Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 32:32 - ພຣະຄຳພີສັກສິ

32 ຍ້ອນ​ຄວາມຊົ່ວ​ທັງໝົດ​ທີ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ໄດ້​ກະທຳ​ຮ່ວມ​ກັບ​ບັນດາ​ກະສັດ ແລະ​ພວກ​ເຈົ້ານາຍ ພວກ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 32:32
19 Jak'a apnaqawi uñst'ayäwi  

ພວກ​ຂ້ານ້ອຍ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ ຕັ້ງແຕ່​ສະໄໝ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ຈົນ​ມາເຖິງ​ປັດຈຸບັນ​ນີ້. ຍ້ອນ​ບາບ​ຂອງ​ພວກ​ຂ້ານ້ອຍ, ບັນດາ​ກະສັດ​ແລະ​ບັນດາ​ປະໂຣຫິດ​ຂອງ​ພວກ​ຂ້ານ້ອຍ ຈຶ່ງ​ໄດ້​ຕົກ​ຢູ່​ໃນ​ອຳນາດ​ຂອງ​ກະສັດ​ຕ່າງຊາດ. ດັ່ງນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ຂ້າ, ຖືກ​ປຸ້ນ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ພວກ​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ​ທີ່ສຸດ ແລະ​ກໍ​ຍັງ​ອັບອາຍ​ຢູ່​ເທົ່າທຸກ​ວັນນີ້.


ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ ແລະ​ເປັນ​ເພື່ອນ​ຂອງ​ບັນດາ​ນັກປຸ້ນ; ພວກເຂົາ​ຮັບ​ເອົາ​ຂອງຂວັນ​ແລະ​ສິນຈ້າງ​ລາງວັນ​ເປັນ​ປະຈຳ. ພວກເຂົາ​ບໍ່ເຄີຍ​ເວົ້າ​ຕາງ​ເດັກ​ກຳພ້າ​ໃນ​ສານ ຫລື​ຟັງ​ຄຳ​ໃຫ້​ການ​ຂອງ​ແມ່ໝ້າຍ ເມື່ອ​ພວກເຂົາ​ມີ​ຄະດີ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຮ່ອມພູ​ນິມິດ. ມີ​ຫຍັງ​ກຳລັງ​ເກີດຂຶ້ນ? ເປັນຫຍັງ​ຊາວ​ເມືອງ​ທັງໝົດ​ຈຶ່ງ​ສະເຫລີມ​ສະຫລອງ​ທີ່​ເທິງ​ຫລັງຄາ​ເຮືອນ​ຂອງຕົນ?


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຂະໂມຍ​ເມື່ອ​ຖືກ​ຈັບ​ໄດ້ ລາວ​ຈະ​ລະອາຍ​ຫລາຍ​ສັນໃດ; ຊາວ​ອິດສະຣາເອນ​ທຸກຄົນ​ກໍ​ຈະ​ໄດ້​ຖືກ​ອັບອາຍ​ຫລາຍ​ສັນນັ້ນ ເປັນ​ຕົ້ນ: ບັນດາ​ກະສັດ, ພວກ​ຂ້າຣາຊການ ພວກ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ຂອງ​ພວກເຈົ້າ.


ພວກເຮົາ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ພວກເຮົາ​ເວົ້າ​ວ່າ​ຈະ​ເຮັດ. ພວກເຮົາ​ຈະ​ຖວາຍບູຊາ​ແກ່​ເຈົ້າແມ່​ແຫ່ງ​ສະຫວັນ​ຂອງ​ພວກເຮົາ ແລະ​ພວກເຮົາ​ຈະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ ດັ່ງ​ທີ່​ພວກເຮົາ​ແລະ​ບັນພະບຸລຸດ​ຂອງ​ພວກເຮົາ, ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ຂອງ​ພວກເຮົາ, ເຄີຍ​ໄດ້​ເຮັດ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ທີ່​ນະຄອນ​ເຢຣູຊາເລັມ​ນັ້ນ. ແລ້ວ​ພວກເຮົາ​ກໍ​ເຄີຍ​ມີ​ອາຫານ​ການກິນ​ຢ່າງ​ຫລວງຫລາຍ ພວກເຮົາ​ເຄີຍ​ຈະເລີນ​ຮຸ່ງເຮືອງ ແລະ​ທັງ​ບໍ່ໄດ້​ມີ​ຄວາມ​ເດືອດຮ້ອນ​ຫຍັງ​ເລີຍ.


