Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 33:13 - ພຣະຄຳພີສັກສິ

13 ຕາມ​ເມືອງ​ຕ່າງໆ​ແລະ​ຕາມ​ເຂດ​ເນີນພູ, ຕາມ​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ, ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ຢູ່​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ, ພວກ​ລ້ຽງແກະ​ຈະ​ນັບເບິ່ງ​ຝູງແກະ​ຂອງ​ພວກເຂົາ​ອີກ​ເທື່ອໜຶ່ງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 33:13
9 Jak'a apnaqawi uñst'ayäwi  

ປະຊາຊົນ​ຈະ​ມາ​ຈາກ​ເມືອງ​ຂອງ​ຢູດາຍ ແລະ​ຈາກ​ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ພວກເຂົາ​ຈະ​ມາ​ຈາກ​ເຂດແດນ​ຂອງ​ເບັນຢາມິນ, ຈາກ​ທິດ​ຕາເວັນຕົກ​ຂອງຕີນ​ພູ​ຕ່າງໆ, ຈາກ​ເຂດ​ເນີນພູ​ທັງຫລາຍ ແລະ​ຈາກ​ພາກໃຕ້​ຂອງ​ຢູດາຍ. ພວກເຂົາ​ຈະ​ນຳ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ, ພືດຜົນ​ເປັນເມັດ​ແລະ​ເຄື່ອງຫອມ, ຕະຫລອດ​ທັງ​ເຄື່ອງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ພວກເຂົາ​ຈະ​ມາ​ຂັບຮ້ອງ​ຍິນດີ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ຈະ​ເບີກບານ​ໃຈ​ກັບ​ສິ່ງ​ດີ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້ ຄື​ພືດຜົນ​ເປັນເມັດ​ແດ່​ແລະ​ເຫຼົ້າ​ອະງຸ່ນ ນໍ້າມັນ​ໝາກກອກເທດ​ທັງ​ຝູງແກະ​ແລະ​ງົວ​ດ້ວຍ. ພວກເຂົາ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ຫົດ​ລ້ຽງ​ຢ່າງດີ ມີ​ທຸກສິ່ງ​ທີ່​ຕ້ອງການ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ ເຮືອນ, ທົ່ງໄຮ່​ທົ່ງນາ ແລະ​ສວນ​ໝາກອະງຸ່ນ ຈະ​ໄດ້​ມີ​ການ​ຊື້ຂາຍກັນ​ອີກ​ໃນ​ດິນແດນ​ນີ້.”


ປະຊາຊົນ​ຈະ​ຊື້​ທົ່ງນາ​ເຫຼົ່ານັ້ນ ແລະ​ຈະ​ເຊັນ​ຊື່​ທັງ​ປະທັບຕາ​ໃນ​ໃບຕາດິນ ແລະ​ມີ​ຫຼັກຖານ​ພະຍານ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ, ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ໃນ​ເມືອງ​ຕ່າງໆ​ຕາມ​ເຂດ​ເນີນພູ, ທີ່​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ. ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ຂຶ້ນໃໝ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


“ເຮົາ​ຈະ​ຄວບຄຸມ​ພວກເຈົ້າ​ຢ່າງ​ເຂັ້ມງວດ ແລະ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຊື່ອຟັງ​ພັນທະສັນຍາ​ຂອງເຮົາ.


ສັດ​ລ້ຽງ​ໜຶ່ງ​ໃນ​ສິບ​ໂຕ​ເປັນ​ຂອງ​ພຣະເຈົ້າຢາເວ. ເມື່ອ​ນັບ​ສັດ ສັດ​ໂຕ​ທີ​ສິບ​ເປັນ​ຂອງ​ບໍຣິສຸດ​ຖວາຍ​ແກ່​ພຣະເຈົ້າຢາເວ


ຈາກ​ທິດເໜືອ​ກອງທັບ​ຂອງ​ພວກ​ທີ່​ຖືກ​ຈັບ​ໄປ ຈະ​ຕ່າວ​ກັບຄືນ​ມາ​ສູ່​ດິນແດນ​ອີກ; ພວກເຂົາ​ຈະ​ຕີ​ຊະນະ​ໂຟນີເຊຍ ແລະ​ພາກເໜືອ​ສຸດ​ຂອງ​ຊາເຣຟັດ​ດ້ວຍ. ພວກ​ທີ່​ໄດ້​ຖືກ​ຈັບ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ຄື​ພວກ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຊາກດິດ​ນັ້ນ ພວກເຂົາ​ຈະ​ໂຈມຕີ​ເມືອງເລັກ​ເມືອງນ້ອຍ​ທັງຫລາຍ ທີ່​ຢູ່​ໃນ​ດິນແດນ​ຢູດາຍ​ທາງ​ເຂດ​ພາກໃຕ້​ຄື​ເນເກັບ.


“ມີ​ຄົນ​ໃດ​ແດ່​ໃນ​ພວກເຈົ້າ​ມີ​ແກະ​ຢູ່​ຮ້ອຍ​ໂຕ ແລະ​ໂຕໜຶ່ງ​ເສຍ​ໄປ ຄົນ​ນັ້ນ​ຈະ​ເຮັດ​ຢ່າງ​ໃດ? ລາວ​ຈະ​ບໍ່​ປະ​ເກົ້າສິບເກົ້າ​ໂຕ​ນັ້ນ​ໄວ້​ໃນ​ທົ່ງຫຍ້າ ແລະ​ໄປ​ຊອກ​ຫາ​ໂຕ​ທີ່​ເສຍ​ນັ້ນ​ຈົນ​ພົບ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka