Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 33:21 - ພຣະຄຳພີສັກສິ

21 ໃນທຳນອງ​ດຽວກັນ ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງ​ໜຶ່ງ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ ລາວ​ຈະ​ມີ​ເຊື້ອສາຍ​ຂຶ້ນ​ເປັນ​ກະສັດ​ຕະຫລອດໄປ; ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງ​ໜຶ່ງ​ໄວ້​ກັບ​ພວກ​ປະໂຣຫິດ​ຈາກ​ເຜົ່າເລວີ​ວ່າ ພວກເຂົາ​ຈະ​ຮັບໃຊ້​ເຮົາ​ສະເໝີໄປ ແລະ​ພັນທະສັນຍາ​ນີ້​ຈະ​ບໍ່​ຖືກ​ລົບລ້າງ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 33:21
16 Jak'a apnaqawi uñst'ayäwi  

ພຣະເຈົ້າ​ອວຍພອນ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ດັ່ງນີ້ ເພາະ​ຊົງ​ຕັ້ງ​ພັນທະສັນຍາ​ກັບ​ຂ້ານ້ອຍ​ສືບໄປ, ເປັນ​ຄຳ​ຕົກລົງ​ທີ່​ຈະ​ບໍ່​ຖືກ​ຍົກເລີກ ເປັນ​ຄຳສັນຍາ​ທີ່​ຈະ​ປ່ຽນແປງ​ບໍ່ໄດ້. ທັງໝົດ​ນີ້ ຄື​ສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ ຄື​ຊົງ​ມອບ​ໄຊຊະນະ​ໃຫ້​ໃນ​ທຸກໆ​ສະພາບ​ການ.


ແຕ່​ພຣະເຈົ້າຢາເວ​ບໍ່​ຢາກ​ທຳລາຍ​ເຊື້ອວົງ​ຂອງ​ດາວິດ ເພາະ​ພຣະອົງ​ໄດ້​ເຮັດ​ພັນທະສັນຍາ​ໄວ້​ກັບ​ດາວິດ​ໂດຍ​ໄດ້​ສັນຍາ​ວ່າ ເຊື້ອສາຍ​ຂອງ​ເພິ່ນ​ຈະ​ສືບຕໍ່​ປົກຄອງ​ສືບໆໄປ.


ເຮົາ​ກໍ​ຈະ​ຮັກສາ​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ດາວິດ​ພໍ່​ຂອງ​ເຈົ້າ ຄື​ເວລາ​ທີ່​ເຮົາ​ໄດ້​ບອກ​ລາວ​ວ່າ ຊາດ​ອິດສະຣາເອນ​ຈະ​ມີ​ເຊື້ອສາຍ​ຂອງ​ລາວ ປົກຄອງ​ປະເທດ​ສືບໆໄປ.


ຢູ່​ທີ່​ນີ້ ເຮົາ​ຈະ​ຕັ້ງ​ເຊື້ອສາຍ​ດາວິດ​ຜູ້ໜຶ່ງ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ ເຮົາ​ຈະ​ຮັກສາ​ການປົກຄອງ​ຂອງ​ກະສັດ​ຜູ້​ທີ່​ເຮົາ​ໄດ້​ຫົດສົງ​ໄວ້.


ເຮົາ​ຈະ​ບໍ່​ລະເມີດ​ພັນທະສັນຍາ​ທີ່​ມີ​ໄວ້​ກັບ​ລາວ ຫລື​ຖອນ​ຄຳສັນຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ລາວ​ນັ້ນ.


ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ສືບຕໍ່​ແພ່ຜາຍ​ໄປຕະຫຼອດ ອານາຈັກ​ກໍ​ຈະ​ຜ່ອງໃສ​ດັ່ງ​ຕາເວັນ​ສ່ອງແຈ້ງ.


ບັດນີ້ ຈົ່ງ​ມາ​ຟັງ​ເຮົາ​ເທີ້ນ ໄພ່ພົນ​ຂອງເຮົາ​ເອີຍ ເຊີນ​ມາ​ຫາ​ເຮົາ​ແລະ​ພວກເຈົ້າ​ຈະ​ໄດ້​ຊີວິດ ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ພວກເຈົ້າ​ສືບໆໄປ ເຮົາ​ຈະ​ໃຫ້​ພອນ​ດັ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ດາວິດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ຈະ​ຍືນຍົງ​ຄົງຢູ່​ຕໍ່ໜ້າ​ເຮົາ​ສັນໃດ ເຊື້ອສາຍ​ແລະ​ນາມຊື່​ຂອງ​ພວກເຈົ້າ​ກໍ​ຈະ​ຍືນຍົງ​ຄົງຢູ່​ສັນນັ້ນ.”


ແລະ​ຈະ​ມີ​ປະໂຣຫິດ​ຈາກ​ເຜົ່າເລວີ​ໄດ້​ຮັບໃຊ້​ເຮົາ​ຢູ່​ເລື້ອຍໄປ ເພື່ອ​ຖວາຍ​ເຄື່ອງ​ເຜົາບູຊາ, ພືດຜົນ​ເປັນເມັດ ແລະ​ຖວາຍ​ເຄື່ອງບູຊາ​ຕ່າງໆ.”


ເພິ່ນ​ໄດ້​ຮັບ​ສິດ​ອຳນາດ, ກຽດຕິຍົດ ແລະ​ອຳນາດ​ແຫ່ງ​ການ​ເປັນໃຫຍ່ ຈົນ​ວ່າ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໄດ້​ຮັບໃຊ້​ເພິ່ນ. ສິດ​ອຳນາດ​ຂອງ​ເພິ່ນ​ຈະ​ດຳລົງ​ຢູ່​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ກໍ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ ເພື່ອ​ຮັບໃຊ້​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ພວກເຂົາ​ເຫຼົ່ານັ້ນ ຈະ​ໄດ້​ປົກຄອງ​ເທິງ​ແຜ່ນດິນ​ໂລກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka