ເຢເຣມີຢາ 33:12 - ພຣະຄຳພີສັກສິ12 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ຢູ່ໃນດິນແດນທີ່ເປັນດັ່ງຖິ່ນແຫ້ງແລ້ງກັນດານ ແລະເປັນບ່ອນທີ່ບໍ່ມີຄົນ ຫລືສັດອາໄສຢູ່ນີ້; ດິນແດນນັ້ນຈະມີທົ່ງຫຍ້າ ຊຶ່ງຄົນລ້ຽງແກະເບິ່ງແຍງຝູງແກະຂອງພວກເຂົາ. Uka jalj uñjjattʼäta |
ປະຊາຊົນຈະມາຈາກເມືອງຂອງຢູດາຍ ແລະຈາກບ້ານອ້ອມແອ້ມນະຄອນເຢຣູຊາເລັມ ພວກເຂົາຈະມາຈາກເຂດແດນຂອງເບັນຢາມິນ, ຈາກທິດຕາເວັນຕົກຂອງຕີນພູຕ່າງໆ, ຈາກເຂດເນີນພູທັງຫລາຍ ແລະຈາກພາກໃຕ້ຂອງຢູດາຍ. ພວກເຂົາຈະນຳເຄື່ອງເຜົາບູຊາ ແລະເຄື່ອງບູຊາ, ພືດຜົນເປັນເມັດແລະເຄື່ອງຫອມ, ຕະຫລອດທັງເຄື່ອງຖວາຍໂມທະນາຂອບພຣະຄຸນມາທີ່ວິຫານຂອງພຣະເຈົ້າຢາເວ.