Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 32:35 - ພຣະຄຳພີສັກສິ

35 ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ​ໃນ​ຮ່ອມພູ​ຮິນໂນມ ເພື່ອ​ຖວາຍບູຊາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ​ໃຫ້​ພະ​ໂມເລັກ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ສິ່ງນີ້ ແລະ​ແມ່ນແຕ່​ໃນ​ຄວາມ​ນຶກຄິດ​ຂອງເຮົາ​ກໍ​ບໍ່ມີ​ສິ່ງນີ້​ເລີຍ. ການກະທຳ​ອັນ​ໜ້າລັງກຽດ​ຂອງ​ພວກເຂົາ​ນີ້​ຈະ​ພາ​ໃຫ້​ຊາວ​ຢູດາ​ເຮັດ​ບາບ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 32:35
33 Jak'a apnaqawi uñst'ayäwi  

ຍ້ອນ​ໂຊໂລໂມນ​ໄດ້​ປະຖິ້ມ​ເຮົາ​ແລະ​ໄດ້ ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ເຊັ່ນ​ເຈົ້າແມ່​ອັດສະຕາກ ພະ​ຂອງ​ຊາວ​ຊີໂດນ; ເຄໂມດ ພະ​ຂອງ​ຊາວ​ໂມອາບ; ມິນກົມ ພະ​ຂອງ​ຊາວ​ອຳໂມນ. ໂຊໂລໂມນ​ໄດ້ ຂາດ​ຄວາມ​ເຊື່ອຟັງ​ທີ່​ມີ​ຕໍ່​ເຮົາ; ລາວ​ເຮັດ​ຜິດ​ແລະ​ບໍ່ໄດ້​ຖື​ຮັກສາ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ, ດັ່ງ​ດາວິດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ມາ.


ຢູ່​ເທິງ​ພູເຂົາ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ກະສັດ​ໂຊໂລໂມນ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ພະ​ເຄໂມດ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ໂມອາບ ແລະ​ສ້າງ​ບ່ອນ​ຂາບໄຫວ້​ພະ​ໂມເລັກ ພະ​ທີ່​ໜ້າລັງກຽດ​ຂອງ​ຊາວ​ອຳໂມນ.


ພຣະອົງ​ຈະ​ປະຖິ້ມ​ຊາດ​ອິດສະຣາເອນ ເພາະ​ກະສັດ​ເຢໂຣໂບອາມ​ໄດ້​ເຮັດ​ບາບ ແລະ​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ໃຫ້​ເຮັດ​ບາບ.”


ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ​ດັ່ງ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ເຮັດ​ມາ.


ເຫດການ​ເປັນ​ເຊັ່ນນີ້ ເພາະ​ກະສັດ​ເຢໂຣໂບອາມ​ເຮັດ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໂກດຮ້າຍ​ໂດຍ​ເຮັດ​ບາບ ແລະ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ.


ເຫດການ​ເປັນ​ໄປ​ດັ່ງນີ້ ກໍ​ຍ້ອນ​ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ, ໂດຍ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ​ດັ່ງ​ກະສັດ​ເຢໂຣໂບອາມ​ຜູ້ປົກຄອງ​ຄົນ​ກ່ອນ.


ເຮົາ​ຈະ​ເຮັດ​ໃຫ້​ຄອບຄົວ​ຂອງເຈົ້າ​ຈະ​ເປັນ​ດັ່ງ​ຄອບຄົວ​ຂອງ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ແລະ​ດັ່ງ​ຄອບຄົວ​ຂອງ​ບາອາຊາ​ລູກຊາຍ​ຂອງ​ອາຮີຢາ, ເພາະ​ເຈົ້າ​ໄດ້​ຍົວະເຍົ້າ​ເຮົາ​ໃຫ້​ໂກດຮ້າຍ ໂດຍ​ນຳພາ​ພວກ​ອິດສະຣາເອນ​ເຮັດ​ບາບ.’


