23 ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
ເຮົາຈະຕື່ມຈຳນວນໃຫ້ເຊື້ອສາຍຂອງດາວິດຜູ້ຮັບໃຊ້ຂອງເຮົາ ແລະຕື່ມຈຳນວນປະໂຣຫິດຈາກເຜົ່າເລວີ ເພື່ອວ່າພວກເຂົາຈະໄດ້ມີຢ່າງຫລວງຫລາຍ ເໝືອນດັ່ງດວງດາວໃນທ້ອງຟ້າ ຫລືເມັດດິນຊາຍທີ່ແຄມທະເລ.”
“ພວກເຈົ້າບໍ່ໄດ້ສັງເກດເບິ່ງບໍສິ່ງທີ່ຄົນກຳລັງເວົ້າກັນວ່າ ພຣະເຈົ້າຢາເວໄດ້ປະຖິ້ມອິດສະຣາເອນ ແລະຢູດາ ສອງຄອບຄົວທີ່ເຮົາໄດ້ເລືອກເອົານັ້ນ? ສະນັ້ນ ພວກເຂົາຈຶ່ງໝິ່ນປະໝາດຄົນຂອງເຮົາ ແລະບໍ່ໄດ້ຖືວ່າພວກເຂົາເປັນຊົນຊາດໜຶ່ງອີກຕໍ່ໄປ.