ເຢເຣມີຢາ 32:22 - ພຣະຄຳພີສັກສິ22 ພຣະອົງໄດ້ມອບດິນແດນທີ່ອຸດົມສົມບູນ ແລະຮັ່ງມີບ່ອນນີ້ໃຫ້ພວກເຂົາ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບບັນພະບຸລຸດຂອງພວກເຂົາ. Uka jalj uñjjattʼäta |
ພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນ ໄດ້ນຳພາຂ້ອຍໜີຈາກເຮືອນພໍ່ ແລະບ້ານເກີດເມືອງນອນຕະຫລອດທັງຍາດຕິພີ່ນ້ອງຂອງຂ້ອຍມາຢູ່ໃນດິນຕອນນີ້ ຊຶ່ງພຣະອົງໄດ້ສັນຍາຢ່າງໜັກແໜ້ນວ່າຈະມອບໃຫ້ແກ່ເຊື້ອສາຍຂອງຂ້ອຍ. ພຣະອົງຈະໃຊ້ເທວະດາຂອງພຣະອົງນຳໜ້າໄປ ເພື່ອເຈົ້າຈະຫາເມຍທີ່ນັ້ນ ໃຫ້ລູກຊາຍຂອງຂ້ອຍໄດ້.
ພຣະເຈົ້າຢາເວໄດ້ສັນຍາຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຈົ້າວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດໃຫ້ພວກເຈົ້າ. ເມື່ອພຣະອົງໄດ້ນຳພວກເຈົ້າ ເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ທຸກໆປີໃນເດືອນທີໜຶ່ງ.
ພຣະອົງຈະຮັກພວກເຈົ້າແລະຈະອວຍພອນພວກເຈົ້າ ເພື່ອວ່າພວກເຈົ້າຈະມີຈຳນວນຄົນຫລາຍຂຶ້ນແລະມີລູກຫລານຫລາຍ ພຣະອົງຈະອວຍພອນໄຮ່ນາຮົ້ວສວນຂອງພວກເຈົ້າ ເພື່ອວ່າພວກເຈົ້າຈະມີເຂົ້າ, ເຫຼົ້າອະງຸ່ນແລະນໍ້າມັນໝາກກອກເທດ ແລະພຣະອົງຈະອວຍພອນພວກເຈົ້າ ໃຫ້ມີງົວແລະແກະຢ່າງຫລວງຫລາຍ. ພຣະອົງຈະໃຫ້ພວກເຈົ້າໄດ້ຮັບພອນທັງໝົດເຫຼົ່ານີ້ໃນດິນແດນ ທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າວ່າຈະມອບໃຫ້ພວກເຈົ້າ.