ເຢເຣມີຢາ 32:41 - ພຣະຄຳພີສັກສິ41 ເຮົາຈະເຮັດດີຕໍ່ພວກເຂົາດ້ວຍຄວາມເຕັມໃຈ ແລະເຮົາກໍຈະໃຫ້ພວກເຂົາຢູ່ໃນດິນແດນນີ້ຕະຫລອດໄປ. Uka jalj uñjjattʼäta |
ຄົນຈະບໍ່ເອີ້ນເຈົ້າອີກຕໍ່ໄປວ່າ, “ຜູ້ຖືກປະຖິ້ມ.” ຄົນຈະບໍ່ເອີ້ນຢ່າງນີ້ອີກວ່າ, “ເມຍທີ່ຜົວໜີປະ.” ສຳລັບດິນແດນຂອງເຈົ້າຄົນຈະເວົ້າກັນວ່າ, “ພຣະເຈົ້າພໍໃຈນຳນາງ” ຄືຊື່ໃໝ່ຂອງເຈົ້າ. ຄົນຈະເອີ້ນວ່າ, “ຜູ້ແຕ່ງງານທີ່ມີຄວາມສຸກ”. ສຳລັບກ່າວເຖິງດິນແດນຂອງເຈົ້າ ເພາະພຣະເຈົ້າຢາເວພໍໃຈນຳເຈົ້າໃດ ພຣະອົງຈະເປັນຜົວສຳລັບດິນແດນຂອງເຈົ້າ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງໃນທຸກໆສິ່ງທີ່ພວກເຈົ້າເຮັດ. ພວກເຈົ້າຈະມີລູກຫລານຫລາຍແລະມີຝູງສັດຢ່າງຫລວງຫລາຍ ແລະທົ່ງໄຮ່ທົ່ງນາຂອງພວກເຈົ້າຈະຜະລິດພືດຜົນໄດ້ຢ່າງອຸດົມສົມບູນ. ພຣະເຈົ້າຢາເວຈະມີຄວາມດີໃຈທີ່ເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງ ເໝືອນດັ່ງພຣະອົງໄດ້ເຮັດໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າຈະເລີນຮຸ່ງເຮືອງ,