Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 32:33 - ພຣະຄຳພີສັກສິ

33 ພວກເຂົາ​ໄດ້​ຫັນຫລັງ​ໃຫ້​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ສືບຕໍ່​ສັ່ງສອນ​ພວກເຂົາ​ສໍ່າໃດ​ກໍດີ; ແຕ່​ພວກເຂົາ​ກໍ​ບໍ່​ຍອມ​ຟັງ​ແລະ​ຮຽນຮູ້​ເລີຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 32:33
17 Jak'a apnaqawi uñst'ayäwi  

ພວກເຂົາ​ບໍ່​ກັບ​ມາ​ຫາ​ພຣະເຈົ້າ ຜູ້​ທີ່​ໃຫ້​ພວກເຂົາ​ມີ​ປັນຍາ ຄື​ສະຫລາດ​ກວ່າ​ຝູງສັດ ແລະ​ຝູງນົກ​ດ້ວຍ.


ເຮົາ​ຈະ​ກະຈັດ​ກະຈາຍ​ປະຊາຊົນ​ຂອງເຮົາ​ໄປ ຕໍ່ໜ້າ​ເຫຼົ່າ​ສັດຕູ​ດັ່ງ​ລົມ​ຕາເວັນອອກ​ພັດ. ເຮົາ​ຈະ​ຫັນຫລັງ​ໃຫ້​ແກ່​ພວກເຂົາ​ທຸກໆເຜົ່າ ເຮົາ​ຈະ​ບໍ່​ຊ່ວຍ​ພວກ​ເຂົາ ເມື່ອ​ໄພພິບັດ​ມາ​ເຖິງ.”


ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ຍ້ອນ​ພວກເຈົ້າ​ໄດ້​ເວົ້າ​ວ່າ, ‘ກົກໄມ້​ແມ່ນ​ພໍ່​ຂອງ​ພວກເຈົ້າ ແລະ​ໂງ່ນຫີນ​ແມ່ນ​ແມ່​ຂອງ​ພວກເຈົ້າ.’ ເຫດການ​ນີ້​ຈະ​ເກີດຂຶ້ນ ເພາະ​ພວກເຈົ້າ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແທນ​ທີ່​ຈະ​ກັບຄືນ​ມາ​ຫາ​ເຮົາ. ແຕ່​ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ ພວກເຈົ້າ​ຊໍ້າພັດ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ.


ແລະ​ໂດຍ​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ທັງຫລາຍ​ຂອງ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ທີ່​ເຮົາ​ໄດ້​ສືບຕໍ່​ສົ່ງ​ມາ​ຫາ​ພວກເຈົ້າ. ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ກ່າວ.


“ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຖາມ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຍອມ​ຟັງ​ເຮົາ ແລະ​ເຊື່ອຟັງ​ຖ້ອຍຄຳ​ທັງຫລາຍ​ຂອງເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ,


ເຮົາ​ໄດ້​ສືບຕໍ່​ສົ່ງ​ຜູ້ທຳນວາຍ​ທຸກຄົນ ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ແລະ​ບອກ​ພວກເຈົ້າ​ໃຫ້​ຫັນໜີ​ຈາກ​ວິທີ​ດຳເນີນ​ຊີວິດ​ອັນ​ຊົ່ວຊ້າ ແລະ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ພວກເຂົາ​ໄດ້​ເຕືອນ​ພວກເຈົ້າ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ. ແຕ່​ພວກເຈົ້າ​ບໍ່​ຟັງ​ເຮົາ​ກ່າວ​ຫລື​ເອົາໃຈໃສ່​ຕໍ່​ເຮົາ.


ເຮົາ​ໄດ້​ສືບຕໍ່​ສົ່ງ​ພວກ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ເພື່ອ​ບອກ​ພວກເຈົ້າ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທີ່​ເຮົາ​ບໍ່​ມັກ​ນັ້ນ.


ພວກເຈົ້າ​ເອງ​ກໍໄດ້​ເຮັດ​ບາບ​ເຫຼົ່ານີ້​ທັງໝົດ​ຄືກັນ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ. ເຖິງແມ່ນວ່າ​ເຮົາ​ໄດ້​ບອກ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ​ກໍຕາມ; ແຕ່​ພວກເຈົ້າ​ກໍ​ບໍ່​ຍອມ​ຟັງ​ເຮົາ. ພວກເຈົ້າ​ບໍ່​ຂານຕອບ​ເມື່ອ​ເຮົາ​ເອີ້ນ​ຫາ​ພວກເຈົ້າ.


ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເອົາໃຈໃສ່​ເລີຍ. ພວກເຂົາ​ຕ່າງ​ກໍໄດ້​ປະພຶດ​ຕົນ​ໄປ​ຕາມ​ຄວາມ​ດື້ດ້ານ ແລະ​ໃຈ​ຊົ່ວ​ຂອງ​ພວກ​ເຂົາເອງ; ສະນັ້ນ ພວກເຂົາ​ຈຶ່ງ​ຊົ່ວ​ໜັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ.


ເຈົ້າ​ຈະ​ບອກ​ພວກເຂົາ​ວ່າ ຊົນຊາດ​ຂອງ​ພວກເຂົາ​ບໍ່​ຍອມ​ເຊື່ອຟັງ​ເຮົາ ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຫລື​ບໍ່​ຍອມ​ຖອດຖອນ​ບົດຮຽນ​ຈາກ​ການ​ທີ່​ພວກເຂົາ​ຖືກ​ລົງໂທດ. ຄວາມສັດຊື່​ໄດ້​ສູນຫາຍ​ໄປ​ຈາກ​ພວກເຂົາ​ສາ​ແລ້ວ. ບໍ່ມີ​ຜູ້ໃດ​ເລີຍ​ຢາກ​ເອີ່ຍ​ເຖິງ​ເລື່ອງນີ້​ອີກ​ຕໍ່ໄປ.”


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເພາະ​ເຈົ້າ​ໄດ້​ລືມໄລ​ເຮົາ​ແລະ​ຫັນຫລັງ​ໃຫ້​ເຮົາ ເຈົ້າ​ຈະ​ທົນທຸກ​ຍ້ອນ​ຣາຄະ​ຕັນຫາ​ແລະ​ການ​ເປັນ​ແມ່ຈ້າງ​ຂອງເຈົ້າ.”


ສະນັ້ນ ພຣະອົງ​ຈຶ່ງ​ນຳ​ຂ້າພະເຈົ້າ​ເຂົ້າໄປ​ເດີ່ນ​ຂ້າງ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ໃກ້​ທາງເຂົ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ຄື​ລະຫວ່າງ​ແທ່ນບູຊາ ແລະ​ໜ້າ​ປະຕູ​ໃນ​ທີ່ນັ້ນ​ມີ​ພວກ​ຜູ້ຊາຍ​ຢູ່​ປະມານ​ຊາວຫ້າ​ຄົນ. ພວກເຂົາ​ໄດ້​ຫັນຫລັງ​ໃສ່​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ກຳລັງ​ຂາບລົງ​ໄປ​ທາງທິດ​ຕາເວັນອອກ​ເພື່ອ​ຂາບໄຫວ້​ຕາເວັນ​ທີ່​ກຳລັງ​ຂຶ້ນ.


ແຕ່​ເຮົາ​ໄດ້​ເອີ້ນ​ເອົາ​ລາວ​ຫລາຍ​ເທົ່າໃດ ລາວ​ກໍ​ຍິ່ງ​ຫັນໜີ​ຈາກ​ເຮົາ ໄປ​ຫລາຍ​ເທົ່ານັ້ນ. ປະຊາຊົນ​ຂອງເຮົາ​ໄດ້​ຖວາຍ​ສັດ​ບູຊາ​ແກ່​ພະບາອານ ແລະ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ຖວາຍ​ແກ່​ຮູບເຄົາຣົບ.


ແຕ່​ປະຊາຊົນ​ຂອງເຮົາ​ດື້ດ້ານ​ບໍ່​ເຊື່ອຟັງ. ພວກເຂົາ​ຫັນ​ຫລັງ​ໃສ່​ເຮົາ ແລະ​ປິດ​ຫູ​ຂອງ​ພວກເຂົາ​ໄວ້


ພໍ​ຮຸ່ງ​ເຊົ້າ​ມາ ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ​ອີກ ປະຊາຊົນ​ທັງໝົດ​ໄດ້​ເຕົ້າໂຮມ​ອ້ອມ​ພຣະອົງ ແລະ​ພຣະອົງ​ກໍ​ນັ່ງ​ລົງ​ຕັ້ງຕົ້ນ​ສັ່ງສອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka