ເຢເຣມີຢາ 32:31 - ພຣະຄຳພີສັກສິ31 ປະຊາຊົນໃນເມືອງນີ້ໄດ້ເຮັດໃຫ້ເຮົາໂກດຮ້າຍ ແລະໂມໂຫ ມາແຕ່ມື້ທີ່ໄດ້ຖືກສ້າງຂຶ້ນມາ. ເຮົາໄດ້ຕັດສິນໃຈທຳລາຍມັນສາແລ້ວ Uka jalj uñjjattʼäta |
ກະສັດໂຢສີຢາຍັງໄດ້ມ້າງ ແລະທຳລາຍບ່ອນຂາບໄຫວ້ທີ່ເບັດເອນ ຊຶ່ງຖືກສ້າງຂຶ້ນໂດຍກະສັດເຢໂຣໂບອາມ ລູກຊາຍຂອງເນບັດ ຜູ້ທີ່ໄດ້ນຳຊາວອິດສະຣາເອນຕົກໃນບາບ. ກະສັດໂຢສີຢາດຶງແທ່ນບູຊານັ້ນລົງ, ທຸບຫີນຂອງແທ່ນບູຊານັ້ນເປັນປ່ຽງໆ, ແລະທັບຈົນໝຸ່ນເປັນຂີ້ຝຸ່ນດິນ; ເພິ່ນຍັງເຜົາຮູບເຈົ້າແມ່ອາເຊຣາຖິ້ມດ້ວຍ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ປ້ອງກັນພວກຂ້ານ້ອຍໃນອະດີດ; ສະນັ້ນ ຂໍຢ່າໂກດຮ້າຍນະຄອນເຢຣູຊາເລັມອີກຕໍ່ໄປທ້ອນ. ນະຄອນເຢຣູຊາເລັມເປັນເມືອງຂອງພຣະອົງ ແລະເປັນພູເຂົາສັກສິດຂອງພຣະອົງ. ປະເທດເພື່ອນບ້ານທັງໝົດ ຕ່າງກໍໄດ້ດູຖູກຢຽດຫຍາມນະຄອນເຢຣູຊາເລັມແລະປະຊາຊົນຂອງພຣະອົງ ຍ້ອນບາບຂອງພວກຂ້ານ້ອຍແລະການເຮັດຊົ່ວຂອງບັນພະບຸລຸດຂອງພວກຂ້ານ້ອຍ.