Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 33:24 - ພຣະຄຳພີສັກສິ

24 “ພວກເຈົ້າ​ບໍ່ໄດ້​ສັງເກດ​ເບິ່ງ​ບໍ​ສິ່ງ​ທີ່​ຄົນ​ກຳລັງ​ເວົ້າ​ກັນ​ວ່າ ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ອິດສະຣາເອນ ແລະ​ຢູດາ ສອງ​ຄອບຄົວ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ? ສະນັ້ນ ພວກເຂົາ​ຈຶ່ງ​ໝິ່ນປະໝາດ​ຄົນ​ຂອງເຮົາ ແລະ​ບໍ່ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 33:24
29 Jak'a apnaqawi uñst'ayäwi  

ພວກເຂົາ​ເວົ້າ​ກັນ​ວ່າ, “ພຣະເຈົ້າ​ປະຖິ້ມ​ລາວ​ແລ້ວ ໃຫ້​ພວກເຮົາ​ຕາມ​ໄປ​ຈັບ​ເອົາ​ລາວ​ເທາະ ເພາະ​ບໍ່ມີ​ຜູ້ໃດ​ທີ່​ຈະ​ມາ​ຊ່ວຍເຫລືອ​ເອົາ​ລາວ ຫລື​ຊ່ວຍກູ້​ເອົາ​ລາວ​ໄວ້​ອີກ​ແລ້ວ.”


ພວກເຂົາ​ເວົ້າ​ກັນ​ວ່າ, “ມາເຖີດ ມາ​ທຳລາຍ​ຊາດ​ນີ້, ຢ່າ​ໃຫ້​ມີ​ຊື່​ຊາດ​ອິດສະຣາເອນ​ຕໍ່ໄປ​ອີກ.”


ແລ້ວ​ພວກເຂົາ​ກໍ​ເຫັນ​ພ້ອມ​ຕາມ​ແຜນການ ໂດຍ​ເຕົ້າໂຮມ​ກັນ​ເປັນ​ພັນທະມິດ​ຕໍ່ສູ້​ພຣະອົງ.


ພຣະເຈົ້າຢາເວ​ຈະ​ບໍ່​ປະປ່ອຍ​ປະຊາຊົນ​ຂອງ​ພຣະອົງ ຈະ​ບໍ່​ປະຖິ້ມ​ຄົນ​ໃດໆ​ຜູ້​ທີ່​ເປັນ​ຂອງ​ພຣະອົງ.


ອານາຈັກ​ເອຟຣາອິມ​ຈະ​ບໍ່​ອິດສາ​ຢູດາຍ​ອີກ​ຕໍ່ໄປ ແລະ​ອານາຈັກ​ຢູດາຍ​ຈະ​ບໍ່​ເປັນ​ສັດຕູ​ຂອງ​ເອຟຣາອິມ​ດ້ວຍ.


ພຣະເຈົ້າຢາເວ​ຈະ​ນຳ​ເອົາວັນ​ອັນ​ໂຫດຮ້າຍ​ມາ​ສູ່​ເຈົ້າ, ປະຊາຊົນ​ຂອງ​ເຈົ້າ ແລະ​ຄອບຄົວ​ທັງໝົດ​ຂອງ​ກະສັດ. ວັນ​ນັ້ນ ຈະ​ໂຫດຮ້າຍ​ກວ່າ​ວັນ​ໃດໆ​ທີ່​ເຄີຍ​ມີ​ມາ ຕັ້ງແຕ່​ວັນນັ້ນ​ທີ່​ເອຟຣາອິມ​ໄດ້​ແຍກ​ອອກ​ຈາກ​ຢູດາຍ ຄື​ພຣະອົງ​ກຳລັງ​ຈະ​ນຳ​ເອົາ​ກະສັດ​ອັດຊີເຣຍ​ມາ.


ເຮົາ​ຄິດວ່າ​ຫລັງຈາກ​ທີ່​ນາງ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ນາງ​ກໍ​ຈະ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ແນ່ນອນ. ແຕ່​ນາງ​ພັດ​ບໍ່ໄດ້​ກັບຄືນ​ມາ; ແລະ​ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ນາງ​ກໍໄດ້​ຮູ້ເຫັນ​ສິ່ງ​ທັງໝົດ​ນີ້​ດ້ວຍ.


ຢູດາ​ໄດ້​ເຫັນ​ເຊັ່ນກັນ​ວ່າ ເຮົາ​ໄດ້​ປະຮ້າງ​ອິດສະຣາເອນ ແລະ ສົ່ງ​ນາງ​ໜີໄປ​ເພາະ​ນາງ​ໄດ້​ຫັນໜີ​ຈາກ​ເຮົາ​ໄປ​ເປັນ​ຍິງ​ແມ່ຈ້າງ. ແຕ່​ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ອິດສະຣາເອນ​ບໍ່ໄດ້​ຢ້ານກົວ​ເລີຍ. ນາງ​ເປັນ​ຍິງ​ແມ່ຈ້າງ​ເຊັ່ນດຽວ​ກັນ


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ພວກເຈົ້າ​ຫາຍ​ດີ ແລະ​ປິ່ນປົວ​ບາດແຜ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ເວົ້າ​ກໍຕາມ​ວ່າ, ‘ພູເຂົາ​ຊີໂອນ​ຖືກ​ປະຖິ້ມ ແລະ​ບໍ່ມີ​ຜູ້ໃດ​ສົນໃຈ.”’


ພຣະເຈົ້າຢາເວ​ກ່າວ​ວ່າ ຕາບໃດ​ໂລກນີ້​ຍັງ​ຄົງ​ຢູ່​ຕໍ່ໄປ ຕາບນັ້ນ​ອິດສະຣາເອນ​ກໍ​ຈະ​ດຳລົງ​ຢູ່​ຕໍ່ໜ້າ​ເຮົາ​ເປັນ​ຊາດ​ຕະຫຼອດໄປ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຖ້າ​ວັນ​ໜຶ່ງ ຈັກກະວານ​ຖືກ​ວັດແທກ​ໄດ້​ໃຫ້​ເຫັນ ແລະ​ຮາກຖານ​ແຜ່ນດິນ​ໂລກ​ຖືກ​ຄົ້ນຄວ້າ​ໄດ້ ເມື່ອນັ້ນ​ເຮົາ​ຈະ​ປະຖິ້ມ​ຍ້ອນ​ພວກເຂົາ​ຊົ່ວຊ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,


ເຮົາ​ໄດ້​ເຮັດ​ສິ່ງ​ນີ້​ໄວ້​ຢ່າງ​ແນ່ນອນ​ສັນໃດ ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ຢ່າງ​ແນ່ນອນ​ສັນນັ້ນ ກັບ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ເລືອກ​ເອົາ​ເຊື້ອສາຍ​ຂອງ​ດາວິດ​ຜູ້ໜຶ່ງ​ໄວ້ ເພື່ອ​ໃຫ້​ປົກຄອງ​ເຊື້ອສາຍ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ເຮົາ​ຈະ​ເມດຕາ​ປະຊາຊົນ​ຂອງເຮົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ.”


ພຣະເຈົ້າ​ຂອງ​ພວກເຂົາ ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ປະຖິ້ມ​ອິດສະຣາເອນ​ແລະ​ຢູດາ ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ກໍຕາມ.


ປະຊາຊົນ​ຮ້ອງ​ໃສ່​ພວກເຂົາ​ວ່າ, “ໜີໄປ​ສາ ພວກເຈົ້າ​ເປັນ​ມົນທິນ ຢ່າ​ສູ່​ແຕະຕ້ອງ​ຂ້ອຍ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ຊັດເຊ​ພະເນຈອນ​ໄປ ຈາກ​ປະເທດ​ນີ້​ສູ່​ທີ່​ອື່ນໄກ​ຂາດ​ການ​ຕ້ອນຮັບ.


ຈົ່ງ​ບອກ​ພວກເຂົາ​ວ່າ, ‘ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ເທີ້ນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ພວກເຈົ້າ​ໄດ້​ມີ​ຄວາມ​ປິຕິ​ຍິນດີ​ທີ່​ເຫັນ​ວິຫານ​ຂອງເຮົາ​ເປັນ​ມົນທິນ​ທີ່​ເຫັນ​ດິນແດນ​ຂອງ​ຊາດ​ອິດສະຣາເອນ​ຖືກ​ລ້າງຜານ ແລະ​ທີ່​ເຫັນ​ປະຊາຊົນ​ຢູດາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


“ມະນຸດ​ເອີຍ ນີ້​ແມ່ນ​ສິ່ງ​ທີ່​ປະຊາຊົນ​ໃນ​ເມືອງ​ຕີເຣ​ກຳລັງ​ໂຮຮ້ອງ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, ‘ນະຄອນ​ເຢຣູຊາເລັມ​ພັງ​ທະລາຍ​ແລ້ວ ອຳນາດ​ຂອງ​ນະຄອນ​ເຢຣູຊາເລັມ​ສິ້ນສຸດ​ລົງ​ແລ້ວ ຄູ່ແຂ່ງ​ຂອງ​ພວກເຮົາ​ບໍ່ມີ​ຕໍ່ໄປ​ອີກ​ແລ້ວ.’


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ: ເຫຼົ່າ​ສັດຕູ​ໄດ້​ສົມນໍ້າໜ້າ​ຊາດ​ອິດສະຣາເອນ​ໂດຍ​ເວົ້າ​ວ່າ, ‘ບັດນີ້ ທີ່ສູງ​ອັນເກົ່າແກ່​ຕ່າງໆ​ນັ້ນ​ເປັນ​ຂອງ​ພວກເຮົາ​ສາ​ແລ້ວ.’


ເມື່ອ​ພວກເຂົາ​ໄດ້​ໄປ​ຢູ່​ທີ່ໃດ ພວກເຂົາ​ກໍໄດ້​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມ​ອັນ​ບໍຣິສຸດ​ຂອງເຮົາ​ທີ່ນັ້ນ ຍ້ອນ​ຄົນ​ໄດ້​ເວົ້າ​ວ່າ, ‘ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ເຫຼົ່ານີ້​ຕ້ອງ​ປົບໜີ​ແຕ່​ດິນແດນ ທີ່​ພຣະເຈົ້າ​ຂອງ​ພວກເຂົາ​ເອງ​ໄດ້​ມອບ​ໃຫ້.’


ແລ້ວ​ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ປະຊາຊົນ​ອິດສະຣາເອນ​ກໍ​ເປັນ​ດັ່ງ​ກະດູກ​ເຫຼົ່ານີ້​ແຫຼະ. ພວກເຂົາ​ເວົ້າ​ວ່າ, ຕົນເອງ​ແຫ້ງແລ້ງ, ໄຮ້​ຄວາມຫວັງ ແລະ​ບໍ່ມີ​ອະນາຄົດ.


ເຮົາ​ຈະ​ທ້ອນໂຮມ​ພວກເຂົາ​ໃຫ້​ເປັນ​ຊາດ​ໜຶ່ງ​ໃນ​ດິນແດນ​ນີ້ ຄື​ຕາມ​ເທິງ​ພູເຂົາ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ. ພວກເຂົາ​ຈະ​ມີ​ກະສັດ​ຜູ້​ດຽວ​ປົກຄອງ ແລະ​ພວກເຂົາ​ຈະ​ບໍ່​ຖືກ​ແບ່ງ​ໃຫ້​ເປັນ​ສອງ​ຊົນຊາດ ຫລື​ແຍກ​ອອກ​ເປັນ​ສອງ​ອານາຈັກ​ອີກ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka