Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 33:15 - ພຣະຄຳພີສັກສິ

15 ໃນ​ເວລາ​ນັ້ນ ເຮົາ​ຈະ​ເລືອກ​ເອົາ​ຜູ້​ຊອບທຳ​ຄົນ​ໜຶ່ງ ຈາກ​ເຊື້ອສາຍ​ຂອງ​ດາວິດ​ໃຫ້​ເປັນ​ກະສັດ. ກະສັດ​ຜູ້​ນີ້​ຈະ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸດຕິທຳ​ທົ່ວ​ທັງ​ດິນແດນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 33:15
21 Jak'a apnaqawi uñst'ayäwi  

ໃນ​ຄວາມ​ຜ່າເຜີຍ​ນັ້ນ ທ່ານ​ຈົ່ງ​ຂີ່​ມ້າ​ອອກ​ໄປ ຈົ່ງ​ມຸ່ງໜ້າ​ສູ່​ຄວາມມີໄຊ ເພື່ອ​ປ້ອງກັນ​ໄວ້ ຊຶ່ງ​ຄວາມຈິງ​ແລະ​ຄວາມ​ຍຸດຕິທຳ ກຳລັງ​ທີ່​ທ່ານ​ມີ​ຢູ່​ຈະ​ໃຫ້​ທ່ານ​ມີໄຊ​ຍິ່ງໃຫຍ່


ທ່ານ​ຮັກ​ສິ່ງ​ທີ່​ຖືກຕ້ອງ​ແລະ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ. ສະນັ້ນ​ພຣະເຈົ້າ ພຣະເຈົ້າ​ຂອງທ່ານ​ຈຶ່ງ​ຫົດສົງ​ທ່ານ​ໄວ້ ໂດຍ​ເທ​ພຣະພອນ​ໃຫ້​ທ່ານ​ໄດ້​ຮັບ​ຄວາມສຸກ ຫລາຍກວ່າ​ຄົນອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ໂລກ​ມະນຸດ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພືດພັນ ແລະ​ຕົ້ນໄມ້​ຢູ່​ໃນ​ດິນແດນ​ໃຫຍ່​ຂຶ້ນ​ແລະ​ສວຍງາມ. ປະຊາຊົນ​ຊາວ​ອິດສະຣາເອນ​ທັງໝົດ​ທີ່​ຍັງ​ມີ​ຊີວິດ​ເຫລືອຢູ່ ຈະ​ຊື່ນຊົມ​ຍິນດີ​ໃນ​ຜົນລະປູກ​ທີ່​ເກີດ​ໃນ​ດິນແດນ.


ເພາະ​ເຫັນ​ແກ່​ຄວາມ​ຊອບທຳ​ຂອງ​ພຣະອົງ ພຣະເຈົ້າຢາເວ​ຊົງ​ພໍພຣະໄທ ທີ່​ຈະ​ເຊີດຊູ​ກົດບັນຍັດ ແລະ​ເຮັດ​ໃຫ້​ກົດບັນຍັດ​ນັ້ນ​ມີ​ກຽດ.


ມັນ​ແມ່ນ​ພຣະປະສົງ​ທີ່​ຜູ້ຮັບໃຊ້​ຂອງ​ພຣະອົງ ໃຫຍ່ຂຶ້ນ​ດັ່ງ​ໄມ້​ພັນ​ດີ​ທັງ​ຢັ່ງຮາກ​ໃນ​ດິນ​ແຫ້ງແລ້ງ. ທ່ານ​ບໍ່ມີ​ທ່າທາງ​ຜ່າເຜີຍ ແລະ​ສະຫງ່າງາມ​ໃດໆ ເພື່ອ​ໃຫ້​ພວກເຮົາ​ສັງເກດ​ເຫັນ​ໃນ​ຕົວທ່ານ​ໄດ້. ໃນ​ຕົວທ່ານ​ນັ້ນ​ບໍ່ມີ​ຫຍັງ​ພໍ​ຈະ​ດຶງດູດ​ຈິດໃຈ ພໍ​ຈະ​ດູດດຶງ​ພວກເຮົາ​ເຂົ້າ​ໄປ​ຫາ​ທ່ານ​ໄດ້.


ພຣະ​ຣາຊອຳນາດ​ຈະ​ເພີ່ມ​ຂຶ້ນ​ຢູ່​ສະເໝີ​ ພຣະ​ຣາຊອານາຈັກ​ຈະ​ມີ​ສັນຕິສຸກ​ໄປ​ເລື້ອຍໆ. ພຣະອົງ​ຈະ​ຂຶ້ນ​ປົກຄອງ​ສືບຕໍ່​ດາວິດ​ຜູ້​ເປັນ​ກະສັດ ທີ່​ອຳນາດ​ຫລັກ​ຄື​ຄວາມ​ຍຸດຕິທຳ​ແລະ​ຖືກຕ້ອງ ເລີ່ມ​ຕັ້ງແຕ່​ບັດນີ້​ຈົນເຖິງ​ເທົ່າ​ອະວະສານ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ເຮັດ​ທຸກສິ່ງ​ນີ້.


ແລ້ວ​ບັນດາ​ກະສັດ​ກັບ​ບັນດາ​ເຈົ້າຊາຍ​ຂອງ​ພວກເຂົາ​ກໍ​ຈະ​ເຂົ້າ​ໄປ​ທີ່​ປະຕູ​ນະຄອນ​ເຢຣູຊາເລັມ ແລະ​ມີ​ອຳນາດ​ແຫ່ງ​ກະສັດ​ເພື່ອ​ປົກຄອງ​ອານາຈັກ​ດັ່ງ​ທີ່​ດາວິດ​ໄດ້​ມີ. ພ້ອມ​ກັບ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ພວກເຂົາ​ຈະ​ຂີ່​ລົດຮົບ ແລະ​ມ້າ​ແຫ່​ກັນ​ໄປ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ຄົນ​ສະເໝີ.


ແຕ່​ພວກເຂົາ​ກັບ​ຈະ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຮັບໃຊ້​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເຮົາ​ຈະ​ມອບ​ອຳນາດ​ໃຫ້​ເປັນ​ກະສັດ​ຂອງ​ພວກເຂົາ.”


ພວກເຂົາ​ຖືກ​ທຳລາຍ​ຈາກ​ທຸກໆຄົນ​ທີ່​ໄດ້​ພົບ​ເຫັນ​ພວກເຂົາ. ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ເວົ້າ​ວ່າ, ‘ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ບໍ່​ຜິດ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ທີ່ຢູ່​ອັນ​ແທ້ຈິງ; ຕໍ່ສູ້​ພຣະເຈົ້າຢາເວ ອົງ​ເປັນ​ຄວາມຫວັງ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.’


ເຢຊູອາ​ຜູ້​ເປັນ​ມະຫາ​ປະໂຣຫິດ​ເອີຍ ບັດນີ້​ຈົ່ງ​ຟັງ​ເຖີດ ພວກເຈົ້າ​ຜູ້​ທີ່​ເປັນ​ປະໂຣຫິດ​ຮ່ວມ​ກັບ​ເພິ່ນ​ກໍ​ຈົ່ງ​ຟັງ​ດ້ວຍ. ພວກເຈົ້າ​ເປັນ​ສິ່ງ​ສະແດງ​ທີ່​ດີ​ໃນ​ອະນາຄົດ ເຮົາ​ຈະ​ໃຫ້​ຜູ້ຮັບໃຊ້​ຂອງເຮົາ​ມາ​ປາກົດ ຄື​ຜູ້​ທີ່​ມີ​ຊື່​ວ່າ ກິ່ງ


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໄຂ​ອອກ​ດັ່ງນີ້ ມີ​ມ້າ​ຂາວ​ໂຕໜຶ່ງ ພຣະອົງ​ຜູ້​ປະທັບ​ເທິງ​ຫລັງ​ມ້າ​ນັ້ນ ຊົງ​ພຣະນາມ​ວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງ​ຜູ້​ຊົງ​ພິພາກສາ ແລະ​ສູ້ຮົບ​ດ້ວຍ​ຄວາມ​ຍຸດຕິທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka