Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 32:8 - ພຣະຄຳພີສັກສິ

8 ແລ້ວ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ ຮານາເມນ​ກໍ​ມາ​ຫາ​ຂ້າພະເຈົ້າ​ທີ່​ບໍລິເວນ​ຣາຊວັງ ແລະ​ຂໍ​ໃຫ້​ຂ້າພະເຈົ້າ​ຊື້​ນາ​ຂອງ​ລາວ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຮູ້​ໄດ້​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ແທ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 32:8
15 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ກ່າວ​ຕໍ່​ປະໂຣຫິດ​ອາບີອາທາ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສູ່​ເມືອງ​ອານາທົດ​ບ້ານ​ເດີມ​ຂອງ​ເຈົ້າ. ເຈົ້າ​ສົມຄວນ​ຈະ​ຕາຍ ແຕ່​ເຮົາ​ຈະ​ບໍ່​ຂ້າ​ເຈົ້າ​ໃນ​ເວລາ​ນີ້ ເພາະ​ຄາວ​ທີ່​ເຈົ້າ​ຢູ່​ກັບ​ກະສັດ​ດາວິດ​ພໍ່​ເຮົາ​ນັ້ນ ເຈົ້າ​ໄດ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລະ​ໄດ້​ຮ່ວມສຸກ​ຮ່ວມທຸກ​ກັບ​ເພິ່ນ.”


ມີກາອີຢາ​ຕອບ​ວ່າ, “ເຈົ້າ​ຈະ​ຮູ້​ເອງ​ເມື່ອ​ເຈົ້າ​ໄປ​ລີ້​ຢູ່​ໃນ​ຫ້ອງ​ທາງ​ຫລັງ​ສຸດ​ຂອງ​ເຮືອນ​ເຈົ້າ​ນັ້ນ.”


ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ ພວກເຂົາ​ໄດ້​ຮັບ​ມອບ​ເມືອງ​ແລະ​ທົ່ງຫຍ້າ ດັ່ງ​ຕໍ່ໄປນີ້: ເກບາ, ອາເລເມັດ ແລະ​ອານາທົດ. ເມື່ອ​ລວມ​ແລ້ວ ມີ​ສິບສາມ​ເມືອງ​ສຳລັບ​ຄອບຄົວ​ທັງໝົດ​ຂອງ​ພວກເຂົາ​ອາໄສ​ຢູ່.


ພຣະທຳ​ນີ້​ເປັນ​ບົດ​ບັນທຶກ​ຖ້ອຍຄຳ​ທີ່​ເຢເຣມີຢາ​ໄດ້​ກ່າວ. ເຢເຣມີຢາ​ແມ່ນ​ລູກຊາຍ​ຂອງ​ຮິນກີຢາ ປະໂຣຫິດ​ຜູ້ໜຶ່ງ​ໃນ​ຄະນະ​ປະໂຣຫິດ​ແຫ່ງ​ເມືອງ​ອານາທົດ ໃນ​ເຂດແດນ​ຂອງ​ເບັນຢາມິນ.


ໃນ​ເວລາ​ນັ້ນ ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ; ສ່ວນ​ຂ້າພະເຈົ້າ​ນັ້ນ​ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ບໍລິເວນ​ຂອງ​ຣາຊວັງ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ແຕ່​ເຖິງປານນັ້ນ​ກໍຕາມ ພຣະອົງ​ແມ່ນ​ຜູ້​ທີ່​ໄດ້​ສັ່ງ​ໃຫ້​ຂ້ານ້ອຍ​ຊື້​ນາ​ທົ່ງນີ້​ຊ້ອງໜ້າ​ພະຍານ​ທັງຫລາຍ ເຖິງ​ແມ່ນ​ວ່າ​ເມືອງ​ນີ້​ກຳລັງ​ຈະ​ຖືກ​ຊາວ​ບາບີໂລນ​ເຂົ້າ​ຢຶດ​ແລ້ວ​ກໍຕາມ.”


ຮານາເມນ​ລູກຊາຍ​ຂອງ​ຊານລູມ​ລູງ​ຂອງ​ຂ້າພະເຈົ້າ ຈະ​ມາ​ຂໍ​ໃຫ້​ຂ້າພະເຈົ້າ​ຊື້​ນາ​ຂອງ​ລາວ ທີ່​ອານາທົດ​ຢູ່​ໃນ​ເຂດແດນ​ຂອງ​ເບັນຢາມິນ ຍ້ອນ​ຂ້າພະເຈົ້າ​ເປັນ​ພີ່ນ້ອງ​ທີ່​ໃກ້ຊິດ ແລະ​ມີ​ສິດ​ຊື້​ນາ​ນັ້ນ​ສຳລັບ​ຂ້າພະເຈົ້າ​ເອງ.


ໃນ​ຂະນະທີ່​ຂ້າພະເຈົ້າ​ຢູ່​ໃນ​ຄຸກ​ຂອງ​ບໍລິເວນ​ຣາຊວັງ​ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ຂ້າພະເຈົ້າ​ອີກ​ວ່າ,


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ອອກ​ຈາກ​ນະຄອນ​ເຢຣູຊາເລັມ ໄປ​ສູ່​ເຂດແດນ​ຂອງ​ເບັນຢາມິນ ເພື່ອ​ຮັບ​ເອົາ​ສ່ວນແບ່ງ​ຊັບສົມບັດ​ຂອງ​ຄອບຄົວ ມາ​ເປັນ​ກຳມະສິດ​ຂອງ​ຂ້າພະເຈົ້າ.


ຂ້າພະເຈົ້າ​ໄດ້​ເຮັດ​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບອກ. ໃນ​ວັນ​ນັ້ນ ຂ້າພະເຈົ້າ​ໄດ້​ພົກ​ເອົາ​ເຄື່ອງຂອງ​ດັ່ງ​ອົບພະຍົບ​ຜູ້ໜຶ່ງ ແລະ​ໃນ​ຕອນແລງ​ໃນ​ຂະນະທີ່​ມືດ​ຢູ່​ນັ້ນ ຂ້າພະເຈົ້າ​ໄດ້​ເຈາະ​ຝາເຮືອນ​ດ້ວຍ​ມື​ເປົ່າ ແລະ​ອອກ​ໄປ. ຂະນະທີ່​ທຸກຄົນ​ເຝົ້າເບິ່ງ​ຢູ່​ນັ້ນ ຂ້າພະເຈົ້າ​ກໍ​ຍົກ​ພົກ​ຂຶ້ນ​ໃສ່​ບ່າ​ແລະ​ຈາກ​ໄປ.


ສະນັ້ນ ພັນທະສັນຍາ​ຈຶ່ງ​ໄດ້​ຖືກ​ຍົກເລີກ​ໃນ​ມື້​ນັ້ນ. ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ຊື້​ແລະ​ຂາຍ​ແກະ ຕ່າງ​ກໍ​ຈ້ອງເບິ່ງ​ຂ້າພະເຈົ້າ​ແລະ​ພວກເຂົາ​ກໍໄດ້​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ທາງ​ຖ້ອຍຄຳ​ທີ່​ຂ້າພະເຈົ້າ​ກ່າວ​ນັ້ນ.


ແລ້ວ​ຜູ້​ເປັນ​ພໍ່​ກໍ​ຈື່​ວ່າ ມັນ​ກົງກັບ​ເວລາ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ຕົນ​ວ່າ, ລູກ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່. ດັ່ງນັ້ນ ລາວ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ລາວ​ຈຶ່ງ​ໄດ້​ເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka