Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 33:2 - ພຣະຄຳພີສັກສິ

2 “ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ສ້າງ​ແຜ່ນດິນ​ໂລກ ແລະ​ພຣະເຈົ້າຢາເວ​ປະກອບ​ໃຫ້​ເປັນ​ຮູບຮ່າງ ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້:

Uka jalj uñjjattʼäta Copia luraña




ເຢເຣມີຢາ 33:2
21 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າຢາເວ​ສ້າງ​ຊີໂອນ​ຂຶ້ນ​ໃຫມ່ ພຣະອົງ​ຈະ​ປາກົດ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະອົງ.


ກ່ຽວກັບ​ພູເຂົາ​ຊີໂອນ​ນັ້ນ​ຈະ​ມີ​ຄຳ​ກ່າວ​ດັ່ງນີ້​ວ່າ: ບັນດາ​ຊົນຊາດ​ທັງຫຼາຍ​ເປັນ​ຂອງ​ພູ​ນີ້ ແລະ​ພຣະ​ຜູ້ຊົງ​ຣິດທານຸພາບ​ຍິ່ງໃຫຍ່ ຈະ​ເຮັດ​ໃຫ້​ພູ​ນີ້​ເຂັ້ມແຂງ​ຂຶ້ນ.


ພຣະເຈົ້າຢາເວ​ເປັນ​ນັກຮົບ​ຜູ້​ຍິ່ງໃຫຍ່ ພຣະເຈົ້າຢາເວ​ນັ້ນ ແມ່ນ​ນາມ​ອັນ​ກຽງໄກ​ຂອງ​ພຣະອົງ.


ເຮົາ​ໄດ້​ປາກົດ​ແກ່​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໃນ​ຖານະ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່, ແຕ່​ເຮົາ​ບໍ່ໄດ້​ສຳແດງ​ເຮົາ​ເອງ ໃຫ້​ພວກເຂົາ​ຮູ້ຈັກ​ນາມຊື່​ອັນ​ສັກສິດ​ຂອງເຮົາ​ຄື ພຣະເຈົ້າຢາເວ.


ພວກເຮົາ​ຈະ​ຕ້ອງ​ຕອບ​ພວກ​ຜູ້ນຳຂ່າວ ທີ່​ມາ​ຈາກ​ຟີລິດສະຕິນ​ນັ້ນ​ຢ່າງໃດ? ພວກເຮົາ​ຈະ​ບອກ​ພວກເຂົາ​ວ່າ, “ພຣະເຈົ້າຢາເວ​ໄດ້​ຕັ້ງ​ພູເຂົາ​ຊີໂອນ​ຂຶ້ນ​ແລ້ວ ແລະ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ທົນທຸກ​ຈະ​ໄດ້​ພົບ​ຄວາມ​ປອດໄພ​ໃນ​ທີ່ນັ້ນ.”


ເຈົ້າ​ຍັງ​ບໍ່ເຄີຍ​ໄດ້ຍິນ​ບໍ​ວ່າ ເຮົາ​ວາງ​ແຜນການ​ທັງໝົດ​ນີ້​ໄວ້​ຕັ້ງນານ​ແລ້ວ? ບັດນີ້ ເຮົາ​ກໍ​ດຳເນີນ​ຕາມ​ແຜນການ​ນັ້ນ. ເຮົາ​ໄດ້​ໃຫ້​ອຳນາດ​ແກ່​ເຈົ້າ​ປ່ຽນ​ນະຄອນ​ທີ່​ມີ​ປ້ອມ​ປ້ອງກັນ ໃຫ້​ເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ.


ເຮົາ​ແມ່ນ​ພຣະເຈົ້າຢາເວ ນາມນີ້​ແມ່ນ​ນາມຊື່​ຂອງເຮົາ ເຮົາ​ຈະ​ບໍ່​ຍົກ​ສະຫງ່າຣາສີ​ຂອງເຮົາ​ໃຫ້​ແກ່​ຜູ້ອື່ນ; ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄຳ​ຍົກຍໍ​ສັນລະເສີນ ທີ່​ເປັນ​ຂອງເຮົາ​ແຕ່​ເທົ່ານັ້ນ​ໃຫ້​ແກ່​ຮູບເຄົາຣົບ​ທັງຫລາຍ.


ບັດນີ້ ພຣະເຈົ້າຢາເວ​ຜູ້​ໄດ້​ສ້າງ​ເຈົ້າ, ໂອ ຢາໂຄບ ອົງ​ໄດ້​ສ້າງ​ເຈົ້າ, ໂອ ອິດສະຣາເອນ ກ່າວ​ດັ່ງນີ້, “ຢ່າ​ຢ້ານກົວ​ເລີຍ ເຮົາ​ໄດ້ໄຖ່​ເຈົ້າ​ໃຫ້​ພົ້ນ​ແລ້ວ ພວກເຈົ້າ​ເປັນ​ຂອງເຮົາ​ຈຶ່ງ​ເອີ້ນ​ພວກເຈົ້າ​ຕາມ​ຊື່.


ພວກເຂົາ​ຄື​ປະຊາຊົນ​ທີ່​ເຮົາ​ເລືອກ​ສຳລັບ​ເຮົາ​ເອງ ແລະ​ພວກເຂົາ​ຈະ​ຮ້ອງເພງ​ຍົກຍໍ​ເຮົາ​ທັງນັ້ນ.”


ພວກເຂົາ​ຈະ​ບໍ່​ໃຫ້​ພຣະອົງ​ໄດ້​ພັກຜ່ອນ​ຫລັບນອນ ຈົນກວ່າ​ພຣະອົງ​ໄດ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຈົນກວ່າ​ໄດ້​ເຮັດ​ໃຫ້​ນະຄອນ​ນີ້​ກາຍເປັນ​ພຣະ​ນະຄອນ ຊຶ່ງ​ເປັນ​ທີ່​ຍົກຍໍ​ຂອງ​ຄົນ​ທົ່ວ​ທຸກ​ມຸມໂລກ.


ພຣະເຈົ້າ​ຂອງ​ຢາໂຄບ ບໍ່​ຄື​ພະ​ເຫຼົ່ານີ້​ເລີຍ ຊົງ​ເປັນ​ຜູ້​ສ້າງ​ສັບພະທຸກສິ່ງ​ໃນ​ຈັກກະວານ​ນີ້. ພຣະອົງ​ໄດ້​ເລືອກ​ອິດສະຣາເອນ​ໃຫ້​ເປັນ​ຂອງ​ພຣະອົງ ນາມຊື່​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


“ເພາະສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຊົນຊາດ​ຕ່າງໆ ຮູ້​ຣິດເດດ ແລະ​ຄວາມ​ຍິ່ງໃຫຍ່​ຂອງເຮົາ​ຄັ້ງດຽວ​ແລ້ວ​ພໍ; ພວກເຂົາ​ຈະ​ຮູ້​ວ່າ​ນາມຊື່​ຂອງເຮົາ​ແມ່ນ​ພຣະເຈົ້າຢາເວ.”


ພຣະອົງ​ໄດ້​ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຕໍ່​ຫລາຍ​ພັນ​ເຊັ່ນຄົນ ແຕ່​ພຣະອົງ​ກໍ​ລົງໂທດ​ປະຊາຊົນ​ສຳລັບ​ການບາບ​ຂອງ​ພໍ່​ແມ່​ຂອງ​ພວກເຂົາ​ດ້ວຍ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ແລະ​ຊົງ​ຣິດເດດ; ຜູ້​ມີ​ນາມຊື່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ພຣະເຈົ້າ​ຂອງ​ຢາໂຄບ​ບໍ່​ເປັນ​ຄື​ພະ​ເຫຼົ່ານີ້​ເລີຍ ສ້າງ​ທຸກສິ່ງ​ທັງ​ເລືອກສັນ​ຊາດ​ອິດສະຣາເອນ​ໄວ້ ເພື່ອ​ໃຫ້​ເປັນ​ປະຊາຊົນ​ທີ່​ພຣະອົງ​ໄດ້​ໝາຍເອົາ ພຣະນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ພຣະອົງ ອົງ​ໄດ້​ສ້າງ​ດວງດາວ​ທັງຫລາຍ ຄື​ດາວ​ໄກ່ນ້ອຍ ແລະ​ດາວ​ໄຖ​ດ້ວຍ. ພຣະອົງ​ເຮັດ​ໃຫ້​ມືດ​ກາຍເປັນ​ສະຫວ່າງ ແລະ​ໃຫ້​ກາງເວັນ​ນັ້ນ​ກາຍເປັນ​ກາງຄືນ. ພຣະອົງ​ເອີ້ນ​ນໍ້າ​ທະເລ​ແລະ​ເທ​ໃສ່​ພິພົບ ພຣະອົງ​ຊົງ​ນາມ​ວ່າ ພຣະເຈົ້າຢາເວ.


ພຣະອົງ​ສ້າງ​ພຣະຣາຊວັງ​ທີ່​ເທິງ​ຟ້າ​ສະຫວັນ ແລະ​ໃຫ້​ວົງໂຄ້ງ​ທ້ອງຟ້າ​ປົກຄຸມ​ເທິງ​ແຜ່ນດິນ​ໂລກ. ພຣະອົງ​ເອົາ​ນໍ້າ​ຂຶ້ນ​ມາ​ຈາກ​ທ້ອງ​ທະເລ ແລະ​ເທ​ນໍ້າ​ທະເລ​ລົງ​ໃສ່​ແຜ່ນດິນ​ໂລກ. ນາມ​ຂອງ​ພຣະອົງ​ແມ່ນ​ພຣະເຈົ້າຢາເວ.


ເພິ່ນ​ໄດ້​ລໍຄອຍ​ນະຄອນ​ທີ່​ຕັ້ງ​ຢູ່​ເທິງ​ຮາກຖານ ຊຶ່ງ​ພຣະເຈົ້າ​ຊົງ​ເປັນ​ນາຍຊ່າງ ແລະ​ຊົງ​ເປັນ​ຜູ້​ສ້າງ​ຂຶ້ນ.


ແຕ່​ພວກເພິ່ນ​ປາຖະໜາ​ຫາ​ເມືອງ​ທີ່​ດີກວ່າ​ນັ້ນ ຄື​ເມືອງ​ສະຫວັນ. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ບໍ່​ລະອາຍ ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ ເປັນ​ພຣະເຈົ້າ​ຂອງ​ພວກເພິ່ນ ເພາະ​ພຣະອົງ​ໄດ້​ຊົງ​ຈັດຕຽມ​ນະຄອນ​ໜຶ່ງ​ໄວ້​ສຳລັບ​ພວກເພິ່ນ​ແລ້ວ.


ເພິ່ນ​ໄດ້​ຍົກ​ຂ້າພະເຈົ້າ​ດ້ວຍ​ພຣະວິນຍານ ໄປ​ເທິງ​ພູ​ສູງ​ໜ່ວຍ​ໃຫຍ່ ແລະ​ໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ ຊຶ່ງ​ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ.


ຂ້າພະເຈົ້າ​ກໍໄດ້​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ​ໃໝ່ ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ, ນະຄອນ​ນີ້​ໄດ້​ຈັດ​ຕຽມພ້ອມ​ແລ້ວ​ເໝືອນ​ເຈົ້າສາວ​ແຕ່ງຕົວ​ໄວ້​ເພື່ອ​ພົບ​ເຈົ້າບ່າວ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka