Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 32:44 - ພຣະຄຳພີສັກສິ

44 ປະຊາຊົນ​ຈະ​ຊື້​ທົ່ງນາ​ເຫຼົ່ານັ້ນ ແລະ​ຈະ​ເຊັນ​ຊື່​ທັງ​ປະທັບຕາ​ໃນ​ໃບຕາດິນ ແລະ​ມີ​ຫຼັກຖານ​ພະຍານ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ, ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ໃນ​ເມືອງ​ຕ່າງໆ​ຕາມ​ເຂດ​ເນີນພູ, ທີ່​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ. ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ຂຶ້ນໃໝ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 32:44
17 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ຜູ້ຮັບໃຊ້​ຂອງເຮົາ​ເວົ້າ​ລ່ວງໜ້າ​ອອກ​ໄປ ເມື່ອ​ເຮົາ​ສົ່ງ​ຜູ້ນຳຂ່າວ​ມາ​ບອກ​ແຜນການ​ຂອງເຮົາ​ນັ້ນ. ເຮົາ​ກໍໄດ້​ໃຫ້​ຄຳເວົ້າ​ທັງ​ແຜນການ​ກາຍເປັນຈິງ ເຮົາ​ບອກ​ນະຄອນ​ເຢຣູຊາເລັມ​ວ່າ​ປະຊາຊົນ​ຈະ​ຢູ່​ທີ່​ນັ້ນ​ອີກ ບອກ​ຊາວ​ຢູດາ​ວ່າ​ເມືອງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ໝົດ ທີ່​ຮົກຮ້າງ​ເພພັງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ທັງນັ້ນ.


ເມືອງ​ທາງ​ພາກໃຕ້​ຂອງ​ຢູດາຍ​ໄດ້​ຖືກ​ປິດລ້ອມ​ແລ້ວ ບໍ່ມີ​ຜູ້ໃດ​ເລີຍ​ລອດຊີວິດ​ມາ​ໄດ້. ປະຊາຊົນ​ຢູດາ​ລ້ວນແຕ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”


ປະຊາຊົນ​ຈະ​ມາ​ຈາກ​ເມືອງ​ຂອງ​ຢູດາຍ ແລະ​ຈາກ​ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ພວກເຂົາ​ຈະ​ມາ​ຈາກ​ເຂດແດນ​ຂອງ​ເບັນຢາມິນ, ຈາກ​ທິດ​ຕາເວັນຕົກ​ຂອງຕີນ​ພູ​ຕ່າງໆ, ຈາກ​ເຂດ​ເນີນພູ​ທັງຫລາຍ ແລະ​ຈາກ​ພາກໃຕ້​ຂອງ​ຢູດາຍ. ພວກເຂົາ​ຈະ​ນຳ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ, ພືດຜົນ​ເປັນເມັດ​ແລະ​ເຄື່ອງຫອມ, ຕະຫລອດ​ທັງ​ເຄື່ອງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ສ້າງ​ປະຊາຊົນ​ເຮົາ​ຂຶ້ນ​ໃໝ່ ໃນ​ດິນແດນ​ຂອງ​ເຂົາ ແລະ​ຈະ​ເມດຕາ​ຕໍ່​ທຸກໆ​ບ້ານ ເຮົາ​ຈະ​ກໍ່ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນໃໝ່ ຜາສາດ​ຣາຊວັງ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຄືກັນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ເພາະ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຂຶ້ນໃໝ່ ຄື​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ. ເຮົາ​ຈະ​ນຳ​ພວກເຂົາ​ຄືນ​ມາ​ສູ່​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ກຳມະສິດ​ດິນແດນ​ນັ້ນ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເມື່ອ​ເຮົາ​ປົວແປງ​ປະຊາຊົນ​ຂອງເຮົາ​ໃນ​ດິນແດນ​ຂອງ​ພວກເຂົາ​ໃຫ້​ດີ​ຄື​ເກົ່າ​ແລ້ວ ພວກເຂົາ​ຈະ​ເວົ້າ​ໃນ​ດິນແດນ​ຂອງ​ຢູດາຍ​ແລະ​ຂອງ​ພວກເຂົາ​ເອງ​ອີກເທື່ອໜຶ່ງ​ວ່າ, ‘ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ ເນີນພູ​ສັກສິດ ນະຄອນ​ເຢຣູຊາເລັມ​ບ່ອນ​ສັກສິດ​ທີ່​ພຣະອົງ​ສະຖິດ​ຢູ່.’


ຂ້າພະເຈົ້າ​ໄດ້​ເຊັນ​ຊື່ ແລະ​ປະທັບຕາ​ໜັງສື​ໃບຕາດິນ ໂດຍ​ມີ​ພະຍານ​ຮູ້ເຫັນ​ນຳ​ດ້ວຍ​ແລະ​ຊັ່ງ​ເງິນ​ຈ່າຍ​ໃຫ້.


ເຮົາ​ຈະ​ເຕົ້າໂຮມ​ປະຊາຊົນ​ຈາກ​ທຸກ​ປະເທດ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ເພາະ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຂອງເຮົາ ແລະ​ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ບ່ອນ​ນີ້​ອີກ ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ຢູ່​ທີ່​ນີ້​ຢ່າງ​ປອດໄພ.


ສຽງ​ແຫ່ງ​ການ​ໂຮຮ້ອງ​ຍິນດີ ແລະ​ຊົມຊື່ນ ແລະ​ສຽງ​ແຫ່ງ​ຄວາມ​ສຸກໃຈ​ຂອງ​ພິທີ​ແຕ່ງງານ. ພວກເຈົ້າ​ຈະ​ໄດ້ຍິນ​ປະຊາຊົນ​ຮ້ອງເພງ ເມື່ອ​ພວກເຂົາ​ນຳ​ເຄື່ອງ​ຖວາຍ​ມາ​ໂມທະນາ​ຂອບພຣະຄຸນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຈະ​ເວົ້າ​ວ່າ, ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ເພາະ​ພຣະເຈົ້າຢາເວ​ຊົງ​ຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຈະເລີນ​ຮຸ່ງເຮືອງ​ດັ່ງ​ຄາວ​ແຕ່​ກ່ອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ຕາມ​ເມືອງ​ຕ່າງໆ​ແລະ​ຕາມ​ເຂດ​ເນີນພູ, ຕາມ​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ, ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ຢູ່​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ, ພວກ​ລ້ຽງແກະ​ຈະ​ນັບເບິ່ງ​ຝູງແກະ​ຂອງ​ພວກເຂົາ​ອີກ​ເທື່ອໜຶ່ງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ເຮົາ​ໄດ້​ເຮັດ​ສິ່ງ​ນີ້​ໄວ້​ຢ່າງ​ແນ່ນອນ​ສັນໃດ ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ຢ່າງ​ແນ່ນອນ​ສັນນັ້ນ ກັບ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ເລືອກ​ເອົາ​ເຊື້ອສາຍ​ຂອງ​ດາວິດ​ຜູ້ໜຶ່ງ​ໄວ້ ເພື່ອ​ໃຫ້​ປົກຄອງ​ເຊື້ອສາຍ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ເຮົາ​ຈະ​ເມດຕາ​ປະຊາຊົນ​ຂອງເຮົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ.”


ເຮົາ​ຈະ​ເຮັດ​ໃຫ້​ອານາຈັກ​ຢູດາຍ​ກັບ​ອິດສະຣາເອນ​ຈະເລີນ​ຮຸ່ງເຮືອງ ແລະ​ເຮົາ​ຈະ​ສ້າງ​ພວກເຂົາ​ຂຶ້ນໃໝ່​ໃຫ້​ເປັນ​ດັ່ງ​ແຕ່​ກ່ອນ.


ຄົນ​ຈາກ​ພາກໃຕ້​ຢູດາຍ​ຈະ​ເຂົ້າ​ຄອບຄອງ​ເອໂດມ ຄົນ​ຈາກ​ຕີນ​ພູ​ພາກ​ຕາເວັນຕົກ​ຈະ​ຢຶດ​ຟີລິດສະຕິນ​ໄດ້ ຊາວ​ອິດສະຣາເອນ​ຈະ​ໄດ້​ເປັນ​ກຳມະສິດ​ດິນແດນ ຂອງ​ເອຟຣາອິມ​ແລະ​ຊາມາເຣຍ​ດ້ວຍ; ປະຊາຊົນ​ຊາວ​ເບັນຢາມິນ​ກໍ​ເຊັ່ນກັນ ຈະ​ຢຶດຄອງ​ເຂດແດນ​ກີເລອາດ.


ຈາກ​ທິດເໜືອ​ກອງທັບ​ຂອງ​ພວກ​ທີ່​ຖືກ​ຈັບ​ໄປ ຈະ​ຕ່າວ​ກັບຄືນ​ມາ​ສູ່​ດິນແດນ​ອີກ; ພວກເຂົາ​ຈະ​ຕີ​ຊະນະ​ໂຟນີເຊຍ ແລະ​ພາກເໜືອ​ສຸດ​ຂອງ​ຊາເຣຟັດ​ດ້ວຍ. ພວກ​ທີ່​ໄດ້​ຖືກ​ຈັບ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ຄື​ພວກ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຊາກດິດ​ນັ້ນ ພວກເຂົາ​ຈະ​ໂຈມຕີ​ເມືອງເລັກ​ເມືອງນ້ອຍ​ທັງຫລາຍ ທີ່​ຢູ່​ໃນ​ດິນແດນ​ຢູດາຍ​ທາງ​ເຂດ​ພາກໃຕ້​ຄື​ເນເກັບ.


ຊາວ​ຢູດາ​ຜູ້​ທີ່​ລອດຊີວິດ​ຈະ​ຄຸ້ມຄອງ​ດິນແດນ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ລ້ຽງ​ຝູງແກະ​ຢູ່​ທີ່​ນັ້ນ ແລະ​ນອນ​ຢູ່​ຕາມ​ເຮືອນ ໃນ​ເມືອງ​ອາຊະເກໂລນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຈະ​ສະຖິດ​ຢູ່​ນຳ​ພວກເຂົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນອີກ.


ອັນນີ້ ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ ທາງ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ; ຄື​ສະໄໝ​ທີ່​ນະຄອນ​ເຢຣູຊາເລັມ​ໄດ້​ຈະເລີນ​ຮຸ່ງເຮືອງ​ແລະ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ ແລະ​ໃນ​ສະໄໝ​ທີ່​ຫລາຍ​ຄົນ​ໄດ້​ອາໄສ​ຢູ່ ບໍ່ແມ່ນແຕ່​ໃນ​ເມືອງ​ທີ່​ອ້ອມແອ້ມ​ເທົ່ານັ້ນ ແຕ່​ໃນ​ຂົງເຂດ​ທາງໃຕ້​ແລະ​ຕາມ​ຕີນ​ພູ​ທາງ​ພາກ​ຕາເວັນຕົກ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka