ເຢເຣມີຢາ 33:17 - ພຣະຄຳພີສັກສິ17 ເພາະພຣະເຈົ້າຢາເວສັນຍາວ່າ, ຈະມີຄົນໜຶ່ງຈາກເຊື້ອສາຍຂອງດາວິດ ໄດ້ເປັນກະສັດຂອງຊາດອິດສະຣາເອນຢູ່ເລື້ອຍໄປ. Uka jalj uñjjattʼäta |
ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ຂ້ານ້ອຍພາວັນນາອະທິຖານຕໍ່ພຣະອົງໃຫ້ຮັກສາຄຳສັນຍາອື່ນໆ ທີ່ພຣະອົງມີໄວ້ກັບພໍ່ຂອງຂ້ານ້ອຍ ເມື່ອພຣະອົງໄດ້ບອກເພິ່ນວ່າ ຈະມີຜູ້ໜຶ່ງຈາກເຊື້ອສາຍຂອງເພິ່ນ ຂຶ້ນເປັນກະສັດປົກຄອງຊາດອິດສະຣາເອນເລື້ອຍໆໄປ ຖ້າພວກເຂົາຕັ້ງໃຈເຊື່ອຟັງພຣະອົງ ດັ່ງທີ່ເພິ່ນໄດ້ປະຕິບັດມາ.
ແຕ່ໂຢອາດ ລູກຊາຍຂອງກະສັດອາຮາຊີຢາປົບໜີໄປໄດ້. ລາວເກືອບຖືກຂ້າພ້ອມກັບພວກອື່ນໆ, ແຕ່ເຢໂຮເຊບາ ປ້າຂອງລາວຊ່ວຍຊີວິດລາວໄວ້ໄດ້. ເຢໂຮເຊບາເປັນລູກສາວຂອງກະສັດໂຢຣາມ ແລະເປັນນ້ອງຕ່າງແມ່ຂອງກະສັດອາຮາຊີຢາ. ນາງເຢໂຮເຊບາໄດ້ພາໂຢອາດກັບແມ່ລ້ຽງຂອງລາວເຂົ້າໄປໃນຫ້ອງນອນທີ່ພຣະວິຫານ ແລະເຊື່ອງລາວໄວ້ຈາກຍານາງອາທາລີຢາເພື່ອວ່າລາວຈະບໍ່ໄດ້ຖືກຂ້າ.