“ສຳລັບ​ເຄື່ອງ​ຖວາຍບູຊາ​ຕ່າງໆ​ທີ່​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ, ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ຂອງ​ພວກເຈົ້າ ແລະ​ປະຊາຊົນ​ໃນ​ດິນແດນ​ໄດ້​ຖວາຍ​ໃນ​ເມືອງ​ຂອງ​ຢູດາຍ ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ​ນັ້ນ; ພວກເຈົ້າ​ຄິດ​ວ່າ ພຣະເຈົ້າຢາເວ​ບໍ່​ຮູ້​ກ່ຽວກັບ​ສິ່ງ​ເຫຼົ່ານັ້ນ​ບໍ? ພຣະອົງ​ລືມໄລ​ສິ່ງ​ເຫຼົ່ານັ້ນ​ຊັ້ນບໍ?


ເຈົ້າ​ບໍ່​ເຫັນ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ໃນ​ເມືອງ​ຂອງ​ຢູດາຍ ແລະ​ທີ່​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ​ບໍ?


ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຕ່າງ​ກໍ​ເພິ່ງ​ໃນ​ກຳລັງ​ຂອງ​ຕົນເອງ ແລະ​ກໍ່​ການຄາດຕະກຳ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ໄດ້​ປ້ອງກັນ​ພວກ​ຂ້ານ້ອຍ​ໃນ​ອະດີດ; ສະນັ້ນ ຂໍ​ຢ່າ​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ​ອີກ​ຕໍ່ໄປ​ທ້ອນ. ນະຄອນ​ເຢຣູຊາເລັມ​ເປັນ​ເມືອງ​ຂອງ​ພຣະອົງ ແລະ​ເປັນ​ພູເຂົາ​ສັກສິດ​ຂອງ​ພຣະອົງ. ປະເທດ​ເພື່ອນບ້ານ​ທັງໝົດ ຕ່າງ​ກໍໄດ້​ດູຖູກ​ຢຽດຫຍາມ​ນະຄອນ​ເຢຣູຊາເລັມ​ແລະ​ປະຊາຊົນ​ຂອງ​ພຣະອົງ ຍ້ອນ​ບາບ​ຂອງ​ພວກ​ຂ້ານ້ອຍ​ແລະ​ການ​ເຮັດ​ຊົ່ວ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ.


ພວກ​ຂ້ານ້ອຍ​ບໍ່ໄດ້​ຍອມ​ຟັງ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ​ຜູ້​ທີ່​ເວົ້າ​ໃນ​ນາມ​ຂອງ​ພຣະອົງ​ຕໍ່​ບັນດາ​ກະສັດ​ບັນດາ​ຜູ້ປົກຄອງ ບັນດາ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ແລະ​ຊົນຊາດ​ທັງໝົດ​ຂອງ​ພວກ​ຂ້ານ້ອຍ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ກະທຳ​ໃນ​ສິ່ງ​ທີ່​ຍຸດຕິທຳ​ສະເໝີ; ແຕ່​ພວກ​ຂ້ານ້ອຍ​ໄດ້​ນຳ​ເອົາ​ແຕ່​ຄວາມ​ເສື່ອມເສຍ ມາ​ສູ່​ພວກ​ຂ້ານ້ອຍ​ເອງ​ຢູ່​ເລື້ອຍ. ດັ່ງ​ໃນ​ກໍລະນີ​ທີ່​ພວກ​ຂ້ານ້ອຍ​ທັງໝົດ​ຄື​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ, ໃນ​ນະຄອນ​ເຢຣູຊາເລັມ, ຕະຫລອດ​ທັງ​ຊາວ​ອິດສະຣາເອນ ທີ່​ພຣະອົງ​ໄດ້​ໃຫ້​ກະຈັດ​ກະຈາຍ​ໄປ​ໃນ​ປະເທດ​ໃກ້​ແລະ​ໄກ ຍ້ອນ​ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ບັນດາ​ກະສັດ, ພວກ​ຜູ້ປົກຄອງ ແລະ​ພວກ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ໄດ້​ເຮັດ​ໃນ​ສິ່ງ​ທີ່​ໜ້າອັບອາຍ ແລະ​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka