Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 32:20 - ພຣະຄຳພີສັກສິ

20 ດົນນານ​ມາ​ແລ້ວ ພຣະອົງ​ໄດ້​ເຮັດ​ສິ່ງ​ທີ່​ໜ້າງຶດງໍ້​ອັດສະຈັນ​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະອົງ​ໄດ້​ສືບຕໍ່​ເຮັດ​ຈົນເຖິງ​ວັນນີ້ ແລະ​ໃນ​ຊົນຊາດ​ອິດສະຣາເອນ ແລະ​ຊົນຊາດ​ອື່ນ​ດ້ວຍ ເພື່ອ​ວ່າ​ທຸກໆ​ບ່ອນ​ຈະ​ໄດ້​ຮູ້ຈັກ​ພຣະອົງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 32:20
21 Jak'a apnaqawi uñst'ayäwi  

ໃນ​ໂລກນີ້​ບໍ່ມີ​ຊົນຊາດ​ໃດ​ເໝືອນ​ຊາດ​ອິດສະຣາເອນ ຊຶ່ງ​ພຣະອົງ​ໄດ້​ຊົງ​ໄຖ່​ເອົາ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້​ເພື່ອ​ໃຫ້​ເປັນ​ຄົນ​ຂອງ​ພຣະອົງ. ຄວາມ​ຍິ່ງໃຫຍ່​ແລະ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ໃຫ້​ພວກເຂົາ​ນັ້ນ ໄດ້​ນຳ​ຊື່ສຽງ​ຂອງ​ພຣະອົງ​ແຜ່​ໄປ​ທົ່ວ​ໂລກ. ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ ແລະ​ບັນດາ​ພະ​ຂອງ​ພວກເຂົາ​ອອກ​ໄປ ໃນ​ຂະນະທີ່​ປະຊາຊົນ​ຂອງ​ພຣະອົງ​ບຸກໜ້າ​ເຂົ້າ​ໄປ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ປົດປ່ອຍ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ໃຫ້​ເປັນ​ຂອງ​ພຣະອົງ.


ບໍ່ມີ​ຊົນຊາດ​ໃດ​ໃນ​ໂລກນີ້​ທີ່​ເປັນ​ດັ່ງ​ຊາດ​ອິດສະຣາເອນ ຄື​ເປັນ​ຊາດ​ທີ່​ພຣະເຈົ້າ​ໄດ້​ຊົງໄຖ່​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້ ເພື່ອ​ຍົກ​ພວກເຂົາ​ຂຶ້ນ​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພາລະກິດ​ອັນ​ຍິ່ງໃຫຍ່ ແລະ​ອັດສະຈັນ​ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ພວກເຂົາ​ນັ້ນ ເຮັດ​ໃຫ້​ຊື່ສຽງ​ຂອງ​ພຣະອົງ​ຊ່າລື​ໄປ​ທົ່ວ​ທັງ​ໂລກນີ້. ພຣະອົງ​ໄດ້​ຊົງໄຖ່​ເອົາ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ໄດ້​ຂັບໄລ່​ຊົນຊາດ​ອື່ນ​ອອກ​ໜີ​ຕໍ່ໜ້າ​ປະຊາຊົນ​ຂອງ​ພຣະອົງ.


ພຣະອົງ​ເຮັດ​ການ​ອັດສະຈັນ​ໃຫຍ່​ຕໍ່ສູ້​ກະສັດ ຕໍ່ສູ້​ຂ້າຣາຊການ ແລະ​ປະຊາຊົນ​ດ້ວຍ; ເພາະ​ຮູ້ວ່າ​ປະຊາຊົນ​ພຣະອົງ​ຖືກ​ກົດຂີ່​ຢ່າງໃດ ແລ້ວ​ຊື່ສຽງ​ພຣະອົງ​ກໍ​ຍັງ​ໂດ່ງດັງ​ເຖິງ​ດຽວນີ້.


ເພື່ອ​ຜ່ານ​ທະເລ ພຣະອົງ​ໄດ້​ໃຫ້​ທາງ​ແກ່​ພວກເພິ່ນ ແລະ​ນຳພາ​ຍ່າງ​ຜ່ານ​ເທິງ​ພື້ນດິນ​ແຫ້ງ. ພວກ​ທີ່​ໄລ່ຕາມ​ມາ​ນັ້ນ​ກໍ​ພາກັນ​ຈົມລົງ​ໄປ ດັ່ງ​ກ້ອນຫີນ​ຈົມລົງ​ໃນ​ທະເລ​ປ່ວງບ້າ.


ໃນ​ທີ່ນັ້ນ​ພຣະອົງ​ໄດ້​ສຳແດງ​ການ​ປະຕິຫານ​ແລະ​ການ​ອັດສະຈັນ ເພື່ອ​ລົງໂທດ​ກະສັດ​ຟາໂຣ ແລະ​ຂ້າຣາຊການ​ຂອງເພິ່ນ.


ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ເລົ່າ​ສູ່​ພວກ​ລູກຫລານ​ຟັງ​ວ່າ ເຮົາ​ໄດ້​ກະທຳ​ໃຫ້​ຊາວ​ເອຢິບ​ໂງ່ງ່າວ​ພຽງ​ໃດ ເມື່ອ​ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ​ເຫຼົ່ານັ້ນ. ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ແຕ່​ເຮົາ​ຈະ​ໃຊ້​ຣິດອຳນາດ​ຂອງເຮົາ​ລົງໂທດ​ປະເທດ​ເອຢິບ ໂດຍ​ເຮັດ​ການ​ອັດສະຈັນ​ທັງໝົດ​ຂອງເຮົາ​ອັນ​ໜ້າຢ້ານກົວ​ຢູ່​ທີ່​ນັ້ນ. ແລ້ວ​ລາວ​ກໍ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ.


ແຕ່​ເຮົາ​ຈະ​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈແຂງ ທັງ​ບໍ່​ຍອມ​ເຊື່ອຟັງ​ເຈົ້າ ແມ່ນ​ວ່າ​ເຮົາ​ຈະ​ເຮັດ​ການ​ອິດທີຣິດ ແລະ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ນາໆ​ປະການ ທີ່​ປະເທດ​ເອຢິບ​ກໍຕາມ.


ແຕ່​ທີ່​ເຮົາ​ໃຫ້​ເຈົ້າ​ຍັງ​ມີ​ຊີວິດ​ຢູ່​ນີ້ ກໍ​ເພື່ອ​ໃຫ້​ເຈົ້າ​ໄດ້​ເຫັນ​ຣິດອຳນາດ​ຂອງເຮົາ ແລະ​ໃຫ້​ນາມຊື່​ຂອງເຮົາ​ແຜ່​ຂະຫຍາຍ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.


ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ໃສ? ຄື​ອົງ​ທີ່​ໄດ້​ໃຊ້​ຣິດອຳນາດ​ອັນ​ຍິ່ງໃຫຍ່​ເຮັດ​ການ​ອັດສະຈັນ​ຜ່ານ​ທາງ​ໂມເຊ​ນັ້ນ ໂດຍ​ໄດ້​ແຍກ​ນໍ້າ​ທະເລ​ອອກ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ຜ່ານ​ບ່ອນ​ທີ່​ມີ​ນໍ້າເລິກ​ໄປ ຊຶ່ງ​ເປັນ​ການ​ນຳຊື່ສຽງ​ອັນ​ຕະຫລອດໄປ​ມາ​ສູ່​ພຣະອົງ.” ໂດຍ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ນຳພາ ພວກເຂົາ​ບໍ່ໄດ້​ສະດຸດ​ລົ້ມ, ແຕ່​ເດີນ​ຕໍ່ໄປ​ຢ່າງ​ໝັ້ນຄົງ​ດັ່ງ​ມ້າ.


ຝູງງົວ​ໄດ້​ຖືກ​ນຳ​ໄປ​ລ້ຽງ​ຢູ່​ໃນ​ຮ່ອມພູ​ທີ່​ມີ​ດິນ​ດີ​ສັນໃດ ພຣະເຈົ້າຢາເວ​ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ພັກຜ່ອນ​ສັນນັ້ນ. ພຣະອົງ​ໄດ້​ນຳພາ​ປະຊາຊົນ​ຂອງ​ພຣະອົງ ແລະ​ນຳ​ກຽດສັກສີ​ມາ​ສູ່​ພຣະອົງເອງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເສື້ອຊ້ອນ​ຮັດ​ກາຍ​ດີ​ສັນໃດ ເຮົາ​ກໍ​ຢາກ​ໃຫ້​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ​ທັງໝົດ​ເຂົ້າ​ສະໜິດ​ກັບ​ເຮົາ​ດີ​ສັນນັ້ນ. ເຮົາ​ໄດ້​ເຮັດ​ເຊັ່ນນີ້​ເພື່ອ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ຄື​ຜູ້​ທີ່​ໃຫ້​ຄຳ​ຍ້ອງຍໍ​ສັນລະເສີນ ແລະ​ນຳ​ກຽດສັກສີ​ມາ​ສູ່​ນາມ​ຂອງເຮົາ; ແຕ່​ພວກເຂົາ​ບໍ່​ເຊື່ອຟັງ​ເຮົາ.”


ຕໍ່ມາ ດານີເອນ​ໄດ້​ຮັບ​ຕຳແໜ່ງ​ອັນ​ສຳຄັນ​ຫລາຍ ໃນ​ຣາຊການ​ຂອງ​ກະສັດ​ດາຣິອຸດ ແລະ​ໃນ​ຣາຊການ​ຂອງ​ກະສັດ​ໄຊຣັດ​ຄົນ​ເປີເຊຍ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ໄດ້​ສຳແດງ​ຣິດອຳນາດ​ຂອງ​ພຣະອົງ​ໃຫ້​ເຫັນ ໂດຍ​ນຳ​ເອົາ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກ​ຂ້ານ້ອຍ​ຍັງ​ຈົດຈຳ​ຣິດອຳນາດ​ຂອງ​ພຣະອົງ​ຢູ່. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລະ​ເຮັດ​ຜິດ.


ເພິ່ນ​ໄດ້​ນຳພາ​ປະຊາຊົນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ໂດຍ​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ທີ່​ໜ້າ​ງຶດ​ປະຫລາດ​ໃຈ​ຫລາຍ​ປະການ​ໃນ​ປະເທດ​ເອຢິບ ແລະ​ທີ່​ທະເລແດງ ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ​ສີ່ສິບ​ປີ.


ພ້ອມ​ທັງ​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ. ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ເອຢິບ ແລະ​ຕໍ່​ດິນແດນ​ທັງໝົດ​ຂອງ​ເພິ່ນ.


ມີ​ພຣະເຈົ້າ​ອົງ​ໃດ​ອີກ​ທີ່​ກ້າ​ໄປ​ເອົາ​ປະຊາຊົນ​ຈາກ​ຊາດ​ອື່ນ ແລະ​ເອົາ​ມາ​ຫລໍ່ຫລອມ​ໃຫ້​ເປັນ​ປະຊາຊົນ​ຂອງຕົນ ເໝືອນ​ດັ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃນ​ປະເທດ​ເອຢິບ? ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ ພຣະອົງ​ໄດ້​ໃຊ້​ຣິດອຳນາດ​ກັບ​ພະລັງ​ອັນ​ຍິ່ງໃຫຍ່​ແລະ​ຣິດເດດ​ຂອງ​ພຣະອົງ; ພຣະອົງ​ໄດ້​ໃຫ້​ໂຣກ​ລະບາດ​ກັບ​ສົງຄາມ​ເກີດຂຶ້ນ, ເຮັດ​ສິ່ງ​ອັດສະຈັນ​ກັບ​ໝາຍສຳຄັນ​ຕ່າງໆ ແລະ​ເຮັດ​ໃຫ້​ສິ່ງ​ອັນ​ໜ້າຢ້ານກົວ​ຍິ່ງ​ເກີດຂຶ້ນ.


ພວກເຮົາ​ໄດ້​ເຫັນ​ກັບຕາ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ສິ່ງ​ອັນ​ໜ້າ​ຢ້ານ ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ຕໍ່​ຊາວ​ເອຢິບ ຄື​ຕໍ່​ກະສັດ ແລະ​ຕໍ່​ຂ້າຣາຊການ​ທຸກຄົນ​ຂອງ​ເພິ່ນ.


ຈົ່ງ​ລະນຶກເຖິງ​ໂຣກ​ລະບາດ​ອັນ​ໜ້າຢ້ານກົວ ຊຶ່ງ​ພວກເຈົ້າ​ໄດ້​ເຫັນ​ກັບ​ຕາ ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ ພ້ອມ​ທັງ​ຣິດທານຸພາບ​ແລະ​ພະລັງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ເຫຼົ່ານີ້ ທີ່​ພວກເຈົ້າ​ຢ້ານກົວ​ຢູ່​ໃນ​ເວລາ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka