Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 33:22 - ພຣະຄຳພີສັກສິ

22 ເຮົາ​ຈະ​ຕື່ມ​ຈຳນວນ​ໃຫ້​ເຊື້ອສາຍ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ຕື່ມ​ຈຳນວນ​ປະໂຣຫິດ​ຈາກ​ເຜົ່າເລວີ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ຢ່າງ​ຫລວງຫລາຍ ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ ຫລື​ເມັດ​ດິນ​ຊາຍ​ທີ່​ແຄມ​ທະເລ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 33:22
23 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ຈົນ​ນັບ​ບໍ່​ຖ້ວນ


ພຣະອົງ​ພາ​ເພິ່ນ​ຍ່າງ​ອອກ​ໄປ​ຂ້າງ​ນອກ ແລະ​ບອກ​ວ່າ, “ຈົ່ງ​ນັບ​ດວງດາວ​ໃນ​ທ້ອງຟ້າ​ທີ່​ເຈົ້າ​ເຫັນ​ເບິ່ງດູ ເຈົ້າ​ຈະ​ມີ​ເຊື້ອສາຍ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ເຫຼົ່ານັ້ນ.”


ເຮົາ​ຂໍ​ສັນຍາ​ວ່າ ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ​ຫລື​ເມັດ​ດິນຊາຍ​ທີ່​ແຄມ​ທະເລ. ເຊື້ອສາຍ​ຂອງ​ເຈົ້າ​ຈະ​ຕີ​ຊະນະ​ສັດຕູ​ທັງປວງ.


ເຊື້ອສາຍ​ຂອງ​ເຈົ້າ​ນັ້ນ​ຈະ​ມີ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ດິນ. ພວກເຂົາ​ຈະ​ແຜ່ຜາຍ​ຂະຫຍາຍ​ເຂດ​ໄປ​ທົ່ວ​ທຸກ​ທິດ ແລະ​ໂດຍ​ຜ່ານ​ທາງ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ເຮົາ​ຈະ​ອວຍພອນ​ບັນດາ​ຊົນຊາດ​ທັງປວງ.


ຄົນ​ຮຸ່ນຫລັງ​ຈະ​ບົວລະບັດ​ຮັບໃຊ້​ພຣະອົງ ຄົນ​ຈະ​ກ່າວ​ສູ່​ເຊັ່ນ​ລູກຫລານ​ເຖິງ​ພຣະເຈົ້າຢາເວ.


ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ລາວ​ຈະ​ເປັນ​ກະສັດ​ປົກຄອງ​ເລື້ອຍໄປ ແລະ​ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ຍືນຍົງ​ຢູ່​ທີ່​ຟ້າ​ສະຫວັນ.


ເຊື້ອສາຍ​ເຈົ້າ​ກໍ​ຈະ​ຫລວງຫລາຍ​ດັ່ງ​ເມັດຊາຍ ເຮົາ​ຈະ​ຮັກສາ​ພວກເຂົາ​ບໍ່​ໃຫ້​ຖືກ​ທຳລາຍ​ຈັກເທື່ອ.”


ເຮົາ​ຈະ​ໃຫ້​ບາງຄົນ​ໃນ​ພວກເຂົາ​ເປັນ​ປະໂຣຫິດ​ແລະ​ເປັນ​ຊາວ​ເລວີ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ປະຊາຊົນ​ໃນ​ທີ່ນັ້ນ​ຈະ​ຮ້ອງເພງ​ສັນລະເສີນ ຕ່າງ​ກໍ​ຈະ​ຊົມຊື່ນ​ຍິນດີ​ໂດຍ​ພາກັນ​ໂຮຮ້ອງ. ເຮົາ​ຈະ​ອວຍພອນ​ພວກເຂົາ​ໃຫ້​ມີ​ຄົນ​ເພີ່ມຂຶ້ນ​ຫລາຍ ພອນ​ຂອງເຮົາ​ຈະ​ນຳ​ກຽດສັກສີ​ມາ​ສູ່​ພວກ​ເຂົາເຈົ້າ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຖ້າ​ວັນ​ໜຶ່ງ ຈັກກະວານ​ຖືກ​ວັດແທກ​ໄດ້​ໃຫ້​ເຫັນ ແລະ​ຮາກຖານ​ແຜ່ນດິນ​ໂລກ​ຖືກ​ຄົ້ນຄວ້າ​ໄດ້ ເມື່ອນັ້ນ​ເຮົາ​ຈະ​ປະຖິ້ມ​ຍ້ອນ​ພວກເຂົາ​ຊົ່ວຊ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແລະ​ຈະ​ມີ​ປະໂຣຫິດ​ຈາກ​ເຜົ່າເລວີ​ໄດ້​ຮັບໃຊ້​ເຮົາ​ຢູ່​ເລື້ອຍໄປ ເພື່ອ​ຖວາຍ​ເຄື່ອງ​ເຜົາບູຊາ, ພືດຜົນ​ເປັນເມັດ ແລະ​ຖວາຍ​ເຄື່ອງບູຊາ​ຕ່າງໆ.”


