25 ແຕ່ພຣະເຈົ້າຢາເວໄດ້ເຮັດພັນທະສັນຍາໄວ້ທັງກາງເວັນແລະກາງຄືນ ແລະເຮົາໄດ້ຕັ້ງກົດຕ່າງໆຄວບຄຸມສະຫວັນ ແລະແຜ່ນດິນໂລກ.
ພຣະເຈົ້າໄດ້ກຳນົດຕຳແໜ່ງດວງແຈ້ງທັງຫລາຍໄວ້ໃນຈັກກະວານໃຫ້ສ່ອງແສງລົງມາສູ່ໂລກ
ຕາບໃດທີ່ໂລກຍັງຄົງດຳລົງຢູ່ ລະດູຫວ່ານກັບລະດູເກັບກ່ຽວກໍຍັງມີຢູ່ຕໍ່ໄປ ຈະມີໜາວມີຮ້ອນຮ່ວມກັນຢູ່ສະເໝີໄປ ຍາມຮ້ອນແລະຍາມໜາວ ກາງເວັນແລະກາງຄືນດ້ວຍ.”
ພຣະອົງໄດ້ສ້າງດວງເດືອນເພື່ອໝາຍເດືອນປີ ແລະດວງຕາເວັນເພື່ອໃຫ້ຮູ້ເວລາຕັ້ງໄວ້.
ທຸກສິ່ງທີ່ມີຢູ່ເຖິງທຸກວັນນີ້ກໍຍ້ອນຂໍ້ຄຳສັ່ງຂອງພຣະອົງ ເພາະທຸກສິ່ງລ້ວນແຕ່ເປັນເຄື່ອງມືຮັບໃຊ້ພຣະອົງ.
ໂດຍພຣະຄຳສັ່ງເຫຼົ່ານີ້ຈຶ່ງຄົງຢູ່ບ່ອນເກົ່າສືບໄປ ແລະກໍບໍ່ລະເມີດຄຳສັ່ງໃດໆທັງນັ້ນ.
“ພຣະເຈົ້າຢາເວກ່າວວ່າດັ່ງນີ້: ເຮົາໄດ້ເຮັດພັນທະສັນຍາຢ່າງໜຶ່ງໄວ້ກັບມື້ເວັນແລະກັບມື້ຄືນ ເພື່ອວ່າສິ່ງນັ້ນຈະມາຖືກຕ້ອງຕາມເວລາສະເໝີ; ແລະພັນທະສັນຍານັ້ນຈະບໍ່ຖືກລົບລ້າງຈັກເທື່ອ.