“ກະສັດ​ມານາເຊ​ໄດ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ເຫຼົ່ານີ້; ເປັນ​ສິ່ງ​ທີ່​ຊົ່ວຮ້າຍ​ຫລາຍກ່ວາ​ຊາວ​ການາອານ​ໄດ້​ເຮັດ; ລາວ​ໄດ້​ນຳ​ປະຊາຊົນ​ຢູດາ​ໃຫ້​ຕົກ​ໃນ​ບາບ ດ້ວຍ​ການ​ສ້າງ​ຮູບເຄົາຣົບ​ຕ່າງໆ.


ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຕ່າງໆ ເພື່ອ​ຂາບໄຫວ້​ຮູບ​ພະ​ຂອງ​ຄົນຕ່າງຊາດ​ໄວ້​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ພຣະເຈົ້າຢາເວ​ບອກ​ວ່າ, ໃນ​ນະຄອນ​ເຢຣູຊາເລັມ​ເຮົາ​ຈະ​ໃຫ້​ນາມຊື່​ຂອງ​ເຮົາ​ສະຖິດ​ຢູ່.


ກະສັດ​ໂຢສີຢາ​ຍັງ​ໄດ້​ທຳລາຍ​ໂຕເຟັດ ບ່ອນ​ຂາບໄຫວ້​ຮູບ​ພະຕ່າງໆ​ຂອງ​ຊາວ​ຕ່າງຊາດ​ທີ່​ຮ່ອມພູ​ຮິນໂນມ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ລູກຊາຍ ຫລື​ລູກສາວ​ຂອງຕົນ​ໄປ​ເຜົາ​ຖວາຍບູຊາ​ໃຫ້​ພະ​ໂມເລັກ.


ກະສັດ​ໂຢສີຢາ​ຍັງ​ໄດ້​ມ້າງ ແລະ​ທຳລາຍ​ບ່ອນ​ຂາບໄຫວ້​ທີ່​ເບັດເອນ ຊຶ່ງ​ຖືກ​ສ້າງ​ຂຶ້ນ​ໂດຍ​ກະສັດ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ໄດ້​ນຳ​ຊາວ​ອິດສະຣາເອນ​ຕົກ​ໃນ​ບາບ. ກະສັດ​ໂຢສີຢາ​ດຶງ​ແທ່ນບູຊາ​ນັ້ນ​ລົງ, ທຸບ​ຫີນ​ຂອງ​ແທ່ນບູຊາ​ນັ້ນ​ເປັນ​ປ່ຽງໆ, ແລະ​ທັບ​ຈົນ​ໝຸ່ນ​ເປັນ​ຂີ້ຝຸ່ນ​ດິນ; ເພິ່ນ​ຍັງ​ເຜົາ​ຮູບ​ເຈົ້າແມ່​ອາເຊຣາ​ຖິ້ມ​ດ້ວຍ.


ແຕ່​ໂຢຣາມ​ໄດ້​ພາ​ຊາວ​ອິດສະຣາເອນ​ເຮັດ​ບາບ​ຢ່າງ​ບໍ່​ຢຸດຢັ້ງ ຢ່າງດຽວ​ກັບ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ກະສັດ​ທີ່​ປົກຄອງ​ກ່ອນ​ເພິ່ນ.


ເພິ່ນ​ຍັງ​ເຜົາ​ລູກຊາຍ​ຂອງ​ຕົນ​ເປັນ​ເຄື່ອງ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ. ເພິ່ນ​ໄດ້​ຝຶກ​ເວດມົນ​ຄາຖາ ແລະ​ປຶກສາ​ໝໍ​ມໍ. ເພິ່ນ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.


ມານາເຊ​ໄດ້​ນຳພາ​ປະຊາຊົນ​ຊາວ​ຢູດາ ເຮັດ​ບາບ​ໜັກ​ຫລາຍ​ຂຶ້ນ​ກວ່າ​ຊົນຊາດ​ອື່ນໆ​ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ນອກຈາກນີ້​ອີກ ບັນດາ​ຜູ້ນຳ​ຂອງ​ຢູດາຍ ບັນດາ​ປະໂຣຫິດ​ແລະ​ປະຊາຊົນ​ຕ່າງ​ກໍໄດ້​ເຮັດ​ບາບ​ຕາມ​ແບບຢ່າງ​ຂອງ​ຊົນຊາດ ທີ່​ອ້ອມຮອບ​ພວກເຂົາ​ນັ້ນ​ໂດຍ​ຂາບໄຫວ້​ຮູບເຄົາຣົບ; ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເຮັດ​ໃຫ້​ວິຫານ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ພຣະອົງ​ເຮັດ​ໃຫ້​ສັກສິດ​ໃນ​ເຢຣູຊາເລັມ​ນັ້ນ​ເປັນ​ມົນທິນ.