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ປະກາດ​ພຣະທຳ​ຕາມ​ທີ່​ພຣະອົງ​ໄດ້​ບອກ. ລົມຫາຍໃຈ​ໄດ້​ເຂົ້າ​ໄປ​ໃນ​ພວກເຂົາ ແລະ​ພວກເຂົາ​ໄດ້​ມີ​ຊີວິດ​ຢູ່ ແລະ​ໄດ້​ພ້ອມກັນ​ຢືນ​ຂຶ້ນ. ພວກເຂົາ​ມີ​ຫລວງຫລາຍ​ທີ່ສຸດ ຈົນ​ລວມກັນ​ເປັນ​ກອງທັບ​ໜຶ່ງ​ໄດ້.


“ແຕ່​ພວກ​ປະໂຣຫິດ​ຊາວ​ເລວີ​ຜູ້​ທີ່​ສືບ​ເຊື້ອສາຍ​ຈາກ​ຊາດົກ ໄດ້​ສືບຕໍ່​ຮັບໃຊ້​ເຮົາ​ໃນ​ພຣະວິຫານ​ຢ່າງ​ສັດຊື່ ໃນ​ເມື່ອ​ປະຊາຊົນ​ອື່ນໆ​ໄດ້​ຫັນໜ້າ​ໜີໄປ​ຈາກ​ເຮົາ. ສະນັ້ນ ຕໍ່ໄປນີ້​ແມ່ນ​ພວກເຂົາ​ເທົ່ານັ້ນ ທີ່​ຈະ​ໄດ້​ເຂົ້າ​ມາ​ຊ້ອງໜ້າ​ເຮົາ ເພື່ອ​ຖວາຍ​ໄຂມັນ ແລະ​ເລືອດ​ເປັນ​ເຄື່ອງ​ບູຊາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ຊຶ່ງ​ເກີນ​ທີ່​ຈະ​ນັບ ຫລື​ຕັກຕວງ​ໄດ້. ບັດນີ້ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ແຕ່​ໃນ​ວັນ​ໜຶ່ງ ພຣະອົງ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”


ເຮົາ​ຈະ​ເອີ້ນ​ເອົາ​ປະຊາຊົນ​ຂອງເຮົາ ແລະ​ທ້ອນໂຮມ​ພວກເຂົາ​ເຂົ້າ​ມາ​ຫາ​ກັນ​ໄວ້. ເຮົາ​ຈະ​ໄຖ່​ເອົາ​ພວກເຂົາ ເຮັດ​ໃຫ້​ພວກເຂົາ​ມີ​ຈຳນວນ​ຫລາຍ​ຄື​ດັ່ງ​ແຕ່​ກ່ອນ.


ໃນ​ເວລາ​ນັ້ນ ພຣະເຈົ້າຢາເວ​ຈະ​ປົກປ້ອງ​ຜູ້​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ແມ່ນແຕ່​ຜູ້​ອ່ອນແຮງ​ທີ່ສຸດ​ກໍ​ຈະ​ເຂັ້ມແຂງ​ຄື​ກະສັດ​ດາວິດ. ເຊື້ອສາຍ​ຂອງ​ກະສັດ​ດາວິດ​ຈະ​ນຳພາ​ພວກເຂົາ​ດັ່ງ​ເທວະດາ​ຂອງ​ພຣະເຈົ້າຢາເວ ຄື​ເປັນ​ດັ່ງ​ພຣະເຈົ້າ​ເອງ.


ເທວະດາ​ຕົນ​ທຳອິດ​ໄດ້​ກ່າວ​ຕໍ່​ເທວະດາ​ຕົນ​ອື່ນ​ວ່າ, “ຈົ່ງ​ແລ່ນ​ໄປ​ບອກ​ຊາຍໜຸ່ມ​ທີ່​ຖື​ເຊືອກແທກ​ນັ້ນ​ວ່າ ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ຈະ​ມີ​ຄົນ​ກັບ​ສັດ​ຢ່າງ​ຫລວງຫລາຍ ຈົນ​ຈະ​ກໍ່​ກຳແພງ​ເມືອງ​ຂຶ້ນ​ບໍ່ໄດ້.


ເຫດສະນັ້ນ ຈາກ​ຊາຍ​ຄົນ​ດຽວ ຊຶ່ງ​ເກືອບ​ຈະ​ກ່າວ​ໄດ້​ວ່າ ເໝືອນ​ຄົນ​ທີ່​ຕາຍ​ແລ້ວ​ນັ້ນ ກໍ​ມີ​ຜູ້​ສືບ​ເຊື້ອສາຍ​ເກີດ​ມາ​ຢ່າງ​ຫລວງຫລາຍ ເໝືອນ​ດວງດາວ​ໃນ​ທ້ອງຟ້າ ແລະ​ເໝືອນ​ເມັດ​ຊາຍ​ທີ່​ນັບ​ບໍ່​ຖ້ວນ​ຢູ່​ແຄມ​ທະເລ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka