Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 33:26 - ພຣະຄຳພີສັກສິ

26 ເຮົາ​ໄດ້​ເຮັດ​ສິ່ງ​ນີ້​ໄວ້​ຢ່າງ​ແນ່ນອນ​ສັນໃດ ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ຢ່າງ​ແນ່ນອນ​ສັນນັ້ນ ກັບ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ເລືອກ​ເອົາ​ເຊື້ອສາຍ​ຂອງ​ດາວິດ​ຜູ້ໜຶ່ງ​ໄວ້ ເພື່ອ​ໃຫ້​ປົກຄອງ​ເຊື້ອສາຍ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ເຮົາ​ຈະ​ເມດຕາ​ປະຊາຊົນ​ຂອງເຮົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 33:26
17 Jak'a apnaqawi uñst'ayäwi  

ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່ ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.


ມີ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຫລາຍ​ຄົນ​ໄດ້​ອອກ​ຈາກ​ແຂວງ​ບາບີໂລນ ແລະ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ; ແຕ່ລະຄົນ​ໄດ້​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ. ຄອບຄົວ​ຂອງ​ພວກເຂົາ​ໄດ້​ເປັນ​ຊະເລີຍ​ແລະ​ອາໄສ​ຢູ່​ໃນ​ບາບີໂລນ ຕັ້ງແຕ່​ສະໄໝ​ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ​ໄປ​ທີ່​ນັ້ນ.


ບັນດາ​ປະໂຣຫິດ​ຊາວ​ເລວີ​ແລະ​ປະຊາຊົນ​ບາງ​ພວກ ກໍໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ ຫລື​ຢູ່​ໃກ້​ນະຄອນ​ເຢຣູຊາເລັມ; ພວກ​ນັກດົນຕຼີ, ພວກ​ເຝົ້າຍາມ​ພຣະວິຫານ ແລະ​ພວກ​ເຮັດ​ວຽກ​ປະຈຳ​ພຣະວິຫານ​ກໍ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ; ແລະ​ຊາວ​ອິດສະຣາເອນ​ທີ່​ຍັງເຫລືອ ກໍໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ທີ່​ພວກ​ບັນພະບຸລຸດ​ຂອງ​ພວກຕົນ​ເຄີຍ​ອາໄສ​ຢູ່.


ເມື່ອ​ພຣະເຈົ້າຢາເວ​ນຳ​ພວກເຮົາ ຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ເລື່ອງ​ທັງໝົດ​ຈຶ່ງ​ເປັນ​ດັ່ງ​ຄວາມຝັນ


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ເຮົາ​ປິ່ນໜ້າ​ດ້ວຍ​ຄວາມ​ໂກດຮ້າຍ​ພຽງ​ຊົ່ວຄາວ ເຮົາ​ບໍ່ໄດ້​ແນມເບິ່ງ​ໜ້າ​ເຈົ້າ​ພຽງ​ໄລຍະ​ໜຶ່ງ ແຕ່​ເຮົາ​ຈະ​ສຳແດງ​ຄວາມຮັກ​ຕໍ່​ເຈົ້າ​ສືບໄປ.” ພຣະເຈົ້າຢາເວ​ພຣະຜູ້ໄຖ່​ກ່າວ​ດັ່ງນີ້ແຫລະ.


ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໄປ​ກ່າວ​ຕໍ່​ຊາດ​ອິດສະຣາເອນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ຊາດ​ອິດສະຣາເອນ​ຜູ້​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ມີ​ຄວາມ​ເມດຕາປານີ ແລະ​ເຮົາ​ຈະ​ບໍ່​ໂກດຮ້າຍ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ບໍ່​ໂກດຮ້າຍ​ເຈົ້າ​ຕະຫລອດໄປ.


ອິດສະຣາເອນ​ເອີຍ ເຈົ້າ​ຄື​ລູກ​ທີ່​ຮັກ​ຂອງເຮົາ ເປັນ​ເດັກນ້ອຍ​ທີ່​ເຮົາ​ຮັກແພງ​ຫລາຍ​ແທ້ໆ. ເມື່ອ​ເຮົາ​ເອີ່ຍ​ເຖິງ​ເຈົ້າ​ຄື​ເອີ່ຍ​ເຖິງ​ຊື່​ເຈົ້າ​ຍາມໃດ ເຮົາ​ກໍ​ມີ​ຄວາມຮັກ​ແລະ​ຄິດເຖິງ​ເຈົ້າ​ຍາມນັ້ນ; ຈິດໃຈ​ເຮົາ​ຄິດເຖິງ​ແຕ່​ເຈົ້າ​ຢູ່​ສະເໝີ​ມາ ເຮົາ​ບັງຄັບ​ເຮົາເອງ​ບໍ່​ໃຫ້​ເມດຕາ​ເຈົ້າ​ບໍ່ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ອົງ​ໃຫ້​ຕາເວັນ​ສ່ອງແສງ​ໃນ​ກາງເວັນ ໃຫ້​ເດືອນ​ດາວ​ສ່ອງແສງ​ໃນ​ກາງຄືນ​ດ້ວຍ. ພຣະອົງ​ເຮັດ​ໃຫ້​ທະເລ​ຄຶກຄະນອງ​ມີ​ຟອງ​ໃຫຍ່​ຂຶ້ນ ພຣະນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຖ້າ​ວັນ​ໜຶ່ງ ຈັກກະວານ​ຖືກ​ວັດແທກ​ໄດ້​ໃຫ້​ເຫັນ ແລະ​ຮາກຖານ​ແຜ່ນດິນ​ໂລກ​ຖືກ​ຄົ້ນຄວ້າ​ໄດ້ ເມື່ອນັ້ນ​ເຮົາ​ຈະ​ປະຖິ້ມ​ຍ້ອນ​ພວກເຂົາ​ຊົ່ວຊ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ພວກເຈົ້າ​ບໍ່ໄດ້​ສັງເກດ​ເບິ່ງ​ບໍ​ສິ່ງ​ທີ່​ຄົນ​ກຳລັງ​ເວົ້າ​ກັນ​ວ່າ ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ອິດສະຣາເອນ ແລະ​ຢູດາ ສອງ​ຄອບຄົວ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ? ສະນັ້ນ ພວກເຂົາ​ຈຶ່ງ​ໝິ່ນປະໝາດ​ຄົນ​ຂອງເຮົາ ແລະ​ບໍ່ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ແຕ່​ບັດນີ້ ເຮົາ​ຈະ​ເມດຕາ​ເຊື້ອສາຍ​ຂອງ​ຢາໂຄບ ຄື​ປະຊາຊົນ​ອິດສະຣາເອນ ແລະ​ເຮັດ​ໃຫ້​ພວກເຂົາ​ຮຸ່ງເຮືອງ​ຂຶ້ນ​ໃໝ່. ເຮົາ​ຈະ​ຫວງແຫນ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.


ແຕ່​ເຮົາ​ຈະ​ສະແດງ​ຄວາມຮັກ​ຕໍ່​ປະຊາຊົນ​ຢູດາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ; ແຕ່​ບໍ່ແມ່ນ​ດ້ວຍ​ເສິກ​ສົງຄາມ ຄື​ດ້ວຍ​ດາບ ຫລື​ໜ້າທະນູ​ແລະ​ລູກສອນ ຫລື​ດ້ວຍ​ມ້າ ແລະ​ເຫຼົ່າ​ທະຫານ​ມ້າ.”


ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ດິນແດນ ແລະ​ໃຫ້​ອຸດົມສົມບູນ​ຍິ່ງໆ​ຂຶ້ນ. ເຮົາ​ຈະ​ໃຫ້​ຄວາມຮັກ​ຕໍ່​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ຂາດ​ຮັກ” ແລະ​ຜູ້​ທີ່​ຖືກ​ເອີ້ນ​ວ່າ, “ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ດ້ວຍ. ເຮົາ​ຈະ​ກ່າວ​ວ່າ, “ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ.” ພວກເຂົາ​ຈະ​ຕອບ​ວ່າ, “ພຣະອົງ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”


ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຢູດາ​ເຂັ້ມແຂງ ເຮົາ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ພົ້ນ. ເຮົາ​ຈະ​ມີ​ຄວາມ​ເມດຕາ​ແກ່​ພວກເຂົາ ແລະ​ນຳ​ພວກເຂົາ​ທຸກຄົນ​ກັບ​ມາ​ບ້ານ. ພວກເຂົາ​ຈະ​ເປັນ​ຄື​ກັບ​ວ່າ​ເຮົາ​ບໍ່ເຄີຍ​ປະຖິ້ມ​ພວກເຂົາ​ເລີຍ ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ; ເຮົາ​ຈະ​ຕອບ​ຄຳ​ພາວັນນາ​ອະທິຖານ ທຸກໆ​ປະການ​ຂອງ​ພວກ​ເຂົາເຈົ້າ.


ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ມະນຸດ​ທຸກຄົນ ເປັນ​ຊະເລີຍ​ແຫ່ງ​ຄວາມ​ບໍ່​ເຊື່ອຟັງ ເພື່ອ​ວ່າ​ພຣະ​ເມດຕາ​ຈະ​ໄດ້​ເປັນ​ທີ່​ສຳແດງ​ແກ່​ເຂົາ​ທຸກຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka