ເຢເຣມີຢາ 32:37 - ພຣະຄຳພີສັກສິ37 ເຮົາຈະເຕົ້າໂຮມປະຊາຊົນຈາກທຸກປະເທດ ບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປນັ້ນ ເພາະຄວາມໂກດຮ້າຍແລະໂມໂຫຂອງເຮົາ ແລະເຮົາຈະນຳພວກເຂົາກັບຄືນມາບ່ອນນີ້ອີກ ແລະເຮົາຈະໃຫ້ພວກເຂົາຢູ່ທີ່ນີ້ຢ່າງປອດໄພ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາມີບາງສິ່ງທີ່ຈະກ່າວຕໍ່ປະເທດ ເພື່ອນບ້ານໃກ້ຄຽງທັງຫລາຍຂອງຊາດອິດສະຣາເອນ ຄືປະເທດທີ່ໄດ້ທຳລາຍດິນແດນທີ່ເຮົາໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນ. ເຮົາຈະຖອນຮາກຖອນເຫງົ້າຄົນຊົ່ວເຫຼົ່ານັ້ນ ໃຫ້ອອກໄປຈາກດິນແດນຂອງພວກເຂົາເໝືອນຫລົກຕົ້ນໄມ້ ແລະເຮົາຈະຊ່ວຍກູ້ເອົາຢູດາອອກຈາກພວກເຂົາ.
ແຕ່ພວກເຂົາຈະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຜູ້ໄດ້ນຳປະຊາຊົນອິດສະຣາເອນອອກມາຈາກດິນແດນທາງທິດເໜືອ ແລະອອກມາຈາກປະເທດຕ່າງໆ ທີ່ພຣະອົງໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປນັ້ນ.’ ເຮົາຈະນຳພວກເຂົາກັບຄືນມາສູ່ດິນແດນເດີມຂອງພວກເຂົາ ຄືດິນແດນຊຶ່ງເຮົາໄດ້ໃຫ້ແກ່ບັນພະບຸລຸດຂອງພວກເຂົານັ້ນ.”
ພວກເຈົ້າຈະພົບເຮົາແທ້ໆ,’ ພຣະເຈົ້າຢາເວກ່າວວ່າ, ‘ແລະເຮົາຈະປົວແປງພວກເຈົ້າຂຶ້ນໃໝ່ຢູ່ໃນປະເທດຂອງພວກເຈົ້າເອງ. ເຮົາຈະເຕົ້າໂຮມພວກເຈົ້າຈາກທຸກໆປະເທດແລະຈາກທຸກໆບ່ອນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ’ ພຣະເຈົ້າຢາເວກ່າວວ່າ ‘ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ດິນແດນ ຊຶ່ງເຮົາໄດ້ສົ່ງພວກເຈົ້າໄປເປັນຊະເລີຍນັ້ນ.’
ພຣະເຈົ້າຢາເວກ່າວວ່າ, “ຊົນຊາດທັງຫລາຍເອີຍ ຈົ່ງຟັງເຮົາເທີ້ນ ຈົ່ງປະກາດຖ້ອຍຄຳຂອງເຮົາທີ່ແຄມຝັ່ງໄກຫ່າງ. ເຮົາໄດ້ເຮັດໃຫ້ປະຊາຊົນຂອງເຮົາກະຈັດກະຈາຍໄປ ແຕ່ເຮົາຈະເຕົ້າໂຮມພວກເຂົາ ແລະດູແລພວກເຂົາໃໝ່ອີກ ຄົນລ້ຽງແກະເຝົ້າເບິ່ງຝູງແກະຂອງຕົນສັນໃດ ເຮົາກໍຈະເຝົ້າເບິ່ງແຍງປະຊາຊົນຂອງເຮົາສັນນັ້ນ.