Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 33:16 - ພຣະຄຳພີສັກສິ

16 ປະຊາຊົນ​ຢູດາ​ກັບ​ເຢຣູຊາເລັມ​ຈະ​ຖືກ​ຊ່ວຍກູ້​ເອົາ ແລະ​ໃຊ້​ຊີວິດ​ຢູ່​ຢ່າງ​ປອດໄພ. ຄົນ​ຈະ​ເອີ້ນ​ເມືອງ​ນີ້​ວ່າ ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 33:16
20 Jak'a apnaqawi uñst'ayäwi  

ແຕ່​ພຣະເຈົ້າຢາເວ​ໄດ້​ຊ່ວຍຊູ​ຊາດ​ອິດສະຣາເອນ ແລະ​ຄວາມມີໄຊ​ຂອງ​ພວກເຂົາ​ກໍ​ດຳລົງ​ໄປ​ຕະຫລອດ; ພຣະອົງ​ຈະ​ບໍ່​ໃຫ້​ປະຊາຊົນ​ຂອງ​ພຣະອົງ ໄດ້​ຖືກ​ອັບອາຍ​ຂາຍໜ້າ​ອີກ​ຈັກເທື່ອ.”’


ຊາວ​ໂລກ​ທັງ​ໂລກ ຈົ່ງ​ກັບ​ມາ​ຫາ​ເຮົາ ເຮົາ​ເທົ່ານັ້ນ​ຄື​ພຣະເຈົ້າ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄດ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເລືອກເອົາ​ຜູ້ໜຶ່ງ​ໃນ​ເຊື້ອສາຍ​ຂອງ​ດາວິດ​ມາ​ເປັນ​ກະສັດ​ຜູ້​ຊອບທຳ. ກະສັດ​ຜູ້​ນີ້​ຈະ​ປົກຄອງ​ຢ່າງ​ສະຫລາດ ແລະ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ຍຸດຕິທຳ​ຕະຫລອດ​ທົ່ວ​ທັງ​ປະເທດ.


ໃນ​ສະໄໝ​ຂອງ​ເພິ່ນ​ນັ້ນ, ປະຊາຊົນ​ຢູດາ​ຈະ​ປອດໄພ ແລະ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ຢູ່ເຢັນ​ເປັນສຸກ. ຄົນ​ຈະ​ເອີ້ນ​ເພິ່ນ​ວ່າ, ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.”’


“ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຢ່າ​ຢ້ານ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ແຕກຕື່ນ​ເທາະ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ມາ​ຈາກ​ແດນ​ຫ່າງໄກ ຈາກ​ດິນແດນ​ພວກເຈົ້າ​ຕົກ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບຄືນ​ມາ​ບ້ານ ທັງ​ມີ​ຊີວິດ​ຢ່າງ​ສັນຕິສຸກ ຈະ​ປອດໄພ​ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຈົ້າ​ຢ້ານ.


ເຮົາ​ຈະ​ເຕົ້າໂຮມ​ປະຊາຊົນ​ຈາກ​ທຸກ​ປະເທດ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ເພາະ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຂອງເຮົາ ແລະ​ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ບ່ອນ​ນີ້​ອີກ ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ຢູ່​ທີ່​ນີ້​ຢ່າງ​ປອດໄພ.


ພວກເຂົາ​ຖືກ​ທຳລາຍ​ຈາກ​ທຸກໆຄົນ​ທີ່​ໄດ້​ພົບ​ເຫັນ​ພວກເຂົາ. ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ເວົ້າ​ວ່າ, ‘ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ບໍ່​ຜິດ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ທີ່ຢູ່​ອັນ​ແທ້ຈິງ; ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ຄວາມຫວັງ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.’


ພວກເຂົາ​ຈະ​ຢູ່​ທີ່ນັ້ນ​ຢ່າງ​ປອດໄພ. ພວກເຂົາ​ຈະ​ປຸກ​ບ້ານ​ເຮືອນ​ແລະ​ເຮັດ​ສວນອະງຸ່ນ. ເຮົາ​ຈະ​ລົງໂທດ​ບັນດາ​ປະເທດ​ໃກ້ຄຽງ​ທີ່​ໄດ້​ດູຖູກ​ພວກເຂົາ ແລະ​ຊາດ​ອິດສະຣາເອນ​ຈະ​ປອດໄພ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”’


ຫລັງຈາກ​ນັ້ນ​ມາ​ຫລາຍ​ປີ ເຮົາ​ຈະ​ສັ່ງ​ໃຫ້​ເຈົ້າ​ຮຸກຮານ​ປະເທດ​ໜຶ່ງ ຊຶ່ງ​ປະຊາຊົນ​ໄດ້​ຖືກ​ນຳ​ຄືນ​ມາ​ແຕ່​ປະເທດ​ຕ່າງໆ ແລະ​ໃຊ້​ຊີວິດ​ຢູ່​ໂດຍ​ບໍ່​ຢ້ານກົວ​ສົງຄາມ. ເຈົ້າ​ຈະ​ຮຸກຮານ​ພູ​ຕ່າງໆ​ຂອງ​ອິດສະຣາເອນ ທີ່​ໄດ້​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ​ມານານ​ແລ້ວ; ແຕ່​ບັດນີ້ ເປັນ​ບ່ອນ​ທີ່​ປະຊາຊົນ​ທຸກຄົນ​ອາໄສ​ຢູ່​ຢ່າງ​ປອດໄພ.


ລວງຍາວ​ທັງໝົດ​ຂອງ​ກຳແພງ​ທັງ​ສີ່​ດ້ານ​ຂອງ​ນະຄອນ ມີ​ເກົ້າພັນ​ແມັດ. ຕັ້ງແຕ່​ນີ້​ຕໍ່ໄປ​ຊື່​ຂອງ​ນະຄອນ​ນີ້​ແມ່ນ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ທີ່ນີ້.”


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ກະທຳ​ໃນ​ສິ່ງ​ທີ່​ຍຸດຕິທຳ​ສະເໝີ; ແຕ່​ພວກ​ຂ້ານ້ອຍ​ໄດ້​ນຳ​ເອົາ​ແຕ່​ຄວາມ​ເສື່ອມເສຍ ມາ​ສູ່​ພວກ​ຂ້ານ້ອຍ​ເອງ​ຢູ່​ເລື້ອຍ. ດັ່ງ​ໃນ​ກໍລະນີ​ທີ່​ພວກ​ຂ້ານ້ອຍ​ທັງໝົດ​ຄື​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ, ໃນ​ນະຄອນ​ເຢຣູຊາເລັມ, ຕະຫລອດ​ທັງ​ຊາວ​ອິດສະຣາເອນ ທີ່​ພຣະອົງ​ໄດ້​ໃຫ້​ກະຈັດ​ກະຈາຍ​ໄປ​ໃນ​ປະເທດ​ໃກ້​ແລະ​ໄກ ຍ້ອນ​ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະອົງ.


ແລ້ວ​ພວກ​ອິດສະຣາເອນ​ທັງໝົດ ກໍ​ຈະ​ຖືກ​ຊ່ວຍ​ໃຫ້​ພົ້ນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຈະ​ມາ​ຈາກ​ພູເຂົາ​ຊີໂອນ ແລະ​ກຳຈັດ​ຄວາມ​ຊົ່ວຊ້າ​ອະທຳ​ອອກ​ຈາກ​ເຊື້ອສາຍ​ຂອງ​ຢາໂຄບ.”


ໂດຍ​ພຣະອົງ​ນັ້ນ, ເຈົ້າ​ທັງຫລາຍ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ, ຜູ້​ຊົງ​ເປັນ​ປັນຍາ​ຈາກ​ພຣະເຈົ້າ ແລະ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ເຮົາ​ຊອບທຳ ແລະ​ຊົງ​ຊຳລະ​ເຮົາ​ໃຫ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ ແລະ​ຊົງ​ໄຖ່​ເຮົາ​ໃຫ້​ພົ້ນ.


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


ເພິ່ນ​ໄດ້​ເວົ້າ​ເຖິງ​ເຜົ່າ​ເບັນຢາມິນ​ວ່າ, “ຄົນ​ເຫຼົ່ານີ້ ຊຶ່ງ​ພຣະເຈົ້າຢາເວ​ຊົງຮັກ ແລະ​ປົກປັກ​ຮັກສາ ເຝົ້າ​ເບິ່ງແຍງ​ຕະຫລອດ​ມາ​ທຸກໆ​ວັນ​ບໍ່​ລະເວັ້ນ. ພຣະອົງ​ສະຖິດ​ຢູ່​ດ້ວຍ​ນຳ​ພວກເຂົາ​ທຸກໆ​ເມື່ອ ພຣະອົງ​ສະຖິດ​ຢູ່​ໃກ້​ທ່າມກາງ​ພວກເຂົາ.”


ສະນັ້ນ ເຊື້ອສາຍ​ຂອງ​ຢາໂຄບ​ຈຶ່ງ​ຈະ​ຢູ່​ຢ່າງ​ສັນຕິ ປອດໄພ​ໃນ​ດິນແດນ​ມີ​ເຂົ້າ​ເຫຼົ້າ​ອະງຸ່ນ​ຢ່າງ​ເຕັມ​ລົ້ນ; ມີ​ທັງ​ນໍ້າ​ໝອກ​ຄ້າງ​ຈາກ​ຟ້າ​ສະຫວັນ​ຫລັ່ງ​ລິນ​ລົງ​ມາ ຊ່ວຍ​ຊຸບລ້ຽງ​ພື້ນດິນ​ໃຫ້​ຊຸ່ມຊື່ນ​ຢູ່​ຕະຫລອດ.


ແລະ​ຈະ​ໄດ້​ປາກົດ​ຢູ່​ໃນ​ພຣະອົງ ໂດຍ​ບໍ່ມີ​ຄວາມ​ຊອບທຳ​ໃນ​ເຮົາ​ເອງ ຊຶ່ງ​ໄດ້​ມາ​ໂດຍ​ກົດບັນຍັດ ແຕ່​ມີ​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດ ເປັນ​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ອາໄສ​ຄວາມເຊື່ອ.


ຊີໂມນ​ເປໂຕ ຜູ້ຮັບໃຊ້ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ຮຽນ ທ່ານ​ທັງຫລາຍ ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ປະເສີດ ເທົ່າທຽມ​ກັນ​ກັບ​ເຮົາ ດ້ວຍ​ຄວາມ​ຊອບທຳ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka