ເຢເຣມີຢາ 33:14 - ພຣະຄຳພີສັກສິ14 ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະໃຫ້ຄຳສັນຍາທີ່ເຮົາໄດ້ເຮັດໄວ້ກັບປະຊາຊົນອິດສະຣາເອນ ແລະຢູດາເປັນຜົນສຳເລັດ. Uka jalj uñjjattʼäta |
ນະຄອນເຢຣູຊາເລັມຈະເປັນບໍ່ແຫ່ງຄວາມຊົມຊື່ນຍິນດີ, ກຽດສັກສີ ແລະຄວາມພາກພູມໃຈໃຫ້ແກ່ເຮົາ ແລະທຸກໆຊົນຊາດໃນໂລກຈະຢ້ານກົວແລະສັ່ນເຊັນ ເມື່ອພວກເຂົາໄດ້ຍິນເຖິງສິ່ງດີທັງຫລາຍ ຊຶ່ງເຮົາເຮັດໃຫ້ແກ່ຊາວນະຄອນເຢຣູຊາເລັມ ແລະທັງໄດ້ຍິນເຖິງຄວາມຈະເລີນຮຸ່ງເຮືອງທີ່ເຮົາໄດ້ນຳມາສູ່ນະຄອນນີ້.”
ອັນນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ແລະເຂົ້າໃຈ: ນັບຕັ້ງແຕ່ເວລາອອກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນເຖິງພຣະເຈົ້າເລືອກເອົາຜູ້ນຳຂຶ້ນມາ ເຈັດອາທິດແລະຫົກສິບສອງອາທິດ ນະຄອນເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ຢ່າງເຂັ້ມແຂງພ້ອມດ້ວຍຖະໜົນຫົນທາງ ແລະປ້ອມປ້ອງກັນເມືອງ, ແຕ່ມັນຈະເປັນເວລາແຫ່ງຄວາມລຳບາກ.
ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງໃກ້ຕີນພວກເທວະດາ ເພື່ອຈະຂາບໄຫວ້ເພິ່ນ ແຕ່ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານ ທີ່ຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ ຈົ່ງນະມັດສະການພຣະເຈົ້າເທີ້ນ. ເພາະວ່າເນື້ອຄວາມຂອງການປະກາດພຣະທຳ ກໍເປັນຄຳພະຍານຝ່າຍພຣະເຢຊູເຈົ້າ.”