ເຢເຣມີຢາ 33:11 - ພຣະຄຳພີສັກສິ11 ສຽງແຫ່ງການໂຮຮ້ອງຍິນດີ ແລະຊົມຊື່ນ ແລະສຽງແຫ່ງຄວາມສຸກໃຈຂອງພິທີແຕ່ງງານ. ພວກເຈົ້າຈະໄດ້ຍິນປະຊາຊົນຮ້ອງເພງ ເມື່ອພວກເຂົານຳເຄື່ອງຖວາຍມາໂມທະນາຂອບພຣະຄຸນໃນວິຫານຂອງພຣະເຈົ້າຢາເວ; ພວກເຂົາຈະເວົ້າວ່າ, ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ເພາະພຣະເຈົ້າຢາເວຊົງຄຸນຄວາມດີ ຄວາມຮັກຂອງພຣະອົງດຳລົງຢູ່ສືບໄປເປັນນິດ. ເຮົາຈະເຮັດໃຫ້ດິນແດນນີ້ຈະເລີນຮຸ່ງເຮືອງດັ່ງຄາວແຕ່ກ່ອນ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ. Uka jalj uñjjattʼäta |
ເຮເຊກີຢາກ່າວແກ່ປະຊາຊົນວ່າ, “ບັດນີ້ ເມື່ອພວກເຈົ້າໄດ້ຊຳລະຕົນໃຫ້ໝົດມົນທິນສຳລັບພຣະເຈົ້າຢາເວແລ້ວ ຈົ່ງຫຍັບມາໃກ້ ແລະນຳເຄື່ອງບູຊາກັບເຄື່ອງຖວາຍໂມທະນາຂອບພຣະຄຸນມາທີ່ວິຫານຂອງພຣະເຈົ້າຢາເວ.” ພວກເຂົາກໍໄດ້ປະຕິບັດຕາມ ແລະຍັງມີບາງຄົນໄດ້ນຳສັດມາຂ້າ ເພື່ອເຜົາບູຊາດ້ວຍຄວາມສະໝັກໃຈ.
ພວກເປົ່າແກແລະພວກນັກຮ້ອງໄດ້ບັນເລງດ້ວຍຄວາມສອດຄ່ອງກັນ ເປັນສຽງດຽວກັນເພື່ອຖວາຍຄຳຍ້ອງຍໍສັນລະເສີນແລະໂມທະນາຂອບພຣະຄຸນແກ່ພຣະເຈົ້າຢາເວ. ໂດຍປະສົມປະສານໄປກັບສຽງແກ, ສຽງແສ່ງ ແລະສຽງເຄື່ອງດົນຕຼີອື່ນໆ; ພວກເຂົາໄດ້ເປ່ງສຽງຮ້ອງສັນລະເສີນພຣະເຈົ້າຢາເວວ່າ, “ສັນລະເສີນພຣະເຈົ້າຢາເວ ເພາະພຣະອົງຊົງຄຸນງາມຄວາມດີ ແລະຄວາມຮັກຂອງພຣະອົງ ກໍດຳລົງຢູ່ຕະຫລອດໄປເປັນນິດ.” ໃນຂະນະທີ່ພວກປະໂຣຫິດກຳລັງອອກຈາກວິຫານຂອງພຣະເຈົ້າຢາເວໄປ ທັນໃດນັ້ນ ກໍມີເມກຫຸ້ມເຕັມຢູ່ວິຫານຂອງພຣະເຈົ້າ ໂດຍມີສະຫງ່າຣາສີຂອງພຣະເຈົ້າຢາເວສາດແສງແຈ້ງທົ່ວໄປ ແລະພວກເຂົາກໍດຳເນີນພິທີນະມັດສະການຕໍ່ໄປບໍ່ໄດ້.
ພຣະເຈົ້າຢາເວຈະໃຫ້ຄວາມເມດຕາຕໍ່ນະຄອນເຢຣູຊາເລັມ ຕໍ່ຄົນທັງໝົດທີ່ຢູ່ໃນບ່ອນຮົກຮ້າງເພພັງນັ້ນ. ເຖິງວ່າດິນແດນນັ້ນຈະເປັນຖິ່ນແຫ້ງແລ້ງກັນດານ ເຮົາກໍຈະໃຫ້ກາຍເປັນສວນເອເດນໄດ້ ຈາກພື້ນດິນແຫ້ງຂາດນໍ້າຫລໍ່ລ້ຽງໃຫ້ເກີດຜົນ ກໍຈະເປັນດັ່ງສວນຂອງພຣະເຈົ້າຢາເວ. ແລ້ວທີ່ນັ້ນກໍຈະມີຄວາມຊົມຊື່ນຍິນດີຫລາຍ ມີທັງສຽງຮ້ອງລຳທຳເພງຍົກຍໍໂມທະນາຂອບພຣະຄຸນດ້ວຍ.
ປະຊາຊົນຈະມາຈາກເມືອງຂອງຢູດາຍ ແລະຈາກບ້ານອ້ອມແອ້ມນະຄອນເຢຣູຊາເລັມ ພວກເຂົາຈະມາຈາກເຂດແດນຂອງເບັນຢາມິນ, ຈາກທິດຕາເວັນຕົກຂອງຕີນພູຕ່າງໆ, ຈາກເຂດເນີນພູທັງຫລາຍ ແລະຈາກພາກໃຕ້ຂອງຢູດາຍ. ພວກເຂົາຈະນຳເຄື່ອງເຜົາບູຊາ ແລະເຄື່ອງບູຊາ, ພືດຜົນເປັນເມັດແລະເຄື່ອງຫອມ, ຕະຫລອດທັງເຄື່ອງຖວາຍໂມທະນາຂອບພຣະຄຸນມາທີ່ວິຫານຂອງພຣະເຈົ້າຢາເວ.
ພວກເຈົ້າຈະພົບເຮົາແທ້ໆ,’ ພຣະເຈົ້າຢາເວກ່າວວ່າ, ‘ແລະເຮົາຈະປົວແປງພວກເຈົ້າຂຶ້ນໃໝ່ຢູ່ໃນປະເທດຂອງພວກເຈົ້າເອງ. ເຮົາຈະເຕົ້າໂຮມພວກເຈົ້າຈາກທຸກໆປະເທດແລະຈາກທຸກໆບ່ອນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ’ ພຣະເຈົ້າຢາເວກ່າວວ່າ ‘ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ດິນແດນ ຊຶ່ງເຮົາໄດ້ສົ່ງພວກເຈົ້າໄປເປັນຊະເລີຍນັ້ນ.’
ປະຊາຊົນຈະຊື້ທົ່ງນາເຫຼົ່ານັ້ນ ແລະຈະເຊັນຊື່ທັງປະທັບຕາໃນໃບຕາດິນ ແລະມີຫຼັກຖານພະຍານດ້ວຍ. ເຫດການນີ້ຈະເກີດຂຶ້ນໃນເຂດແດນຂອງເບັນຢາມິນ, ໃນໝູ່ບ້ານອ້ອມແອ້ມນະຄອນເຢຣູຊາເລັມ, ໃນເມືອງຕ່າງໆຂອງຢູດາຍ ແລະໃນເມືອງຕ່າງໆຕາມເຂດເນີນພູ, ທີ່ຕີນພູຕ່າງໆ ແລະທາງພາກໃຕ້ຂອງຢູດາຍ. ເຮົາຈະປົວແປງປະຊາຊົນຂອງເຮົາຢູ່ໃນດິນແດນຂອງພວກເຂົາຂຶ້ນໃໝ່.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ເຮົາໄດ້ເຮັດສິ່ງນີ້ໄວ້ຢ່າງແນ່ນອນສັນໃດ ເຮົາກໍຈະຮັກສາພັນທະສັນຍາຂອງເຮົາໄວ້ຢ່າງແນ່ນອນສັນນັ້ນ ກັບເຊື້ອສາຍຂອງຢາໂຄບ ແລະກັບດາວິດຜູ້ຮັບໃຊ້ຂອງເຮົາ. ເຮົາຈະເລືອກເອົາເຊື້ອສາຍຂອງດາວິດຜູ້ໜຶ່ງໄວ້ ເພື່ອໃຫ້ປົກຄອງເຊື້ອສາຍຂອງອັບຣາຮາມ, ອີຊາກ ແລະຢາໂຄບ. ເຮົາຈະເມດຕາປະຊາຊົນຂອງເຮົາ ແລະຈະເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງຂຶ້ນອີກ.”