ແລ້ວ​ເພິ່ນ​ກໍ​ຖາມ​ອາໂຣນ​ວ່າ, “ປະຊາຊົນ​ພວກ​ນີ້​ໄດ້​ເຮັດ​ຫຍັງ​ໃຫ້​ເຈົ້າ ເຈົ້າ​ຈຶ່ງ​ພາ​ພວກເຂົາ​ເຮັດ​ບາບ​ຢ່າງ​ຫລວງຫຼາຍ​ເຊັ່ນນີ້?”


ພວກເຈົ້າ​ຂາບໄຫວ້​ບັນດາ​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ ໂດຍ​ສົມສູ່​ກັນ​ທາງເພດ​ຢູ່​ລຸ່ມ​ຕົ້ນໄມ້​ສັກສິດ​ຂອງ​ພວກເຈົ້າ. ພວກເຈົ້າ​ຖວາຍ​ລູກ​ຂອງ​ພວກເຈົ້າ​ເປັນ​ເຄື່ອງບູຊາ​ຢູ່​ໃນ​ຖໍ້າ​ຫີນ​ຂ້າງ​ຫ້ວຍນໍ້າ.


ອອກ​ໄປ​ທາງ​ປະຕູ​ເມືອງ​ທີ່​ຊື່​ວ່າ ກອງ​ເສດເຫລືອ​ໝໍ້​ທີ່​ຮ່ອມ​ພູ​ຮິນໂນມ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ຕ້ອງ​ປະກາດ​ພຣະທຳ​ທີ່​ພຣະອົງ​ຈະ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.


ຄົນ​ຮັກແພງ​ຕ່າງ​ກໍໄດ້​ລືມໄລ​ພວກເຈົ້າ​ໄປ ພວກເຂົາ​ບໍ່​ສົນໃຈ​ກັບ​ພວກເຈົ້າ​ຕໍ່ໄປ​ອີກ. ເຮົາ​ໄດ້​ໂຈມຕີ​ພວກເຈົ້າ​ເໝືອນ​ດັ່ງ​ສັດຕູ​ໂຈມຕີ ໂທດກຳ​ທີ່​ພວກເຈົ້າ​ໄດ້​ຮັບ​ກໍ​ຮຸນແຮງ​ແທ້ ເພາະ​ການບາບ​ຂອງ​ພວກເຈົ້າ​ມີ​ຫລວງຫລາຍ ແລະ​ຄວາມ​ຊົ່ວຊາມ​ກໍ​ມີ​ຫລາຍໂພດ.


ເຮົາ​ໄດ້​ສືບຕໍ່​ສົ່ງ​ພວກ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ເພື່ອ​ບອກ​ພວກເຈົ້າ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທີ່​ເຮົາ​ບໍ່​ມັກ​ນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຢູດາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ. ພວກເຂົາ​ໄດ້​ເອົາ​ຮູບພະ​ຂອງ​ພວກເຂົາ​ທີ່​ໜ້າ​ກຽດຊັງ​ນັ້ນ ມາ​ວາງ​ໄວ້​ໃນ​ວິຫານ​ທີ່​ມີ​ຊື່​ຕາມ​ນາມຊື່​ຂອງເຮົາ ແລະ​ເຮັດ​ໃຫ້​ວິຫານ​ນັ້ນ​ເສື່ອມເສຍ​ກຽດ.


ໃນ​ຮ່ອມພູ​ຮິນໂນມ ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ຄົນ​ເອີ້ນ​ວ່າ​ໂຕເຟັດ ເພື່ອ​ວ່າ​ພວກເຂົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ມາ​ເຜົາບູຊາ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້. ແມ່ນແຕ່​ໃນ​ຄວາມຄິດ​ຂອງເຮົາ​ກໍ​ບໍ່ເຄີຍ​ມີ​ເຊັ່ນນັ້ນ​ເລີຍ.”


ພວກເຂົາ​ໄດ້​ຫລີ້ນຊູ້​ແລະ​ໄດ້​ຂ້າ​ຄົນ ຄື​ຫລີ້ນຊູ້​ກັບ​ບັນດາ​ຮູບເຄົາຣົບ ແລະ​ຂ້າ​ລູກຊາຍ​ທັງຫລາຍ​ທີ່​ພວກເຂົາ​ໄດ້​ເກີດ​ໃຫ້​ເຮົາ. ພວກເຂົາ​ໄດ້​ເຜົາບູຊາ​ບັນດາ​ລູກຊາຍ​ຂອງເຮົາ​ໃຫ້​ບັນດາ​ຮູບເຄົາຣົບ.


ຢ່າ​ຖວາຍ​ລູກ​ຂອງ​ພວກເຈົ້າ ເປັນ​ເຄື່ອງມື​ໃນ​ການ​ຂາບໄຫວ້​ພະ​ໂມເລັກ ເພາະ​ມັນ​ນຳ​ຄວາມ​ເສື່ອມເສຍ​ມາ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ເຈົ້າ, ເຮົາ​ແມ່ນ​ພຣະເຈົ້າຢາເວ.


ສຳນັກ​ຜ້າ​ທີ່​ພວກເຈົ້າ​ຫາມ​ນັ້ນ ແມ່ນ​ຂອງ​ພະ​ໂມເລັກ ແລະ​ຮູບ​ພະ​ເຣຟານ​ກໍ​ເປັນ​ພະ ແຫ່ງ​ດວງດາວ​ຂອງ​ພວກເຈົ້າ ລ້ວນແຕ່​ເປັນ​ຮູບເຄົາຣົບ ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ເພື່ອ​ຂາບໄຫວ້​ບູຊາ ສະນັ້ນ ເຮົາ​ຈຶ່ງ​ຈະ​ເນລະເທດ​ພວກເຈົ້າ ໄປ​ໃຫ້​ກາຍ​ນະຄອນ​ບາບີໂລນ​ພຸ້ນ.’


ຢ່າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພວກເຂົາ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ ເພາະ​ໃນ​ການ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທີ່​ໜ້າລັງກຽດ​ທຸກຢ່າງ ຊຶ່ງ​ພຣະເຈົ້າຢາເວ​ກຽດຊັງ​ທີ່ສຸດ. ພວກເຂົາ​ເຜົາ​ແມ່ນແຕ່​ລູກຊາຍ ລູກສາວ​ຂອງ​ພວກເຂົາ​ເອງ​ເທິງ​ແທ່ນບູຊາ.


ຢ່າ​ເຜົາບູຊາ​ລູກຊາຍ ລູກສາວ​ຂອງ​ພວກເຈົ້າ​ເທິງ​ແທ່ນບູຊາ ແລະ​ຢ່າ​ໃຫ້​ປະຊາຊົນ​ໄປ​ຫາ​ໝໍ​ດູ, ໝໍ​ມໍ, ຫລື​ສ່ຽງໂຊກ ຫລື​ເສກ​ມົນຄາຖາ​ຫາ​ສະເໜ່​


ໃນ​ກໍລະນີ​ເຊັ່ນນີ້ ຜົວ​ຜູ້​ທຳອິດ​ຈະ​ເອົາ​ນາງ​ກັບຄືນ​ມາ​ເປັນ​ເມຍ​ອີກ​ບໍ່ໄດ້; ໃຫ້​ລາວ​ຖື​ວ່າ​ນາງ​ເປັນ​ມົນທິນ​ເສຍ​ແລ້ວ. ຖ້າ​ລາວ​ເອົາ​ນາງ​ມາ​ເປັນ​ເມຍ​ອີກ ກໍ​ຈະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ບໍ່​ພໍໃຈ. ຢ່າ​ໃຫ້​ພວກເຈົ້າ​ເຮັດ​ບາບ​ອັນ​ຮ້າຍແຮງ​ເຊັ່ນນີ້ ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka