮ້າງ​ເພພັງ​ຕະຫລອດໄປ. ລໍ​ປ່າ​ຈະ​ທ່ຽວຫລິ້ນ​ຢູ່​ທີ່ນັ້ນ ແລະ​ຝູງແກະ​ກໍ​ຈະ​ກິນ​ຫຍ້າ​ຢູ່​ທີ່​ນັ້ນ.


ຊາວ​ບາບີໂລນ​ໄດ້​ສ້າງ​ເຄື່ອງ​ປິດລ້ອມ​ເພື່ອ​ຢຶດເອົາ​ເມືອງ ແລະ​ກໍ​ຈະ​ໂຈມຕີ​ເມືອງ. ເສິກ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ຈະ​ເຮັດ​ໃຫ້​ເມືອງ​ນີ້​ຕົກ​ຢູ່​ໃນ​ກຳມື​ຂອງ​ພວກເຂົາ. ພຣະອົງ​ເຫັນ​ໄດ້​ວ່າ​ເຫດການ​ທັງໝົດ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈະ​ກາຍເປັນຈິງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສັ່ງ​ໃຫ້​ຕັດ​ກົກໄມ້​ລົງ ແລະ​ຄູນ​ດິນ​ຂຶ້ນ​ອ້ອມ​ນະຄອນ​ເຢຣູຊາເລັມ​ໄວ້. ພຣະອົງ​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ນະຄອນ​ນີ້ ຍ້ອນ​ເປັນ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ການກົດຂີ່.


ອົງພຣະ​ຜູ້​ເປັນເຈົ້າ​ບໍ່​ຍອມ​ຮັບ​ແທ່ນບູຊາ​ຂອງ​ພຣະອົງ ແລະ​ໄດ້​ປະຖິ້ມ​ພຣະວິຫານ​ຂອງ​ພຣະອົງ​ດ້ວຍ; ພຣະອົງ​ໃຫ້​ສັດຕູ​ທຳລາຍ​ກຳແພງ​ພຣະວິຫານ ພວກເຂົາ​ໂຮຮ້ອງ​ຍິນດີ​ເພາະ​ໄດ້​ໄຊຊະນະ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຄື​ໃນ​ຄັ້ງ​ໜຶ່ງ​ນັ້ນ ເປັນ​ບ່ອນ​ທີ່​ພວກເຮົາ ພາກັນ​ນະມັດສະການ​ຢ່າງ​ຊົມຊື່ນ​ຍິນດີ​ລົ້ນ.


ແຕ່​ແລ້ວ​ມື​ຂວາ​ຂອງ​ເພິ່ນ​ກໍ​ຈັບ​ຖືກ​ລູກສອນ​ທີ່​ໝາຍ​ວ່າ, ‘ເຢຣູຊາເລັມ’ ມັນ​ໄດ້​ບອກ​ເພິ່ນ​ໃຫ້​ໄປ​ຕັ້ງ​ເຄື່ອງ​ທະລຸ​ກຳແພງ, ໂຮຮ້ອງ​ເຮັດ​ເສິກ, ຕັ້ງ​ເຄື່ອງ​ທະລຸ​ຕໍ່ສູ້​ປະຕູ​ເມືອງ, ຄູນ​ຄັນຄູ​ຂຶ້ນ ແລະ​ຂຸດ​ຮ່ອງ​ປ້ອງກັນ​ໄພ.


ພວກ​ທີ່​ອາໄສ​ຢູ່​ເມືອງ​ຕ່າງໆ​ໃນ​ແຜ່ນດິນ​ໃຫຍ່​ນັ້ນ​ຈະ​ຖືກ​ຂ້າ​ໃນ​ເວລາ​ສູ້ຮົບ​ກັນ. ສັດຕູ​ຈະ​ຂຸດ​ຮ່ອງ​ປ້ອງກັນ​ຕົວ​ແລະ​ສ້າງ​ຄັນຄູ ຕະຫລອດ​ທັງ​ສ້າງ​ກຳແພງ​ອັນ​ແໜ້ນໜາ ເພື່ອ​ປ້ອງກັນ​ໃນ​ການ​ຕໍ່ສູ້​ເຈົ້າ.


ແລ້ວ​ເພື່ອ​ສະແດງ​ວ່າ​ນະຄອນ​ເຢຣູຊາເລັມ​ຖືກ​ປິດລ້ອມ ໃຫ້​ຂຸດ​ຮ່ອງ, ປ້ານ​ດິນ​ເຮັດ​ຄັນຄູ, ເຮັດ​ຄ້າຍ ແລະ​ເຮັດ​ອາວຸດ​ຍິງ​ຕໍ່ສູ້​ເພື່ອ​ປິດລ້ອມ​ເມືອງ​ໄວ້.


ພວກເຂົາ​ດູຖູກ​ຫຍໍ້ຫຍັນ​ບັນດາ​ກະສັດ ແລະ​ຫົວ​ເຍາະເຍີ້ຍ​ໃສ່​ບັນດາ​ຂ້າຣາຊການ​ຊັ້ນສູງ. ບໍ່ມີ​ປ້ອມ​ປ້ອງກັນ​ບ່ອນໃດ​ທີ່​ຕ້ານທານ​ຕໍ່​ການ​ບຸກລຸກ​ຂອງ​ພວກເຂົາ​ໄດ້. ພວກເຂົາ​ໃຊ້​ຍຸດທະວິທີ​ຍາດ​ຢຶດເອົາ​ປ້ອມ ໂດຍ​ກອງ​ດິນ​ຂຶ້ນ​ໃຫ້​ສູງ​ເທົ່າກັບ​ປ້ອມ ແລະ​ເຂົ້າ​ຢຶດເອົາ.


ພວກເຈົ້າ​ອາດ​ປໍ້າ​ຕົ້ນໄມ້​ທີ່​ຮູ້ວ່າ​ບໍ່ມີ​ໝາກ​ກິນໄດ້ ເພື່ອ​ໃຊ້​ປິດລ້ອມ​ເມືອງ​ໄວ້​ໄດ້ ຈົນກວ່າ​ຈະ​ເຂົ້າ​ຢຶດຄອງ​ເມືອງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka